ທີ່ກອງປະຊຸມ, ທ່ານນາງຮອງລັດຖະມົນຕີ ເລທິທູຮັ່ງ ໄດ້ແຈ້ງໃຫ້ຊາບກ່ຽວກັບນະໂຍບາຍການຕ່າງປະເທດ ແລະສາສະໜາຂອງຫວຽດນາມ,  ທ່ານນາງ ເລທິທູຮັ່ງ ໄດ້ຕີລາຄາສູງຕໍ່ການປະກອບສ່ວນທີ່ຕັ້ງໜ້າຂອງສະມາຄົມສາສະໜາຄຼິດຫວຽດນາມ ໃນການເຄື່ອນໄຫວການກຸສົນ, ການສຶກສາ, ສາທາລະນະສຸກ, ການສອນວິຊາຊີບ..., ປະກອບສ່ວນເຂົ້າໃນການພັດທະນາ ແລະວັດຖະນາຖາວອນຂອງປະເທດຊາດ.

leftcenterrightdel
ກອງປະຊຸມປະຈໍາປີຮອບທີ 11 ໜ່ວຍປະຕິບັດງານປະສົມ ຫວຽດນາມ-ວາຕີກັງ. mofa.gov.vn

ສ່ວນທ່ານຮອງລັດຖະມົນຕີການຕ່າງປະເທດສຳນັກວາຕີກັງ Miroslaw Wachowski ໄດ້ເນັ້ນໜັກວ່າ, ສັນຕະປະປາ Francis ປາດຖະໜາຢາກ ໃຫ້ປະຊາຄົມຊາວຄຼິດຫວຽດນາມ ປະຕິບັດຕາມທິດທາງ “ຊາວຄຼິດທີ່ດີ ແມ່ນພົນລະເມືອງທີ່ດີ” ແລະ ສົ່ງເສີມປະຊາຄົມຊາວຄຼິດ ປະກອບສ່ວນເຂົ້າໃນຊີວິດຂອງປະເທດຊາດ. ທ່ານຢືນຢັນວ່າ ສັນຕະປະປາ ຍາມໃດກໍ່ສະຫງວນຄວາມເອົາໃຈໃສ່ເປັນພິເສດຕໍ່ກັບ ຫວຽດນາມ.

ສອງຝ່າຍໄດ້ເຫັນດີເປັນເອກະສັນວ່າ ໃນໄລຍະຈະມາເຖິງ ຈະສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ, ຮັກສາກົນໄກຮ່ວມມື, ໂອ້ລົມສົນທະນາ ໂດຍສະເພາະແມ່ນສືບຕໍ່ເສີມຂະຫຍາຍບົດບາດສຳຄັນຂອງໜ່ວຍປະຕິບັດງານປະສົມ ຫວຽດນາມ-ວາຕີກັງ.

* ຕອນບ່າຍວັນດຽວກັນ, ທີ່ສໍານັກງານລັດຖະບານ, ທ່ານ ເຈິ່ນລືວກວາງ, ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານເຈົ້າອະນຸວົງ   Miroslaw Wachowski, ຮອງລັດຖະມົນຕີການຕ່າງປະເທດສຳນັກວາຕີກັງ ເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມ.

leftcenterrightdel
ທ່ານ ເຈິ່ນລືວກວາງ ຮອງນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານເຈົ້າອະນຸວົງ   Miroslaw Wachowski, ຮອງລັດຖະມົນຕີການຕ່າງປະເທດສຳນັກວາຕີກັງ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ຢືນຢັນວ່າ ລັດ ຫວຽດນາມ ມີຄວາມສະເໝີຕົ້ນສະເໝີປາຍຍາມໃດກໍ່ປະຕິບັດນະໂຍບາຍເຄົາລົບ ແລະຮັບປະກັນສິດເສລີໃນການເຊື່ອຖື, ເຫຼື້ອມໃສສາສະໜາຂອງປະຊາຊົນທຸກຊັ້ນຄົນ, ສ້າງຄວາມສະດວກໃຫ້ແກ່ການເຄື່ອນໄຫວດ້ານສາສະໜາ. ດ້ວຍຄວາມຫວັງວ່າ ການພົວພັນລະຫວ່າງຫວຽດນາມ ແລະ ວາຕີກັງ ຈະນັບມື້ນັບພັດທະນາຢ່າງດີງາມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ສະເໜີໃຫ້ສອງຝ່າຍສືບຕໍ່ຊຸກຍູ້ການຢ້ຽມຢາມ ແລະການພົບປະຂັ້ນສູງ; ຜັນຂະຫຍາຍບັນດາກົນໄກແລກປ່ຽນ ແລະ ສົນທະນາຢ່າງມີປະສິດທິຜົນ.

ໂດຍ: ທູຈາງ