ໃນຕົ້ນເດືອນມີນາ 2024, ສະມາຄົມແມ່ຍິງຕາແສງນ້ຳກັ໊ນ ແລະສະມາຄົມແມ່ຍິງກຸ່ມບ້ານນ້ອງແຮດຕາເວັນຕົກ ໄດ້ຈັດກອງປະຊຸມປະເມີນຜົນ 5 ປີແຫ່ງການປະຕິບັດເນື້ອໃນແຮກສ່ຽວ. ບົນພື້ນຖານນັ້ນ, ສອງຝ່າຍໄດ້ພ້ອມກັນຕີລາຄາໝາກຜົນທີ່ບັນລຸໄດ້ ແລະຍົກອອກມາດຕະການແກ້ໄຂເພື່ອຍົກສູງປະສິດທິຜົນການເຄື່ອນໄຫວໃນໄລຍະຈະມາເຖິງ.

ແຕ່ຮຸ່ງເຊົ້າ, ທ່ານນາງ ຫວື່ອີໜາຍ, ປະທານສະມາຄົມແມ່ຍິງຕາແສງນໍ້າກັ໊ນ ພ້ອມດ້ວຍບັນດາສະມາຊິກ ໄດ້ມີໜ້າຢູ່ດ່ານສາກົນນໍ້າກັ໊ນ ເພື່ອຕ້ອນຮັບບັນດາເພື່ອນມິດລາວມາຢາມ.

ເມື່ອຖືກຖາມ, ທ່ານນາງ ຫວື່ອີໜາຍ ໃຫ້ຮູ້ວ່າ: “ຕາແສງນໍ້າກັ໊ນ ແລະກຸ່ມບ້ານນ້ອງແຮດຕາເວັນຕົກ ມີເສັ້ນຊາຍແດນລວມ ຍາວ 23.099 ກິໂລແມັດ, ປະຊາຊົນທີ່ດຳລົງຊີວິດຢູ່ເຂດຊາຍແດນມີສາຍພົວພັນອັນໃກ້ຊິດສະໜິດສະໜົມນຳກັນ. ໃນຫຼາຍປີມານີ້, ແມ່ຍິງທັງສອງຝ່າຍໄດ້ມີການເຄື່ອນໄຫວຫຼາຍຢ່າງ ຄືການໄປມາຢື້ຢາມຖາມຂ່າວຍາດຕິພີ່ນ້ອງ, ພົບປະແລກປ່ຽນ, ໜູນຊ່ວຍເຊິ່ງກັນ ແລະກັນໃນການພັດທະນາເສດຖະກິດ, ປັບປຸງການດໍາລົງຊີວິດ. ບົນພື້ນຖານນັ້ນ, ພວກຂ້າພະເຈົ້າໄດ້ສະເໜີໃຫ້ອໍານາດການປົກຄອງທ້ອງຖິ່ນເພື່ອໃຫ້ແມ່ຍິງທັງສອງຝ່າຍຈັດຕັ້ງການລົງນາມແຮກສ່ຽວດ້ວຍບັນດາເນື້ອໃນທີ່ແທດຈິງ”.

leftcenterrightdel
ບັນດາພະນັກງານ, ສະມາຊິກໃນສະມາຄົມແມ່ຍິງຂອງສອງທ້ອງຖິ່ນຖ່າຍຮູບເປັນທີ່ລະນຶກທີ່ຫຼັກໝາຍຊາຍແດນແຫ່ງຊາດ. ພາບ: bienphong.com.vn

