ເສັ້ນທາງດຽວທີ່ນຳພາກອງລາດຕະເວນສອງຝ່າຍໄປຜ່ານປ່າຕຶບດົງໜາ ຢູ່ສາຍພູຢັງມ່ານຂອງສາຍພູຫຼວງທາງທິດຕາເວັນຕົກຂອງແຂວງກວ໋າງບິ່ງ. ການເຄື່ອນທັບມີຄວາມຍາວປະມານ 20 ກິໂລແມັດ ຈາກຫຼັກໝາຍຊາຍແດນແຫ່ງຊາດທີ 525 ຫາຫຼັກໝາຍຊາຍແດນແຫ່ງຊາດ ທີ 526 ນີ້ແມ່ນເສັ້ນຊາຍແດນທີ່ມີພູມສັນຖານເປັນພູຜາປ່າດົງຄົດລ້ຽວ ແລະໂນນຫີນນ້ອຍແຫຼມກະປ່ອມກະແປ່ມຍາກຕໍ່ການເດີນທາງ. ມີ ບາງຕອນເປັນຄ້ອຍສູງຫຼາຍ, ບັນດາພະນັກງານ, ນັກຮົບຕ້ອງແຂວນເຊືອກໃສ່ໜ້າຜາເພື່ອປີນຂຶ້ນໄປ.

ເຖິງວ່າພູມສັນຖານມີຄວາມຫຍຸ້ງຍາກຄືແນວນັ້ນກໍ່ຕາມ, ແຕ່ມັນບໍ່ສາມາດແບ່ງແຍກສາຍພົວພັນສະໜິດຕິດພັນທີ່ມີມາແຕ່ດົນນານ, ການໄປມາຫາສູ່, ຢ້ຽມຢາມກັນລະຫວ່າງປະຊາຊົນສອງປະເທດອ້າຍນ້ອງ. ແຕ່ກໍ່ຍ້ອນສິ່ງດັ່ງກ່າວນີ້, ເຊິ່ງແມ່ນສາເຫດພາວະວິໄສ, ຊ້ອນແຝງການເຄື່ອນໄຫວລະເມີດກົດໝາຍ. ບັນດາເປົ້າໝາຍໄດ້ສວຍໃຊ້ເອົາສິ່ງດັ່ງກ່າວນັ້ນເພື່ອຂ້າມຊາຍແດນ, ຂົນສົ່ງຢາເສບຕິດ, ວັດຖຸລະເບີດ, ຄ້າຂາຍເຖື່ອນ...

leftcenterrightdel
ກໍາລັງທະຫານຊາຍແດນສອງປະເທດ ຫວຽດນາມ-ລາວ ປະຕິບັດພິທີເຄົາລົບຫຼັກໝາຍຊາຍແດນແຫ່ງຊາດ. ພາບ: baophapluat.vn

ຕໍ່ໜ້າສະພາບການດັ່ງກ່າວ, ກອງບັນຊາການທະຫານຊາຍແດນແຂວງກວ໋າງບິ່ງ ໄດ້ຊີ້ນຳຄ້າຍທະຫານຊາຍແດນຢູ່ເສັ້ນຊາຍແດນນີ້ເປັນປະທານ, ສົມທົບກັບກໍາລັງທະຫານຊາຍແດນ ສປປ ລາວ ຈັດຕັ້ງການລາດຕະເວນສອງຝ່າຍໃນກາງເດືອນ 3 ຜ່ານມາເພື່ອຄວບຄຸມສະພາບການ, ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະເພີ່ມທະວີການພົວພັນສາມັກຄີ, ມິດຕະພາບລະຫວ່າງກຳລັງປ້ອງກັນຊາຍແດນສອງປະເທດ..

