ເນື່ອງໃນໂອກາດນີ້, ນັກຂ່າວໜັງສືພິມປ້ອງກັນຊາຍແດນ ໄດ້ສຳພາດສະຫາຍພັນເອກພິເສດ ຫງວຽນແທັງຫາຍ, ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານຊາຍແດນຫວຽດນາມ ຮັບຜິດຊອບກ່ຽວກັບລາຍການພົບປະແລກປ່ຽນ ກໍ່ຄືການເຄື່ອນໄຫວສົມທົບລະຫວ່າງກໍາລັງນາຍທະຫານຊາຍແດນໜຸ່ມຫວຽດນາມ ແລະກໍາລັງປ້ອງກັນຄວາມສະຫງົບລາວ.

ສະເໜີສະຫາຍ ຈົ່ງໃຫ້ຮູ້ກ່ຽວກັບບັນດາໝາກຜົນພົ້ນເດັ່ນຂອງຖັນແຖວນາຍທະຫານຊາຍແດນໜຸ່ມຫວຽດນາມ ແລະກໍາລັງປ້ອງກັນຄວາມສະຫງົບລາວ ໃນການປະຕິບັດໜ້າທີ່ຄຸ້ມຄອງ, ປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງຊາຍແດນຂອງແຕ່ລະປະເທດ ແລະກໍ່ສ້າງຊາຍແດນ ຫວຽດນາມ-ລາວ ສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາແບບຍືນຍົງໃນຊຸມປີຜ່ານມາ?

ໃນໄລຍະຜ່ານມາ, ຖັນແຖວນາຍທະຫານຊາຍແດນໜຸ່ມຫວຽດນາມ ແລະກຳລັງປ້ອງກັນຄວາມສະຫງົບລາວ ໄດ້ຕັ້ງໜ້າຍູ້ແຮງວຽກງານໂຄສະນາ, ສຶກສາອົບຮົມ ແນໃສ່ຍົກສູງຄວາມຮັບຮູ້ໃຫ້ພະນັກງານ, ນັກຮົບ ແລະປະຊາຊົນຢູ່ເຂດຊາຍແດນສອງປະເທດກ່ຽວກັບສາຍພົວພັນແບບພິເສດ, ສັດຊື່ບໍລິສຸດລະຫວ່າງຫວຽດນາມ ແລະລາວ.

ພົ້ນເດັ່ນແມ່ນ, ກໍາລັງນາຍທະຫານຊາຍແດນໜຸ່ມຫວຽດນາມ ແລະກຳລັງປ້ອງກັນຄວາມສະຫງົບລາວ ໄດ້ຕັ້ງໜ້າເຂົ້າຮ່ວມການສົມທົບກັນຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳປະເພດຕ່າງໆຢູ່ຊາຍແດນ, ໃນນັ້ນໄດ້ເອົາໃຈໃສ່ເປັນພິເສດເຖິງການຍູ້ແຮງການປະຕິບັດໜ້າທີ່ດ້ານວິຊາການໂດຍພື້ນຖານ, ຄຸ້ມຄອງບໍລິເວນ, ເປົ້າໝາຍທີ່ຢູ່ສອງຟາກຊາຍແດນຢ່າງແໜ້ນແຟ້ນ; ຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳປະເພດຕ່າງໆຢ່າງມີປະສິດທິຜົນ, ພິເສດແມ່ນອາດຊະຍາກຳຢາເສບຕິດ.

