ເນື່ອງໃນໂອກາດສະເຫຼີມສະຫຼອງ 89 ປີແຫ່ງວັນມູນເຊື້ອກຳລັງທະຫານລາດປ້ອງກັນຕົວ, ທ່ານພົນຕີ ຟ້າມກວາງເງິນ, ຫົວໜ້າກົມທະຫານລາດປ້ອງກັນຕົວ (ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ) ແລກປ່ຽນກັບນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ ກ່ຽວກັບການພັດທະນາ ແລະບັນດາໝາກຜົນພົ້ນເດັ່ນໃນວຽກງານຂອງກຳລັງທະຫານລາດປ້ອງກັນຕົວ.

ນັກຂ່າວ: ເກືອບ 90 ປີແຫ່ງວັນສ້າງຕັ້ງ, ຕໍ່ສູ້ ແລະເຕີບໃຫຍ່ຂະຫຍາຍຕົວ, ກຳລັງທະຫານລາດປ້ອງກັນຕົວ ໄດ້ປະກອບສ່ວນສຳຄັນເຂົ້າໃນການຕໍ່ສູ້, ອອກແຮງງານ ແລະປະຕິບັດວຽກງານ; 370 ໝູ່ຄະນະ ແລະພະນັກງານ, ນັກຮົບ 284 ຄົນ ທີ່ໄດ້ຮັບນາມມະຍົດນັກວິລະຊົນກຳລັງປະກອບອາວຸດປະຊາຊົນ, ທະຫານລາດປ້ອງກັນຕົວຫວຽດນາມ ໄດ້ປະດັບຫຼຽນໄຊດາວເຫຼືອງ. ປະຈຸບັນ, ກຳລັງທະຫານລາດປ້ອງກັນຕົວພັດທະນາ ແລະເສີມຂະຫຍາຍມູນເຊື້ອເປັນແນວໃດ, ຂໍຮຽນສະຫາຍ?

ທ່ານພົນຕີ ຟ້າມກວາງເງິນ: ປະຈຸບັນ, ອັດຕາທະຫານລາດປ້ອງກັນຕົວບັນລຸ 1,4% ພົນລະເມືອງ ແລະສະມາຊິກພັກໃນທະຫານລາດປ້ອງກັນຕົວກວ່າ 28,2%. ກໍາລັງທະຫານລາດປ້ອງກັນຕົວໄດ້ຝຶກແອບການເມືອງ, ສຶກສາການເມືອງ, ກົດໝາຍພື້ນຖານ, ເສີມຂະຫຍາຍບົດບາດຕະລຸມບອນ, ເຄື່ອນໄຫວຢ່າງມີປະສິດທິຜົນ, ສົມທົບເປັນຢ່າງດີກັບບັນດາກຳລັງກ່ຽວຂ້ອງ ເພື່ອຮັກສາຄວາມໝັ້ນຄົງດ້ານການເມືອງ, ປັບປຸງ, ເພີ່ມທະວີການປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບຢູ່ທ້ອງຖິ່ນ, ຮາກຖານ. ທະຫານລາດປ້ອງກັນຕົວກໍ່ແມ່ນກຳລັງຕະລຸມບອນໃນວຽກງານຂົນຂວາຍມະຫາຊົນ, ໜູນຊ່ວຍ, ຊ່ວຍເຫຼືອປະຊາຊົນໃນການປ້ອງກັນ, ຕ້ານ ແລະແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ, ໂລກລະບາດ, ກູ້ໄພກູ້ຊີບ.

leftcenterrightdel
ທະຫານລາດເມືອງແທັງເຄ (ດ່ານັ້ງ) ຍົກຍ້າຍປະຊາຊົນຢູ່ເຂດນ້ຳຖ້ວມມາບ່ອນປອດໄພ (ເດືອນຕຸລາ 2023). ພາບ: ຫວຽດຮຸ່ງ

ແຕ່ປີ 2002 ຈົນຮອດປະຈຸບັນ, ທົ່ວປະເທດໄດ້ລະດົມທະຫານລາດປ້ອງກັນຕົວເກືອບ 40 ລ້ານເທື່ອຄົນເຂົ້າຮ່ວມການກຽມພ້ອມສູ້ຮົບ, ສົມທົບກັບບັນດາກົມກອງກ່ຽວຂ້ອງ ເພື່ອປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະຂອງປະເທດຊາດ, ປົກປັກຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ ແລະເຂົ້າຮ່ວມປ້ອງກັນ, ຕ້ານໄພທຳມະຊາດ, ຊອກຫາກູ້ຊີບກູ້ໄພ, ເຮັດວຽກງານຂົນຂວາຍປະຊາຊົນ, ເຂົ້າຮ່ວມການກໍ່ສ້າງຊົນນະບົດໃໝ່, ຕົວເມືອງສິວິໄລ... ຜ່ານນັ້ນ, ປະກອບສ່ວນພ້ອມກັບບັນດາກຳລັງຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ, ສ້າງເງື່ອນໄຂສະດວກເພື່ອພັດທະນາເສດຖະກິດ-ສັງຄົມ ຢູ່ທ້ອງຖິ່ນ.

