ໂດຍແມ່ນປະເທດທີ່ມີທະເລ, ບັນຫາຄວາມໝັ້ນຄົງທາງທະເລມີຄວາມສຳຄັນພິເສດສໍາລັບຫວຽດນາມ, ມີຜົນກະທົບໃຫຍ່ຕໍ່ການພັດທະນາເສດຖະກິດທາງທະເລ ແລະຮັບປະກັນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປົກປັກຮັກສາສະພາບແວດລ້ອມສັນຕິພາບຂອງປະເທດ.

ຮັບຮູ້ຢ່າງເລິກເຊິ່ງກ່ຽວກັບທີ່ຕັ້ງ, ບົດບາດ, ຄວາມສຳຄັນພິເສດຂອງທະເລ, ໝູ່ເກາະ

ທະເລ ແລະໝູ່ເກາະແມ່ນອະທິປະໄຕອັນສັກສິດທີ່ບໍ່ສາມາດຕັດແຍກອອກ ແລະລ່ວງລະເມີດໄດ້ຂອງຫວຽດນາມ. ການປົກປັກຮັກສາປະເທດຊາດເວົ້າລວມ, ເດັດດ່ຽວ, ຢຶດໝັ້ນຕໍ່ສູ້ປົກປັກຮັກສາອະທິປະໄຕ, ການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ ແລະຜົນປະໂຫຍດຂອງຊາດຢູ່ເຂດທະເລ, ໝູ່ເກາະຕ່າງໆເວົ້າສະເພາະ ແມ່ນໜ້າທີ່ຂອງທົ່ວລະບົບການເມືອງ ແລະທົ່ວປວງຊົນໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດ ຫວຽດນາມສັງຄົມນິຍົມ.

leftcenterrightdel
ຮ້ານເວນຍາມ DK1. ພາບ: ຮີ່ງເລີມ

ໃນຊຸມປີຜ່ານມາ, ລະບົບທັດສະນະຂອງພັກ ກ່ຽວກັບການປົກປັກຮັກສາອະທິປະໄຕທະເລໝູ່ເກາະໄດ້ຮັບການປັບປຸງ, ພັດທະນາສົມບູນແບບ. ກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກ (ຊຸດທີ X) ໄດ້ຮັບຮອງເອົາມະເລກເລກທີ 09 NQ/TW ລົງວັນທີ 9 ກຸມພາ 2007 “ວ່າດ້ວຍຍຸດທະສາດທະເລຫວຽດນາມ ຮອດປີ 2000”, ໃນນ້ັນກໍານົດວ່າ: “ສູ້ຊົນນໍາປະເທດຫວຽດນາມ ກາຍເປັນປະເທດທີ່ເຂັ້ມແຂງກ່ຽວກັບທະເລ, ສ້າງຄວາມຮັ່ງມີຈາກທະເລ, ຮັບປະກັນອະທິປະໄຕຂອງຊາດ, ສິດອະທິປະໄຕແຫ່ງຊາດຢູ່ທະເລໝູ່ເກາະໄວ້ໃຫ້ໝັ້ນຄົງ”. ກອງປະຊຸມຄັ້ງທີ 8 ຄະນະບໍລິຫານງານສູນກາງພັກ (ຊຸດທີ XII) ໄດ້ປະກາດໃຊ້ມະຕິເລກທີ 36-NQ/TW ລົງວັນທີ 22 ຕຸລາ 2018 “ວ່າດ້ວຍຍຸດທະສາດພັດທະນາເສດຖະກິດທະເລຫວຽດນາມແບບຍືນຍົງຮອດປີ 2030, ວິໄສທັດຮອດປີ 2045” ໄດ້ກຳນົດວ່າ: “ຫວຽດນາມ ຕ້ອງກາຍເປັນປະເທດທີ່ເຂັ້ມແຂງກ່ຽວກັບທະເລ, ສ້າງຄວາມຮັ່ງມີຈາກທະເລ, ພັດທະນາແບບຍືນຍົງ, ວັດທະນາຖາວອນ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ; ພັດທະນາເສດຖະກິດທະເລແບບຍືນຍົງ ຕິດພັນກັບການຮັບປະກັນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ”. ຕໍ່ຈາກນັ້ນ, ທີ່ກອງປະຊຸມໃຫຍ່ ຄັ້ງທີ  XIII (ປີ 2021), ພັກກອມມູນິດຫວຽດນາມ ໄດ້ຢືນຢັນອີກເທື່ອໜຶ່ງວ່າ: “ເດັດດ່ຽວ, ຢຶດໝັ້ນຕໍ່ສູ້ປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ, ນ່ານຟ້າ, ນ່ານທະເລ; ຮັກສາສະພາບແວດລ້ອມສັນຕິພາບ ແລະສະຖຽນລະພາບເພື່ອພັດທະນາ.”

