ຄ້າຍທະຫານຊາຍແດນສາກົນນາແມ່ວ (ທະຫານຊາຍແດນແຂວງແທງຮ໋ວາ) ໄດ້ສຸມໃສ່ການປະຕິຮູບດ້ານການບໍລິຫານ, ເພີ່ມທະວີວຽກງານກວດກາ, ຄວບຄຸມ, ປະກອບສ່ວນຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍ, ຮັກສາອະທິປະໄຕ, ຄວາມສະຫງົບປອດໄພຢູ່ເຂດຊາຍແດນແຫ່ງຊາດ ແລະ ສ້າງເງື່ອນໄຂດີທີ່ສຸດໃຫ້ແກ່ປະຊາຊົນໄປມາ ແລະແລກປ່ຽນການຄ້າ.

ດ່ານຊາຍແດນສາກົນນາແມ່ວ ໄດ້ຮັບໜ້າທີ່ຄຸ້ມຄອງ, ປົກປັກຮັກສາເສັ້ນຊາຍແດນທີ່ມີລວງຍາວ 37,376km; ຄຸ້ມຄອງການເຄື່ອນໄຫວເຂົ້າ-ອອກເມືອງ; ປະຕິບັດວຽກງານການທູດປ້ອງກັນຊາຍແດນ, ຮັບປະກັນຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ຕາແສງ ເຊີນຖຸຍ ແລະນາແມ່ວ (ເມືອງກວານເຊີນ). ຜ່ານດ່ານຊາຍແດນ, ປະຊາຊົນສອງຟາກຊາຍແດນບໍ່ພຽງແຕ່ພົບປະແລກປ່ຽນ, ຄ້າຂາຍ, ແລກປ່ຽນສິນຄ້າເທົ່ານັ້ນ ຫາກຍັງສາມາດເຂົ້າຮ່ວມການເຄື່ອນໄຫວວັດທະນະທຳຊຸມຊົນທີ່ເຕັມໄປດ້ວຍສີສັນວັດທະນະທຳຊົນຊາດ ຂອງສອງປະເທດຫວຽດນາມ - ລາວ.

ຜ່ານການຊອກຮູ້ສະພາບຕົວຈິງຢູ່ດ່ານຊາຍແດນ, ພວກຂ້າພະເຈົ້າ ໄດ້ຮູ້ວ່າ ດ່ານຊາຍແດນສາກົນນາແມ່ວ ໄດ້ປ່ຽນໃໝ່ການປະຕິຮູບດ້ານລະບຽບການບໍລິຫານ, ໝູນໃຊ້ວິທະຍາສາດ ແລະເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນການຄຸ້ມຄອງຄວບຄຸມການນໍາເຂົ້າ-ສົ່ງອອກ ຢູ່ດ່ານຊາຍແດນ, ສ້າງເງື່ອນໄຂສະດວກໃຫ້ແກ່ເຄື່ອນໄຫວຜ່ານດ່ານ, ປະກອບສ່ວນພັດທະນາເສດຖະກິດ-ສັງຄົມ. ການນຳໃຊ້ໃບແຈ້ງເອເລັກໂຕນິກ ແລະລະບົບອ່ານໜັງສືຜ່ານແດນ 3M ໄດ້ຊ່ວຍຫຼຸດເວລາເຮັດລະບຽບການເຂົ້າ-ອອກເມືອງລົງ.

ການປະຕິຮູບກ່າວມາຂ້າງເທິງນີ້ໄດ້ສ້າງເງື່ອນໄຂດຶງດູດນັກທ່ອງທ່ຽວ ແລະວິສາຫະກິດເປັນຈຳນວນຫຼວງຫຼາຍ ເຂົ້າມາລົງທຶນພັດທະນາດ້ານການຄ້າ. ໃນປີ 2023 ແລະ ໄຕມາດທີ I ປີ 2024, ຄ້າຍທະຫານຊາຍແດນສາກົນນາແມ່ວ ໄດ້ເຮັດລະບຽບການອອກເມືອງໃຫ້ປະຊາຊົນ 25.517 ເທື່ອຄົນ, ພາຫະນະ 9.550 ເທື່ອຄັນ; ເຮັດລະບຽບການເຂົ້າເມືອງໃຫ້ປະຊາຊົນໄດ້ 25.725 ເທື່ອຄົນ ແລະ ພາຫະນະ 9.535 ເທື່ອຄັນ. ທ່ານພັນເອກພິເສດ ນິງຕ໊ຽນລຶກ, ຮອງຫົວໜ້າດ່ານຊາຍແດນສາກົນນາແມ່ວ ໃຫ້ຮູ້ວ່າ: “ທາງດ່ານຊາຍແດນ ໄດ້ຊາບຊຶມ, ປະຕິບັດຕາມການຊີ້ນໍາ, ແຜນການ ແລະ ສານທາງການຂອງກອງບັນຊາການທະຫານຊາຍແດນແຂວງແທັງຮວ໋າ ແລະ ຄ້າຍທະຫານຊາຍແດນສາກົນນາແມ່ວ ຢ່າງເຂັ້ມງວດ; ຈັດຕັ້ງການລົງທະບຽນ, ກວດກາ, ຄວບຄຸມຄົນ, ພາຫະນະ ແລະສິນຄ້າໄປມາຜ່ານດ່ານຊາຍແດນຢ່າງເຄັ່ງຄັດ, ເຮັດລະບຽບການຢ່າງວ່ອງໄວ, ຮັບປະກັນຄວາມສະດວກໃຫ້ແກ່ຜູ້ໄປມາຜ່ານດ່ານ”.