ນັກຂ່າວ: ຕາມສະຫາຍ, ເພື່ອບັນລຸໃຫ້ໄດ້ໝາກຜົນດັ່ງກ່າວແມ່ນຍ້ອນປັດໄຈໃດແດ່?

ທ່ານພົນຕີ ຟ້າມກວາງເງິນ: ໃນກິດຈະການສ້າງສາ ແລະປົກປັກຮັກສາປະເທດຊາດ, ພັກ, ລັດ ຍາມໃດກໍ່ເອົາໃຈໃສ່ຊີ້ນຳ, ນຳພາການກໍ່ສ້າງ, ຍົກສູງຄຸນນະພາບສັງລວມ ແລະຄວາມສາມາດກຽມພ້ອມສູ້ຮົບຂອງທະຫານລາດປ້ອງກັນຕົວ. ເພື່ອກຳລັງທະຫານລາດປ້ອງກັນຕົວຕອບສະໜອງໃຫ້ໄດ້ຄວາມຮຽກຮ້ອງຂອງໜ້າທີ່ໃນສະພາບການໃໝ່, ສະພາແຫ່ງຊາດ ຊຸດທີ XIV ໄດ້ຮັບຮອງເອົາກົດໝາຍວ່າ ດ້ວຍທະຫານລາດປ້ອງກັນຕົວ (ສະບັບປັບປຸງ), ມີຜົນສັກສິດແຕ່ວັນທີ 1 ກໍລະກົດ 2020. ຕາມນັ້ນແລ້ວ, ກໍາລັງທະຫານລາດປ້ອງກັນຕົວ ສືບຕໍ່ໄດ້ກໍ່ສ້າງຕາມທິດ “ໝັ້ນຄົງເຂັ້ມແຂງ ແລະກວ້າງຂວາງ”; ຍົກສູງຄຸນນະພາບສັງລວມ ແລະຄວາມສາມາດກຽມພ້ອມສູ້ຮົບເທື່ອລະກ້າວ.

ບັນດາຮູບແບບທະຫານລາດປ້ອງກັນຕົວ ກໍ່ໄດ້ຮັບການກໍ່ສ້າງ ແລະແຜ່ຂະຫຍາຍ, ເຄື່ອນໄຫວຢ່າງມີປະສິດທິຜົນ, ຄື: ກົມກອງທະຫານລາດປ້ອງກັນຕົວເຮັດໜ້າທີ່ປະຈຳການຂັ້ນແຂວງ, ກົມກອງທະຫານລາດປ້ອງກັນຕົວໃນທຸກຮູບແບບວິສາຫະກິດ... ວຽກງານຝຶກແອບ, ບຳລຸງສ້າງຍົກສູງລະດັບຄວາມຮູ້, ກຳລັງຄວາມສາມາດໃນວຽກງານໃຫ້ຖັນແຖວພະນັກງານເຮັດວຽກງານປ້ອງກັນຊາດທ້ອງຖິ່ນ, ທະຫານລາດປ້ອງກັນຕົວຢູ່ທຸກຂັ້ນໄດ້ເອົາໃຈໃສ່. ຄຸນນະພາບ, ບົດບາດເປັນເສນາທິການຂອງອົງການການທະຫານທຸກຂັ້ນຕໍ່ກັບວຽກງານສ້າງກຳລັງທະຫານລາດປ້ອງກັນຕົວນັບມື້ນັບຍົກສູງ. ຍ້ອນເຫດນັ້ນ, ວຽກງານຝຶກແອບ, ຝືກຊ້ອມ ແລະການເຄື່ອນໄຫວຂອງກຳລັງທະຫານລາດປ້ອງກັນຕົວໄດ້ຮັບການປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ; ການສຶກສາການເມືອງ, ເຜີຍແຜ່, ສຶກສາກົດໝາຍໄດ້ສົມທົບຢ່າງມີໄຫວພິບ, ປະດິດສ້າງ, ມີປະສິດທິຜົນສູງ.