ຖັນແຖວນາຍທະຫານຊາຍແດນໜຸ່ມຫວຽດນາມ ໄດ້ຕັ້ງໜ້າ, ເປັນເຈົ້າການສົມທົບກັບກໍາລັງຄຸ້ມຄອງ, ປ້ອງກັນຊາຍແດນ, ດ່ານຊາຍແດນຂອງລາວ; ເປັນເສນາທິການໃຫ້ອໍານາດການປົກຄອງທ້ອງຖິ່ນຈັດຕັ້ງການແຮກສ່ຽວ ແລະຮັກສາການພົວພັນສາມັກຄີ, ມິດຕະພາບ, ການຊ່ວຍເຫຼືອເຊິ່ງກັນ ແລະກັນລະຫວ່າງຄູ່ແຮກສ່ຽວບ້ານ-ບ້ານ. ມາຮອດປະຈຸບັນ, ໃນທົ່ວເສັ້ນຊາຍແດນຫວຽດນາມ-ລາວ ມີຄູ່ແຮກສ່ຽວບ້ານ-ບ້ານ 106 ຄູ່. ບັນດາກົມກອງຂອງທະຫານຊາຍແດນຫວຽດນາມ ໄດ້ມອບຂອງຂວັນ ແລະວັດຖຸໜູນຊ່ວຍກຳລັງປ້ອງກັນຊາຍແດນຂອງເພື່ອນເພື່ອປັບປຸງຄ້າຍທະຫານ, ຮັບໃຊ້ການດໍາເນີນຊີວິດ ແລະປະຕິບັດໜ້າທີ່ດ້ວຍຍອດຈຳນວນເງິນເກືອບ 9 ຕື້ດົ່ງ... ຜ່ານນັ້ນ, ປະກອບສ່ວນປັບປຸງ, ຊຸກຍູ້ສາຍພົວພັນສາມັກຄີ, ຄວາມສະຫນິດຕິດພັນລະຫວ່າງສອງຊາດ ເວົ້າລວມ ແລະກຳລັງປ້ອງກັນຊາຍແດນສອງປະເທດ ເວົ້າສະເພາະ.

leftcenterrightdel
ສະຫາຍພັນເອກພິເສດ ຫງວຽນແທັງຫາຍ, ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານຊາຍແດນ, ກະຊວງປ້ອງກັນປະເດຫວຽດນາມ ແລະສະຫາຍພັນເອກ ອຸ່ນຄໍາ ສີແຫວນວົງສັກ, ຮອງຫົວໜ້າກົມທະຫານຊາຍແດນ, ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ພ້ອມກັບບັນດາຜູ້ແທນແລກປ່ຽນຢູ່ນອກກອງປະຊຸມໂອ້ລົມສົນທະນານາຍທະຫານຊາຍແດນໜຸ່ມ ຫວຽດນາມ-ລາວ ຄັ້ງທີ 2, ປີ 2023. ພາບ: ຫວ໊ຽດລາມ

ສະເໜີສະຫາຍໃຫ້ຮູ້ຈຸດປະສົງ, ຄວາມໝາຍ ແລະການເຄື່ອນໄຫວຕົ້ນຕໍຂອງລາຍການພົບປະແລກປ່ຽນລະຫວ່າງນາຍທະຫານຊາຍແດນໜຸ່ມຫວຽດນາມ ແລະກຳລັງປ້ອງກັນຄວາມສະຫງົບລາວ ປີ 2024 ?

ໂດຍໄດ້ເຫັນດີເປັນເອກະພາບຂອງກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບລາວ, ກະຊວງຕຳຫຼວດຫວຽດນາມ, ກອງບັນຊາການທະຫານຊາຍແດນຫວຽດນາມ ໄດ້ສົມທົບກັບກົມໃຫຍ່ປ້ອງກັນຄວາມສະຫງົບລາວ, ກະຊວງປ້ອງກັນຄວາມສະຫງົບລາວ ຈັດຕັ້ງລາຍການພົບປະແລກປ່ຽນລະຫວ່າງນາຍທະຫານຊາຍແດນໜຸ່ມຫວຽດນາມ ແລະກຳລັງປ້ອງກັນຄວາມສະຫງົບລາວ ປີ 2024. ລາຍການດັ່ງກ່າວມີຫຼາຍກິດຈະກຳທີ່ມີຄວາມໝາຍ ແລະແທດຈິງ, ຄື: ຊາວໜຸ່ມປູກຕົ້ນໄມ້ມິດຕະພາບ; ຈັດຕັ້ງການໂຄສະນາເຜີຍແຜ່ກົດໝາຍໃຫ້ປະຊາຊົນທີ່ຢູ່ສອງຟາກຊາຍແດນ; ມອບທຶນການສຶກສາ 40 ທຶນໃຫ້ພວກນ້ອງນັກສຶກສາທີ່ປະສົບກັບຄວາມຫຍຸ້ງຍາກຢູ່ສອງຟາກຊາຍແດນ; ການແຂ່ງຂັນກິລາ; ການໂອ້ລົມສົນທະນາ, ງານວາງສະແດງຮູບພາບ, ພົບປະແລກປ່ຽນວັດທະນະທຳ, ສິລະປະ; ສຶກສາກ່ຽວກັບວັດທະນະທຳ ແລະທ່ອງທ່ຽວຢູ່ສອງແຂວງກອນຕູມ ແລະບີ່ງດີ້ງ.