ເມື່ອເວົ້າເຖິງການລາດຕະເວນຄັ້ງນີ້, ທ່ານພັນຕີ ເຢືອງວັນຫ໋າຍ ຮອງຫົວໜ້າຄ້າຍທະຫານຊາຍແດນດ່ານສາກົນຈາລໍ, ຫົວໜ້າກອງລາດຕະເວນ ໃຫ້ຮູ້ວ່າ: “ໂດຍປະຕິບັດຕາມຂໍ້ຕົກລົງລະຫວ່າງກະຊວງປ້ອງກັນປະເທດສອງປະເທດ ຫວຽດນາມ-ລາວ; ບົດບັນທຶກຊ່ວຍຈຳລະຫວ່າງສອງແຂວງກວ໋າງບິ່ງ-ແຂວງຄໍາມ່ວນ, ພວກຂ້າພະເຈົ້າ ໄດ້ຈັດຕັ້ງການລາດຕະເວນສອງຝ່າຍເພື່ອປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນແຫ່ງຊາດ ແລະບັນລຸໄດ້ໝາກຜົນອັນດີງາມ”.

ເສັ້ນທາງລາດຕະເວນໄປຫາຫຼັກໝາຍຊາຍແດນແຫ່ງຊາດສ່ວນຫຼາຍແມ່ນໄດ້ຍ່າງຜ່ານປ່າ, ໃສ່ເກີບທະຫານ, ໃສ່ຖົງຕີນສູງຮອດຫົວເຂົ່າເພື່ອກັນບໍ່ໃຫ້ງູ, ຂີ້ເຂັບ ແລະແມງໄມ້ກັດ. ການລາດຕະເວນໃຊ້ເວລາຫຼາຍວັນ, ພະນັກງານ, ນັກຮົບແຕ່ລະຄົນຕ້ອງເປ້ກະເປົາໜັກປະມານ 30 ກິໂລໃສ່ ພ້ອມກັບເຄື່ອງໃຊ້ທີ່ຈຳເປັນ... ເຂົາເຈົ້າໄດ້ຕິດແທດກັບຊາຍແດນ, ລາດຕະເວນຢູ່ຕາມຫຼັກໝາຍຊາຍແດນ, ກວດກາ ເຄື່ອງໝາຍ, ທາງຮ່ອມ, ທາງນ້ອຍເລື້ອຍໆ ແລະກໍ່ຈະກວດພົບເຫັນສະພາບຜິດປົກກະຕິໄດ້ຢ່າງທັນການ, ສະກັດກັ້ນການບຸກລຸກຂອງເປົ້າໝາຍ, ປັບປຸງສະພາບປະຊາຊົນລະເມີດກົດລະບຽບຊາຍແດນ.

ຄ້າຍທະຫານຊາຍແດນດ່ານຊາຍແດນສາກົນຈາລໍ ແມ່ນກົມກອງຮັກສາການເຄື່ອນໄຫວລາດຕະເວນສອງຝ່າຍຕາມຮູບການໝູນວຽນທຸກໆ 3 ເດືອນ. ສິ້ນສຸດການລາດຕະເວນແຕ່ລະຄັ້ງ, ສອງຝ່າຍໄດ້ພົບປະແລກປ່ຽນບົດຮຽນ, ສະເໜີມາດຕະການ ແລະເຫັນດີເປັນເອກະພາບກ່ຽວກັບເວລາ, ຈຳນວນພົນໃຫ້ການລາດຕະເວນສອງຝ່າຍໃນຄັ້ງຕໍ່ໄປ. ຍ້ອນການລາດຕະເວນນີ້, ປະຊາຊົນຢູ່ເຂດຊາຍແດນນັບມື້ນັບມີສະຕິກວ່າໃນການປະຕິບັດຕາມສັນຍາ, ອະນຸສັນຍາ, ກົດລະບຽບຊາຍແດນຢ່າງເຂັ້ມງວດ; ປະກອບສ່ວນສ້າງເສັ້ນຊາຍແດນຫວຽດນາມ-ລາວ ແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບ ແລະພັດທະນາ...

leftcenterrightdel
ກວດກາສະພາບຂອງຫຼັກໝາຍຊາຍແດນແຫ່ງຊາດຢ່າງລະມັດລະວັງ. ພາບ: baophapluat.vn