ເອກະສານສະບັບຕ່າງໆດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ, ພັກ ແລະລັດຫວຽດນາມ ຍາມໃດກໍ່ຮັບຮູ້ຢ່າງເລິກເຊິ່ງກ່ຽວກັບທີ່ຕັ້ງ, ບົດບາດ, ຄວາມສຳຄັນພິເສດຂອງທະເລໝູ່ເກາະ, ແມ່ນພື້ນຖານເພື່ອຜັນຂະຫຍາຍການເຄື່ອນໄຫວປົກປັກຮັກສາອະທິປະໄຕຢູ່ທະເລໝູ່ເກາະໃນສະພາບຕົວຈິງ.

ເຄົາລົບບັນດາຂໍ້ກຳນົດຂອງກົດໝາຍ ແລະຫຼັກການພົວພັນສາກົນ

ໃນວິວັດແຫ່ງການປົກປັກຮັກສາອະທິປະໄຕທະເລໝູ່ເກາະຂອງຊາດໄວໃຫ້ໝັ້ນຄົງ, ຫວຽດນາມ ຍາມໃດກໍ່ເຄົາລົບບັນດາຂໍ້ກຳນົດຂອງກົດໝາຍ ແລະຫຼັກການພົວພັນສາກົນ.

ໂດຍແມ່ນປະເທດສະມາຊິກຂອງສະຫະປະຊາຊາດ ທີ່ໄດ້ລົງນາມໃນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝຫາຍວ່າດ້ວຍທະເລປີ 1982 (UNCLOS 1982), ຫວຽດນາມ ຢຶດໝັ້ນຕໍ່ແນວທາງແກ້ໄຂບັນຫາທີ່ເກີດຂຶ້ນໂດຍສັນຕິວິທີ, ສະເໝີພາບ ແລະເຄົາລົບເຊິ່ງກັນ ແລະກັນ ເພື່ອແນໃສ່ຊອກຫາມາດຕະການພື້ນຖານ, ຍາວນານ,  ຕອບສະໜອງຜົນປະໂຫຍດອັນຊອບທໍາຂອງທຸກຝ່າຍທີ່ກ່ຽວຂ້ອງ.

ຫວຽດນາມ ຢຶດໝັ້ນຕໍ່ສູ້ໂດຍສັນຕິວິທີຢູ່ບັນດາເວທີປາໄສສາກົນ ແລະພາກພື້ນ ໂດຍຜ່ານການແລກປ່ຽນຄະນະຜູ້ແທນທຸກຂັ້ນໃນບັນດາຂົງເຂດ: ການເມືອງ, ການທູດ; ເປັນເຈົ້າການລະງັບໃຈ, ບໍ່ມີການກະທຳເກາະຜິດ, ບໍ່ເຮັດໃຫ້ສະພາບສັບສົນຂຶ້ນຕື່ມ. ຫວຽດນາມ ກໍ່ສ້າງລະບົບມາດຕະການສັນຕິພາບ ເພື່ອແກ້ໄຂຄວາມຂັດແຍ້ງກັນ ແລະຄວາມບໍ່ລົງລອຍກັນກັບບັນດາຝ່າຍ ແລະບັນດາປະເທດທີ່ກ່ຽວຂ້ອງ, ຄື: ມາດຕະການທາງການທູດ (ການເຈລະຈາ, ການສືບສວນ, ການໄກ່ເກ່ຍ; ຜ່ານບັນດາອົງການຈັດຕັ້ງສາກົນ ແລະພາກພື້ນ; ລົງນາມໃນສັນຍາສອງຝ່າຍ ແລະຫຼາຍຝ່າຍ...).  ຫວຽດນາມ ກໍ່ຖືເປັນສຳຄັນການຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດກັບບັນດາຄູ່ຮ່ວມມື; ຍູ້ແຮງການຮ່ວມມືຫຼາຍຝ່າຍໃນຂົງເຂດຮັບປະກັນຄວາມໝັ້ນຄົງ, ຄົ້ນຄວ້າວິທະຍາສາດ-ເຕັກໂນໂລຢີ, ຕ້ານ ແລະສະກັດກັ້ນອາດຊະຍາກຳຢູ່ທະເລ... ເພື່ອຮັກສາເຂດທະເລໃຫ້ສັນຕິພາບ, ສະຖຽນລະພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ.

