leftcenterrightdel
ກຳລັງປົກປັກຮັກສາຊາຍແດນ 2 ຝ່າຍກວດກາສະພາບຄວາມປອດໄພຢູ່ຫຼັກໝາຍຊາຍແດນເລກທີ 525. ພາບ: qdnd.vn

ພາຍຫຼັງປະຕິບັດໜ້າທີ່ເປັນເວລາເກືອບ 2 ອາທິດ, ພະນັກງານ, ນັກຮົບບັນດາກຳລັງປົກປັກຮັກສາຊາຍແດນຕ້ອງລາດຕະເວນຂ້າມປ່າ, ຜ່ານເສັ້ນທາງທຸລະກັນດານດ້ວຍຫ້ວຍເລິກ, ເຫັນຊັນຍາວເກືອບ 150 ກິໂລແມັດ  ໃນສະພາບອາກາດຮ້ອນເອົ້າ 38-39 ອົງສາ. ເຖິງວ່າມີອາກາດຮ້າຍແຮງ, ຂາກນ້ຳໃຊ້, ກິນ, ນອນຊົ່ວຄາວຢູ່ກາງປ່າເລິກເປັນເວລາຫຼາຍວັນກໍ່ຕາມ, ແຕ່ພະນັກງານ, ນັກຮົບຍາມໃດກໍ່ຍົກສູງຈິດໃຈມານະພະຍາຍາມ, ຜ່ານຜ່າຄວາມຫຍຸ້ງຍາກ, ຕັດສິນໃຈປະຕິບັດສໍາເລັດໜ້າທີ່.

leftcenterrightdel
ຄ້າຍທະຫານຊາຍແດນ ດ່ານຊາຍແດນສາກົນ ຈາລໍ ແລະກອງຮ້ອຍທະຫານຊາຍແດນ 311 ຢູ່ຫຼັກໝາຍຊາຍແດນ ເລກທີ 522. ພາບ: qdnd.vn

ນອກຈາກກໍາລັງທະຫານຊາຍແດນ 2 ປະເທດແລ້ວ, ບັນດາກົມກອງຍັງລະດົມກຳລັງຕຳຫຼວດ, ທະຫານລາດຈາກບັນດາຕາແສງຊາຍແດນເຂົ້າຮ່ວມການລາດຕະເວນສອງຝ່າຍເພື່ອແນໃສ່ເສີມຂະຫຍາຍກໍາລັງແຮງສັງລວມໃນວຽກງານຄຸ້ມຄອງ, ປົກປັກຮັກສາ, ຮັກສາສະຖຽນລະພາບຄວາມໝັ້ນຄົງດ້ານການເມືອງ, ຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ເສັ້ນທາງຊາຍແດນຫວຽດນາມ - ລາວ; ຮັກສາຊາຍແດນ, ຫຼັກໝາຍຊາຍແດນ, ຮ່ວມແຮງຮ່ວມໃຈກໍ່ສ້າງຊາຍແດນສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ຮ່ວມມື ແລະພັດທະນາ.

ໂດຍ: ຈາງຫງວຽນ