ນີ້ແມ່ນການເຄື່ອນໄຫວສຳຄັນເພື່ອແນໃສ່ຄົ້ນພົບບັນດາກໍລະນີລະເມີດລະບຽບການຮັກສາຄວາມໝັ້ນຄົງ, ຄວາມປອດໄພຢູ່ເຂດຊາຍແດນ ຫວຽດນາມ - ລາວ ທີ່ຢູ່ໃນຄວາມຮັບຜິດຊອບຂອງກົມກອງ.

leftcenterrightdel
ກອງລາດຕະເວນຄ້າຍທະຫານຊາຍແດນ ມິລິ, ກອງບັນຊາການທະຫານຊາຍແດນແຂວງເງະອານ ຜ່ານຜ່າຄວາມຫຍຸ້ງຍາກດໍາເນີນລາດຕະເວນວົງແຄບຕອນຊາຍແດນຫວຽດນາມ - ລາວ. ພາບ: truyenhinhnghean.vn

ພ້ອມກັນນັ້ນ, ການເຄື່ອນໄຫວຍັງເພື່ອແນໃສ່ຮັກສາຄວາມໝັ້ນຄົງ, ຄວາມປອດໄພດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ເຂດຊາຍແດນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຢ່າງສົມບູນ, ໂຮມປະເທດຊາດເປັນເອກະພາບ ຄົບຮອບ 49 ປີ (30-4-1975 / 30-4-2024); 138 ປີ ແຫ່ງວັນກຳມະກອນສາກົນ (1-5-1886 / 1-5-2024)...

ກອງກຳລັງລາດຕະເວນໄດ້ຜ່ານຜ່າທຸກຄວາມຫຍຸ້ງຍາກ ຍ້ອນເງື່ອນໄຂດິນອາກາດຮ້ອນອົບເອົ້າ ແລະພູມສັນຖານທີ່ທຸລະກັນດານ ເພື່ອກວດກາສະພາບການຂອງເສັ້ນຊາຍແດນ ແລະກວດກາສະພາບຄວາມປອດໄພຂອງລະບົບຫຼັກໝາຍຊາຍແດນແຫ່ງຊາດ ຫວຽດນາມ - ລາວ ແຕ່ຫຼັກໝາຍຊາຍແດນທີ 389 ຫາຫຼັກໝາຍຊາຍແດນທີ 397, ມີຄວາມຍາວ 48,468 ກິໂລແມັດ.

ຜ່ານການລາດຕະເວນວົງແຄບລະບົບຊາຍແດນ, ຫຼັກໝາຍຊາຍແດນໄດ້ຮັບປະກັນຢູ່ໃນສະພາບເດີມ, ປອດໄພ; ຂະບວນການລາດຕະເວນຮັບປະກັນຄວາມປອດໄພຢ່າງເດັດຂາດກ່ຽວກັບຜູ້ຄົນ, ອາວຸດ ແລະ ອຸປະກອນ; ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ-ຄວາມປອດໄພທາງສັງຄົມ ໃນບໍລິເວນຢູ່ເຂດຊາຍແດນ.

ໂດຍ: ທະນາພອນ