leftcenterrightdel
ດ່ານຊາຍແດນສາກົນນາແມ່ວ ໝູນໃຊ້ວິທະຍາສາດເຕັກນິກ ເຂົ້າໃນການກວດກາ, ຄວບຄຸມການເຂົ້າອອກເມືອງຢ່າງວ່ອງໄວ. ພາບ: qdnd.vn

ທ່ານ ຫວໍບາກ໋ວາງ ທີ່ມາຈາກບໍລິສັດຫຸ້ນສ່ວນລົງທຶນກໍ່ສ້າງ ແລະການຄ້າ ເຊີນຫວູ ຕາງໜ້າໃຫ້ບໍລິສັດເຮັດລະບຽບການຢູ່ດ່ານຊາຍແດນສາກົນນາແມ່ວ ໃຫ້ຮູ້ວ່າ: “ປະຈຸບັນ, ການໝູນໃຊ້ວິທະຍາສາດ ແລະເຕັກໂນໂລຢີ ເຂົ້າໃນການປະຕິບັດໃບແຈ້ງເອເລັກໂຕນິກ ແລະລະບົບ 3M ໄດ້ຊ່ວຍໃຫ້ການໄປມາ, ການເຮັດບະບຽບການເຂົ້າ-ອອກເມືອງ ປະຕິບັດຢ່າງວ່ອງໄວ. ນອກຈາກນັ້ນ, ເມື່ອເກີດເຫດໃດ, ບັນດາກໍາລັງເຈົ້າໜ້າທີ່ ຄືກໍາລັງປ້ອງກັນຊາຍແດນ, ກໍາລັງພາສີ ຈະສົມທົບກັນແກ້ໄຂຢ່າງວ່ອງໄວ, ສ້າງເງື່ອນໄຂສະດວກໃຫ້ປະຊາຊົນ ແລະ ວິສາຫະກິດເຄື່ອນໄຫວຖືກຕາມກໍານົດຂອງກົດໝາຍ".

ເມື່ອແລກປ່ຽນກັບພວກຂ້າພະເຈົ້າ, ທ່ານພົນໂທ ເຈືອງວັນຫາຍ, ຫົວໜ້າຄ້າຍທະຫານຊາຍແດນສາກົນນາແມ່ວ ໃຫ້ຮູ້ວ່າ: “ທາງຄ້າຍ ໄດ້ສຸມໃສ່ປະຕິຮູບລະບຽບການບໍລິຫານ ແຕ່ວິທີການ, ລະບຽບການເຮັດວຽກ, ຂັ້ນຕອນແກ້ໄຂເຫດການ... ຜ່ານນັ້ນປະກອບສ່ວນຍົກສູງປະສິດທິຜົນໃຫ້ແກ່ປະຊາຊົນ ແລະພາຫະນະໄປມາຜ່ານຊາຍແດນ ແລະດ່ານຊາຍແດນ. ຄຽງຂ້າງນັ້ນ, ພວກຂ້າພະເຈົ້າ ຍັງສົມທົບກັນຢ່າງແໜ້ນແຟ້ນກັບບັນດາຂະແໜງການ ແລະ ກໍາລັງປະຕິບັດໜ້າທີ່ຢູ່ດ່ານຊາຍແດນ, ຕໍ່ສູ້ຕ້ານອາດຊະຍາກຳປະເພດຕ່າງໆ ຄື: ການຄ້າເຖື່ອນ, ການສໍ້ໂກງການຄ້າ, ສິນຄ້າປອມ... ເພື່ອພົບເຫັນການເຄື່ອນໄຫວລະເມີດອະທິປະໄຕຄວາມໝັ້ນຄົງຢູ່ເຂດຊາຍແດນແຫ່ງຊາດ, ການນຳໃຊ້ໜັງສືປອມເພື່ອຂ້າມຜ່ານດ່ານຊາຍແດນ ແລະ ເຂດຊາຍແດນຢ່າງທັນການ”.

ຍ້ອນຮັບປະກັນໃຫ້ການແລກປ່ຽນການຄ້າຜ່ານຊາຍແດນເປັນຢ່າງດີ, ປະຊາຊົນຢູ່ຕາແສງຕິດກັບຊາຍແດນຂອງເມືອງກວານເຊີນ ແລະ ປະຊາຊົນຂອງປະເທດລາວ ໄດ້ມີໂອກາດແລກປ່ຽນວັດທະນະທຳ ແລະ ບົດຮຽນໃນການທໍາມາຫາກິນ. ຍ້ອນເຫດນັ້ນ,  ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າຢູ່ສອງຟາກຊາຍແດນ ມີການປ່ຽນແປງໃນແຕ່ລະມື້, ປະຊາຊົນມີຄວາມຟົດຟື້ນມ່ວນຊື່ນຫ້າວຫັນອອກແຮງງານ, ທໍາການຜະລິດ.

ໂດຍ: ທູຈາງ