ຄຽງຄູ່ກັນນັ້ນ, ເຖິງວ່າລະບອບ, ນະໂຍບາຍຕໍ່ກັບທະຫານລາດປ້ອງກັນຕົວຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງແຕ່ກໍ່ໄດ້ບັນດາອົງການ, ກົມກອງ, ທ້ອງຖິ່ນເອົາໃຈໃສ່, ສ່ວນໃດຊ່ວຍໃຫ້ກຳລັງທະຫານລາດປ້ອງກັນຕົວ ອຸ່ນອ່ຽນໃຈປະຕິບັດໜ້າທີ່ເປັນຢ່າງດີ. ໃນໄລຍະຈະມາເຖິງ, ເມື່ອລັດຖະບານປະກາດໃຊ້ດຳລັດສະບັບເລກທີ 72/2020/NĐ-CP ວ່າດ້ວຍການກໍ່ສ້າງກໍາລັງ ແລະລະບອບ, ນະໂຍບາຍຕໍ່ກັບທະຫານລາດປ້ອງກັນຕົວຈະສ້າງເງື່ອນໄຂດີກວ່າ ເພື່ອຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວຂອງກຳລັງທະຫານລາດປ້ອງກັນຕົວໃນສະພາບການໃໝ່...

ນັກຂ່າວ: ໂດຍຮູ້ວ່າ, ຈຸດພົ້ນເດັ່ນໃນປີ 2023 ແມ່ນການຜັນຂະຫຍາຍການປະຕິບັດແຜນຮ່າງ “ສ້າງກອງກຳປັ່ນທະຫານລາດປ້ອງກັນຕົວ ເຂົ້າຮ່ວມການປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະໃນສະພາບການໃໝ່” ແລະສ້າງຮູບແບບທະຫານລາດປ້ອງກັນຕົວບັນລຸໄດ້ໝາກຜົນໜ້າຮັບຮູ້. ປີ 2024, ໜ້າທີ່ຈຸດສຸມໃນວຽກງານທະຫານລາດປ້ອງກັນຕົວແມ່ນຫຍັງແດ່, ຂໍຮຽນສະຫາຍ?

leftcenterrightdel
ທະຫານລາດນິຄົມກະເສດກາເຟ ຈື ປຣົງ (ເມືອງ ຈື ປຣົງ, ແຂວງຢາລາຍ) ຝຶກແອບການຍິງປືນ. ພາບ: ຫວຽດຮຸ່ງ

ທ່ານພົນຕີ ຟ້າມກວາງເງິນ: ປີ 2024, ກົມທະຫານລາດປ້ອງກັນຕົວກຳນົດເປັນເສນາທິການຜັນຂະຫຍາຍຮອບດ້ານໜ້າທີ່, ມາດຕະການຍົກສູງຄຸນນະພາບການເຄື່ອນໄຫວຂອງກຳລັງທະຫານລາດປ້ອງກັນຕົວ; ຈຸດສຸມແມ່ນຜັນຂະຫຍາຍບັນດາແຜນຮ່າງກ່ຽວກັບທະຫານລາດປ້ອງກັນຕົວຕາມການຊີ້ນຳຂອງຄະນະພັກການທະຫານສູນກາງ, ການນຳກະຊວງປ້ອງກັນປະເທດໃຫ້ມີປະສິດທິຜົນ. ຄຽງຂ້າງກັນນັ້ນ, ກົມສືບຕໍ່ຊີ້ນຳການຈັດຕັ້ງການກໍ່ສ້າງກຳລັງທະຫານລາດປ້ອງກັນຕົວໃຫ້ໝັ້ນຄົງເຂັ້ມແຂງ ແລະກວ້າງຂວາງ, ມີຈຳນວນເໝາະສົມ, ຄຸນນະພາບສັງລວມນັບມື້ນັບສູງ; ສຸມໃສ່ຍົກສູງຄຸນນະພາບການຝຶກອົບຮົມ, ຝຶກແອບ; ຈັດຕັ້ງການຝຶກແອບ, ຝຶກຊ້ອມຕາມມາດຕະການກຽມພ້ອມສູ້ຮົບ.

ນັກຂ່າວ: ເພື່ອສືບຕໍ່ສ້າງກຳລັງທະຫານລາດປ້ອງກັນຕົວໃຫ້ມີຄວາມໝັ້ນຄົງເຂັ້ມແຂງ, ຕອບສະໜອງໃຫ້ໄດ້ຄວາມຮຽກຮ້ອງຂອງໜ້າທີ່ໃນໄລຍະໃໝ່, ຕາມສະຫາຍ, ພວກເຮົາຕ້ອງເຮັດຫຍັງແດ່?