ຕາມເນື້ອໃນທີ່ໄດ້ລົງນາມແລ້ວ, ສະມາຄົມແມ່ຍິງທັງສອງຝ່າຍສຸມໃສ່ໂຄສະນາເຜີຍແຜ່ເພື່ອໃຫ້ບັນດາສະມາຊິກ ຍົກສູງຄວາມເຂົ້າໃຈກ່ຽວກັບກົດໝາຍຂອງແຕ່ລະປະເທດ ແລະພ້ອມກັບທະຫານຊາຍແດນ ແລະກຳລັງກ່ຽວຂ້ອງດໍາເນີນການລາດຕະເວນ ເພື່ອປົກປັກຮັກສາເສັ້ນຊາຍແດນ ແລະຫຼັກໝາຍຊາຍແດນ. ໃນນັ້ນ, ສະມາຊິກສຸມໃສ່ໂຄສະນາເຜີຍແຜ່, ຂົນຂວາຍຄອບຄົວ, ຍາດຕິພີ່ນ້ອງ ແລະປະຊາຊົນ ບໍ່ກໍ່ສ້າງບັນດາກິິດຈະການທີ່ເຮັດໃຫ້ກະແສໄຫຼຂອງແມ່ນໍ້າ, ຫ້ວຍຢູ່ສອງຟາກຊາຍແດນປ່ຽນແປງ, ປະຕິບັດຕາມການກໍານົດກ່ຽວກັບການໄປມາຜ່ານດ່ານຢ່າງເຂັ້ມງວດ, ບໍ່ເຮັດໄຮ່ເຮັດນາຢູ່ໃນແລວຊາຍແດນຂອງແຕ່ລະປະເທດ. ພິເສດ, ໂດຍເສີມຂະຫຍາຍບົດບາດຂອງສະມາຊິກໃນສະມາຄົມແມ່ຍິງ ໃນການໂຄສະນາເຜີຍແຜ່, ສະກັດກັ້ນການແຕ່ງງານທີ່ຜິດກົດໝາຍ. ສະມາຊິກແຕ່ລະຄົນຕ້ອງມີຄວາມຮັບຜິດຊອບລາຍງານໃຫ້ນາຍບ້ານ, ອຳນາດການປົກຄອງທ້ອງຖິ່ນ, ຄ້າຍທະຫານຊາຍແດນ ແລະກຳລັງກ່ຽວຂ້ອງສອງຟາກຊາຍແດນ ກ່ຽວກັບການກະທຳລະເມີດອະທິປະໄຕຜືນແຜ່ນດິນ ແລະຜົນປະໂຫຍດຂອງແຕ່ລະປະເທດຢ່າງທັນການ. ພ້ອມກັນນັ້ນ, ແມ່ຍິງທັງສອງຝ່າຍຍັງໄດ້ຊ່ວຍເຫຼືອ, ໜູນຊ່ວຍພືດພັນ, ແນວພັນສັດລ້ຽງ, ເຕັກນິກເພື່ອພັດທະນາເສດຖະກິດ, ແລກປ່ຽນສິນຄ້າ, ປະກອບສ່ວນຍົກສູງຊີວິດການເປັນຢູ່, ລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ...

ບົນພື້ນຖານເນື້ອໃນທີ່ໄດ້ລົງນາມແລ້ວ, ໃນ 5 ປີຜ່ານມາ, ສະມາຄົມແມ່ຍິງຂອງສອງຝ່າຍໄດ້ຈັດຕັ້ງການໂຄສະນາເຜີຍແຜ່ດ້ານກົດໝາຍໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນນັບຮ້ອຍຄັ້ງ. ທ່ານນາງ ຫວື່ອີໜາຍ ໃຫ້ຮູ້ວ່າ: ຍ້ອນມີການເຄື່ອນໄຫວແຮກສ່ຽວ, ໃນໄລຍະຜ່ານມາ ແມ່ຍິງຢູ່ສອງຟາກຊາຍແດນ ໄດ້ຕັ້ງໜ້າໜູນຊ່ວຍທະຫານຊາຍແດນ ແລະກຳລັງກ່ຽວຂ້ອງ ໃນການປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນແຫ່ງຊາດ, ຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍຢູ່ໃນບໍລິເວນ.

ຕາມທ່ານນາງ ຫວື່ອີໜາຍ, ໃນ 5 ປີຜ່ານມາ, ບັນດາສະມາຊິກໃນສະມາຄົມແມ່ຍິງສອງຟາກຊາຍແດນ ພ້ອມດ້ວຍທະຫານຊາຍແດນ ແລະກຳລັງທີ່ກ່ຽວຂ້ອງ ໄດ້ເຂົ້າຮ່ວມລາດຕະເວນເປັນ 403 ຄັ້ງ. ໄປຄຽງຄູ່ກັບການເຄື່ອນໄຫວໜູນຊ່ວຍທະຫານຊາຍແດນ ແລະກຳລັງກ່ຽວຂ້ອງ ເພື່ອປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນແຫ່ງຊາດ, ແມ່ຍິງຢູ່ສອງຟາກຊາຍແດນ ຍັງຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ-ກິລາມິດຕະພາບ ເປັນປະຈໍາ ແລະໜູນຊ່ວຍເຊິ່ງກັນ ແລະກັນເມື່ອປະສົບກັບຄວາມຫຍຸ້ງຍາກລຳບາກ.

ທ່ານນາງ ຣົ່າເລົາ, ປະທານສະມາຄົມແມ່ຍິງກຸ່ມບ້ານນ້ອງແຮດຕາເວັນຕົກ ໃຫ້ຮູ້ວ່າ: “ຜ່ານການເຄື່ອນໄຫວແຮກສ່ຽວ, ແມ່ຍິງສອງຟາກຊາຍແດນ ມີຄວາມສະໜິດຕິດພັນກວ່າ. ພວກຂ້າພະເຈົ້າໄດ້ຮັບການຊ່ວຍເຫຼືອຫຼາຍຢ່າງຈາກເອື້ອຍນ້ອງໃນສະມາຄົມແມ່ຍິງຕາແສງນ້ຳກັ໊ນ. ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ເພີ່ມທະວີການແລກປ່ຽນເພື່ອນຳບັນດາເນື້ອໃນທີ່ໄດ້ລົງນາມເຂົ້າໃນການປະຕິບັດຕົວຈິງຢ່າງມີປະສິດທິຜົນກວ່າອີກ”.

ໂດຍ: ທູຈາງ