ຜ່ານການພົບປະແລກປ່ຽນຈະປະກອບສ່ວນໂຄສະນາ, ສຶກສາອົບຮົມໃຫ້ນາຍທະຫານຊາຍແດນໜຸ່ມຫວຽດນາມ ແລະກຳລັງປ້ອງກັນຄວາມສະຫງົບລາວ ກ່ຽວກັບສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງສອງພັກ, ສອງລັດ ແລະກຳລັງຄຸ້ມຄອງ, ປ້ອງກັນຊາຍແດນ; ດ່ານຊາຍແດນຂອງສອງປະເທດ; ປັບປຸງ ແລະເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ຊຸກຍູ້ການຮ່ວມມືແທດຈິງ; ຄວາມສະໜິດຕິດພັນລະຫວ່າງກຳລັງຄຸ້ມຄອງ, ປ້ອງກັນຊາຍແດນ, ດ່ານຊາຍແດນທີ່ຢູ່ສອງຟາກຊາຍແດນ, ປະກອບສ່ວນກໍ່ສ້າງເສັ້ນຊາຍແດນຫວຽດນາມ-ລາວ ສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາ...

ໃນໄລຍະຈະມາເຖິງ, ສອງຝ່າຍໄດ້ເຫັນດີເປັນເອກະພາບວ່າຈະຜັນຂະຫຍາຍບາງເນື້ອໃນຈຸດສຸມກ່ຽວກັບການເຄື່ອນໄຫວຂອງນາຍທະຫານຊາຍແດນໜຸ່ມຫວຽດນາມ ແລະກໍາລັງປ້ອງກັນຄວາມສະຫງົບລາວ, ຮຽນສະຫາຍ?

ຕາມຂ້າພະເຈົ້າ ແລ້ວ, ເພື່ອເສີມຂະຫຍາຍບົດບາດປະຈັນບານ, ມີຫົວຄິດປະດິດສ້າງຂອງໄວໜຸ່ມສອງປະເທດໃນການປະຕິບັດທຸກໜ້າທີ່ທີ່ໄດ້ມອບໝາຍໃຫ້ຢ່າງມີໄຊ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນລະຫວ່າງສອງປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່, ໃນໄລຍະຈະມາເຖິງ, ນາຍທະຫານຊາຍແດນໜຸ່ມຫວຽດນາມ ແລະກຳລັງປ້ອງກັນຄວາມສະຫງົບລາວ ຄວນສືບຕໍ່ເພີ່ມທະວີການຮ່ວມມື, ສົມທົບ, ໜູນຊ່ວຍເຊິ່ງກັນ ແລະກັນໃນການປ້ອງກັນ, ຕ້ານອາດຊະຍາກຳ, ພ້ອມທັງສົມທົບກັນຢ່າງແໜ້ນແຟ້ນໃນບັນຫາສາກົນ ແລະພາກພື້ນ, ສຸມໃສ່ບັນດາເນື້ອໃນ, ຄື: ທີໜຶ່ງ, ນາຍທະຫານໜຸ່ມສອງຝ່າຍຄວນຕັ້ງໜ້າຄົ້ນຄວ້າ, ສຶກສາຮໍ່າຮຽນ ແລະຍົກສູງຄວາມຮັບຮູ້ກ່ຽວກັບປະຫວັດສາດ, ຄວາມໝາຍ, ຄວາມສຳຄັນຂອງສາຍພົວພັນມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດ, ເປັນຕົ້ນແມ່ນບົດບາດສຳຄັນຂອງການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະການພົວພັນຕ່າງປະເທດ.

