ໃນຂອບເຂດຂອງລາຍການ, ບັນດາສະມາຊິກສະຫະພັນ, ຊາວໜຸ່ມໄດ້ດຳເນີນຫຼາຍກິດຈະກຳທີ່ມີຄວາມໝາຍແທດຈິງ, ຄື: ຖະຫວາຍທູບທຽນເພື່ອອາໄລຫາວິລະຊົນນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ; ຢ້ຽມຢາມ ແລະຊອກຮູ້ຮ່ອງຮອຍປະຫວັດສາດທ່າບັກຂ້າມແມ່ນໍ້າເຊໂປກ; ຢ້ຽມຢາມ ແລະຮັບຟັງແນະນຳກ່ຽວກັບປະຫວັດສາດຂອງຫຼັກໝາຍຊາຍແດນເລກ 45; ປູກຕົ້ນໄມ້ສີຂຽວຢູ່ "ສວນກ້າເບ້ຍໄມ້ຊາວໜຸ່ມ"; ມອບຂອງຂວັນໃຫ້ນັກຮົບບັນດາຄ້າຍທະຫານຊາຍແດນ ເຊໂປກ, ຢອກເມເຣີ, ຢອກດອນ ທີ່ຄອບຄົວປະສົບກັບຄວາມຫຍຸ້ງຍາກ...

leftcenterrightdel
ມອບກິດຈະກຳ “ແສງໄຟເຍືອງທາງຢູ່ເຂດຊາຍແດນ” ໃຫ້ແກ່ຄະນະຊາວໜຸ່ມທະຫານຊາຍແດນແຂວງ ດັກລັກ. ພາບ: ຫງວຽນເຢິນ.

ທ່ານພັນໂທ ເຣີລານເງິນ, ຮອງຫົວໜ້າການເມືອງກອງບັນຊາການທະຫານຊາຍແດນແຂວງ ດັກລັກ ໃຫ້ຮູ້ວ່າ ກິດຈະກຳ “ເດືອນມີນາ ຢູ່ເຂດຊາຍແດນ” ເພື່ອແນໃສ່ຫັນຂະບວນການ “ຂ້າພະເຈົ້າຮັກປະເທດຊາດຂອງຕົນ” ໂດຍສູນກາງສະຫະພັນຊາວໜຸ່ມຫວຽດນາມ ປຸກລະດົມໃນລະຫວ່າງວັນທີ 1-31 ມີນາ ທຸກປີໃຫ້ເປັນລະອຽດ. ການເຄື່ອນໄຫວເພື່ອແນໃສ່ໂຄສະນາ, ຍົກສູງຄວາມຮັບຮູ້ໃຫ້ບັນດາສະມາຊິກຊາວໜຸ່ມ, ຊາວໜຸ່ມກ່ຽວກັບໜ້າທີ່ປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມໝັ້ນຄົງຢູ່ຊາຍແດນແຫ່ງຊາດ. ຜ່ານນັ້ນ, ຊ່ວຍໃຫ້ລຸ້ນໜຸ່ມມີຄວາມເຂົ້າໃຈຕື່ມອີກກ່ຽວກັບມູນເຊື້ອ, ຮັກບ້ານເກີດເມືອງນອນ, ປະເທດຊາດ, ເອກອ້າງທະນົງໃຈຕໍ່ຊາດ, ມີຄວາມຮັບຜິດຊອບຕໍ່ປະຊາຄົມ, ໜ້າທີ່ກໍ່ສ້າງ ແລະປົກປັກຮັກສາປະເທດຊາດໃນສະພາບການໃໝ່.

ໂດຍ: ຈາງຫງວຽນ