ທາງສອງຝ່າຍ, ຕາມປຶ້ມປົກຂາວປ້ອງກັນຊາດຫວຽດນາມ 2019, ຫວຽດນາມ ໄດ້ລົງນາມໃນເອກະສານນິຕິກຳຫຼາຍສະບັບ ກ່ຽວກັບຊາຍແດນທາງທະເລກັບບັນດາປະເທດບ້ານໃກ້ເຮືອນຄຽງ, ຄື: ສັນຍາວ່າດ້ວຍນ່ານນ້ຳປະຫວັດສາດ ແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ  ແລະ ລາຊະອານາຈັກກຳປູເຈຍ (ລົງນາມໃນວັນທີ 7 ສິງຫາ 1982); ສັນຍາລະຫວ່າງລັດຖະບານຫວຽດນາມ ແລະ ລັດຖະບານແຫ່ງລາຊະອານາຈັກໄທ ກ່ຽວກັບການຂີດແບ່ງເຂດແດນທາງທະເລ ລະຫວ່າງສອງປະເທດຢູ່ອ່າວໄທ (ລົງນາມໃນວັນທີ 9 ສິງຫາ 1997); ສັນຍາວ່າດ້ວຍການກຳນົດເຂດທະເລ, ເຂດເສດຖະກິດຈຳເພາະ ແລະໄຫຼ່ທະວີບຢູ່ອ່າວພາກເໜືອ ລະຫວ່າງສາທາລະນະລັດສັງຄົມນິຍົມຫວຽດນາມ ແລະ ສາທາລະນະລັດ ປະຊາຊົນຈີນ (ລົງນາມໃນວັນທີ 25 ທັນວາ 2000); ສັນຍາວ່າດ້ວຍການຮ່ວມມືດ້ານການປະມົງຢູ່ອ່າວພາກເໜືອ ລະຫວ່າງລັດຖະບານສາທາລະນະລັດສັງຄົມນິຍົມຫວຽດນາມ ແລະ ລັດຖະບານແຫ່ງສາທາລະນະລັດປະຊາຊົນຈີນ (ລົງນາມໃນວັນທີ 25 ທັນວາ 2000); ສັນຍາວ່າດ້ວຍຫຼັກການພື້ນຖານຊີ້ນຳການແກ້ໄຂບັນຫາບົນທະເລ ລະຫວ່າງສາທາລະນະລັດສັງຄົມນິຍົມຫວຽດນາມ ແລະສາທາລະນະລັດປະຊາຊົນຈີນ (ລົງນາມໃນວັນທີ 11 ຕຸລາ 2011)...

ຫວຽດນາມ ແມ່ນປະເທດເອກະລາດ, ມີອະທິປະໄຕ, ເປັນເອກະພາບ ແລະຜືນແຜ່ນດິນອັນຄົບຖ້ວນ, ລວມມີດິນຕໍ່ແຜ່ນ, ເຂດນ່ານຟ້າ, ນ່ານທະເລ ແລະໝູ່ເກາະຕ່າງໆ. ການປົກປັກຮັກສາປະເທດຊາດເວົ້າລວມ ແລະ ປົກປັກຮັກສາອະທິປະໄຕທະເລໝູ່ເກາະເວົ້າສະເພາະ ບົນພື້ນຖານເຄົາລົບກົດໝາຍສາກົນ ແມ່ນປັດໄຈສຳຄັນເພື່ອໃຫ້ຫວຽດນາມ ພັດທະນາແບບຍືນຍົງ.

ໂດຍ: ທູຈາງ