ທີສອງ, ການນຳສອງຝ່າຍສືບຕໍ່ເສີມຂະຫຍາຍບົດບາດຂອງໄວໜຸ່ມ, ຖັນແຖວນາຍທະຫານຊາຍແດນໜຸ່ມຫວຽດນາມ ແລະກຳລັງປ້ອງກັນຄວາມສະຫງົບລາວ ໃນການເປັນເສນາທິການ, ສະເໜີ ແລະຜັນຂະຫຍາຍປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍ; ຮັກສາການແລກປ່ຽນຂໍ້ມູນຂ່າວສານ ແລະສະພາບການທີ່ກ່ຽວຂ້ອງເຖິງວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ.

ທີສາມ, ນາຍທະຫານໜຸ່ມສອງຝ່າຍໄດ້ຕັ້ງໜ້າແລກປ່ຽນບົດຮຽນລະຫວ່າງຖັນແຖວພະນັກງານ, ນາຍທະຫານໜຸ່ມຂອງບັນດາກົມກອງໃນໂອກາດບຸນປີໃໝ່ປະຈຳຊາດຂອງແຕ່ລະຝ່າຍ.

ທີສີ່, ສອງຝ່າຍເປັນເຈົ້າການໃນການເປັນເສນາທິການ, ເພີ່ມທະວີການເຄື່ອນໄຫວສົມທົບຂອງຖັນແຖວນາຍທະຫານໜຸ່ມສອງປະເທດຢູ່ເຂດຊາຍແດນ; ປະຕິບັດຕາມເອກະສານນິຕິກຳກ່ຽວກັບຊາຍແດນ, ຂໍ້ຕົກລົງທີ່ກ່ຽວຂ້ອງເຊິ່ງການນຳສອງຝ່າຍໄດ້ລົງນາມ...

ຂ້າພະເຈົ້າ ເຊື່ອໝັ້ນວ່າ ຖັນແຖວນາຍທະຫານໜຸ່ມຂອງສອງປະເທດດ້ວຍເນື້ອໃນຈິດໃຈປະຈັນບານ, ມີຫົວຄິດປະດິດສ້າງ, ຄວາມສຸດໃຈ ແລະການອຸທິດຕົນຂອງໄວໜຸ່ມຈະສືບຕໍ່ ແລະສືບທອດມູນເຊື້ອຂອງບັນພະບຸລຸດຂອງພວກເຮົາ, ນັບມື້ນັບສາມັກຄີ, ສະໜິດຕິດພັນນໍາກັນຫຼາຍກວ່າເກົ່າ, ສົມທົບກັນຢ່າງແໜ້ນແຟ້ນເປັນປະຈຳກວ່າເກົ່າ, ປະຕິບັດໜ້າທີ່ຢ່າງມີປະສິດທິຜົນຂຶ້ນຕື່ມ, ປະກອບສ່ວນຢ່າງເໝາະສົມເຂົ້າໃນການຫັນການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະການພົວພັນຕ່າງປະເທດຂອງສອງປະເທດໃຫ້ປະກົດຜົນເປັນຈິງ, ພິເສດແມ່ນໃນຂົງເຂດການຄຸ້ມຄອງ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມໝັ້ນຄົງຊາຍແດນ, ການຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກໍາ; ກໍ່ສ້າງຊາຍແດນສັນຕິພາບ.

ຂໍຂອບໃຈສະຫາຍ!

ໂດຍ: ເຈິ່ນຮວ່ຽນ