ທ່ານພົນຕີ ຟ້າມກວາງເງິນ: ກ່ອນອື່ນໝົດ, ຕ້ອງເພີ່ມທະວີການຊີ້ນຳ, ນຳພາຂອງຄະນະພັກທຸກຂັ້ນ, ອຳນາດການປົກຄອງທ້ອງຖິ່ນ, ຜູ້ນຳໜ້າບັນດາອົງການ, ອົງການຈັດຕັ້ງ, ເສີມຂະຫຍາຍກຳລັງແຮງຂອງທົ່ວລະບົບການເມືອງ ແລະທົ່ວປວງຊົນ. ຄຽງຂ້າງກັນນັ້ນ, ຕ້ອງເສີມຂະຫຍາຍບົດບາດເປັນເຈົ້າການ, ສົມທົບຂອງອົງການທະຫານທ້ອງຖິ່ນ, ກອງບັນຊາການທະຫານຂັ້ນຕາແສງ ແລະກອງບັນຊາການທະຫານອົງການ, ອົງການຈັດຕັ້ງຢູ່ຮາກຖານໃນວຽກງານເປັນເສນາທິການຊ່ວຍຄະນະພັກ, ອຳນາດການປົກຄອງ, ການນຳອົງການ, ຈັດຕັ້ງການຊີ້ນຳ, ນຳພາວຽກງານທະຫານລາດປ້ອງກັນຕົວ. ສຸມໃສ່ການກໍ່ສ້າງກຳລັງທະຫານລາດປ້ອງກັນຕົວ ໃຫ້ມີຄວາມໝັ້ນຄົງເຂັ້ມແຂງຮອບດ້ານ, ຈຸດສຸມແມ່ນມີຄວາມໝັ້ນແກ່ນດ້ານການເມືອງ, ເປັນພື້ນຖານສຳເລັດໜ້າທີ່ທີ່ໄດ້ຮັບການມອບໝາຍເປັນຢ່າງດີ; ເອົາໃຈໃສ່ພັດທະນາພັກໃນກຳລັງທະຫານລາດປ້ອງກັນຕົວ, ໂດຍສະເພາະແມ່ນຢູ່ບໍລິເວນຈຸດສຸມ, ພາກສ່ວນເຮັດໜ້າທີ່ສຳຄັນ, ວິສາຫະກິດມີເງິນທຶນຕ່າງປະເທດ.

ພ້ອມກັນນັ້ນ, ເອົາໃຈໃສ່ຍົກສູງຄຸນນະພາບການຝຶກແອບ, ຝຶກອົບຮົມ, ຝຶກຊ້ອມໃຫ້ທະຫານລາດປ້ອງກັນຕົວ, ບຳລຸງສ້າງຍົກສູງກຳລັງຄວາມສາມາດການເຄື່ອນໄຫວແທດຈິງ, ວິທີການແກ້ໄຂທຸກກໍລະນີເກີດຂຶ້ນດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢູ່ທ້ອງຖິ່ນ. ເຮັດວຽກງານໂຄສະນາ, ເຜີຍແຜ່, ສຶກສາກົດໝາຍວ່າດ້ວຍທະຫານລາດປ້ອງກັນຕົວດ້ວຍຫຼາຍຮູບແບບ, ມາດຕະການ, ຍົກສູງຄວາມຮັບຮູ້, ຄວາມຮັບຜິດຊອບຂອງພະນັກງານ, ສະມາຊິກພັກ, ໂດຍສະເພາະແມ່ນພະຍັງງານຫຼັກແຫຼ່ງທຸກຂັ້ນກ່ຽວກັບວຽກງານທະຫານລາດປ້ອງກັນຕົວ. ຕ້ອງກຳນົດຢ່າງຊັດເຈນ, ກໍ່ສ້າງກຳລັງທະຫານລາດປ້ອງກັນຕົວໃຫ້ມີຄວາມໝັ້ນຄົງເຂັ້ມແຂງແມ່ນໜ້າທີ່ທີ່ມີຄວາມໝາຍຍຸດທະສາດຕ້ອງໄດ້ປະຕິບັດໃນໄລຍະສັນຕິພາບເພື່ອຕອບສະໜອງໃຫ້ໄດ້ຄວາມຮຽກຮ້ອງຂອງໜ້າທີ່ປົກປັກຮັກສາປະເທດຊາດແຕ່ຫົວທີ່, ແຕ່ໄກໃນສະພາບການໃໝ່.

ໂດຍ: ແສງເດືອນ