ເຂົ້າຮ່ວມການລາດຕະເວນໂດຍກົງໃນຄັ້ງນີ້, ທ່ານພັນຕີ ພູມໄຈ ດວງວິໄລ ຮອງຫົວໜ້າກອງຮ້ອຍທະຫານຊາຍແດນ 312, ກອງບັນຊາການທະຫານແຂວງຄຳມ່ວນ (ລາວ) ໄດ້ແບ່ງປັນວ່າ: “ລະຫວ່າງສອງກໍາລັງໄດ້ເພີ່ມທະວີການຮ່ວມມື, ສົມທົບກັນກວດກາຫຼັກໝາຍຊາຍແດນ, ລາດຕະເວນຊາຍແດນ, ຮັກສາການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢ່າງເປັນປະຈຳ ແລະຍາມໃດກໍ່ເຊີດຊູຈິດໃຈສາມັກຄີ, ການພົວພັນຮ່ວມມືທີ່ສະໜິດສະໜົມ.

ໃນວິວັດການປະຕິບັດການລາດຕະເວນສອງຝ່າຍຜ່ານມາໄດ້ພົບກັບສະພາບອາກາດທີ່ບໍ່ເອື້ອອໍານວຍມີຝົນຕົກໜັກ, ຟ້າແດດ, ໝາຍເຢັນ. ເຖິງຢ່າງໃດກໍຕາມ, ພະນັກງານ, ນັກຮົບສອງປະເທດຍັງມີຄວາມຕັດສິນໃຈສູງເພື່ອຜ່ານຜ່າທຸກຄວາມຫຍຸ້ງຍາກ, ຮັບປະກັນຄວາມປອດໄພຂອງປະຊາຊົນ, ອາວຸດຍຸດໂທປະກອນ ແລະປະຕິບັດສຳເລັດໜ້າທີ່ທີ່ໄດ້ມອບໝາຍ.

ພົນທະຫານຊັ້ນ 1 ກາວງອັກທ໋າວ ນັກຮົບຄ້າຍທະຫານຊາຍແດນດ່ານຊາຍແດນສາກົນຈາລໍ ເວົ້າວ່າ: “ນີ້ແມ່ນຄັ້ງທຳອິດທີ່ຂ້າພະເຈົ້າເປັນກຽດໄດ້ເລືອກເຂົ້າກອງລາດຕະເວນສອງຝ່າຍ. ໄປລາດຕະເວນຕອນທຳອິດແມ່ນເມື່ອຍຫຼາຍຍ້ອນບໍ່ຄຸ້ນເຄີຍກັບພູມສັນຖານ, ແຕ່ວ່າເມື່ອໄດ້ໄປສຳຜັດຫຼັກໝາຍຊາຍແດນແລ້ວ, ຄວາມອິດເມື່ອຍຫາຍໄປໝົດຍ້ອນຄວາມພາກພູມໃຈອັນສັກສິດ”.

ປະຈຸບັນ, ກອງບັນຊາການທະຫານຊາຍແດນແຂວງກວ໋າງບິ່ງ ໄດ້ຊີ້ນຳອົງການຈັດຕັ້ງການລາດຕະເວນເປັນປະຈຳເດືອນ ແລະລາດຕະເວນສອງຝ່າຍໃນທຸກໆ 3 ເດືອນ. ນອກຈາກກຳລັງທະຫານຊາຍແດນຂອງສອງປະເທດແລ້ວ, ການລາດຕະເວນຍັງໄດ້ລະດົມກຳລັງຕຳຫຼວດ, ທະຫານລາດບັນດາຕາແສງຊາຍແດນ ເຂົ້າຮ່ວມນຳເພື່ອແນໃສ່ເພີ່ມທະວີການສົມທົບ, ຮັກສາຄວາມສະຫງົບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມຢູ່ເສັ້ນຊາຍແດນຫວຽດນາມ-ລາວ, ຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບ ແລະສັນຕິພາບລະຫວ່າງສອງປະເທດອ້າຍນ້ອງ...

ໂດຍ: ເຈິ່ນຮວ່ຽນ