ໃນການລາດຕະເວນປົກປັກຮັກສາເສັ້ນທາງຊາຍແດນ, ຫຼັກໝາຍຊາຍແດນກັບພະນັກງານ, ນັກຮົບຄ້າຍທະຫານຊາຍແດນ ຕາມຈຸງ, ອ້າຍ ຢ່າງອາເຈ່ຍ - ຊາວເຜົ່າມົງ ຢູ່ບ້ານອອນ, ຕາແສງຕາມຈຸງ (ເມື່ອງລາດ) ໄດ້ສ້າງຄວາມປະທັບໃຈອັນດີງາມໃຫ້ແກ່ພວກຂ້າພະເຈົ້າ. ຢ່າງອາເຈ່ຍ ມີຮ່າງຄີງຈ່ອຍສູງແຕ່ໄປມາວ່ອງໄວ ຄືກະຮອກປ່າ. ເຖິງວ່າອາຍຸຍັງໜ້ອຍກໍ່ຕາມ, ແຕ່ ຢ່າງອາເຈ່ຍ ໄດ້ສະໝັກໃຈຈົດທະບຽນເຂົ້າຮ່ວມການປົກປັກຮັກສາເສັ້ນທາງຊາຍແດນ, ຫຼັກໝາຍຊາຍແດນມາໄດ້ກວ່າ 20 ປີແລ້ວ.

ເຄື່ອງໃຊ້ໃນການລາດຕະເວນປົກປັກຮັກສາຊາຍແດນ, ຫຼັກໝາຍຊາຍແດນ, ນອກຈາກເຄື່ອງໃຊ້ທີ່ຈຳເປັນໃນການເຂົ້າປ່າແລ້ວ, ຢ່າງອາເຈ່ຍ ຍັງຖືກະປ໋ອງນ້ຳສະອາດ ເພື່ອເຊັດຖູຫຼັກໝາຍ, ຮັບປະກັນໃຫ້ຫຼັກໝາຍຍາມໃດກໍ່ສະອາດ. ເຖິງວ່າອາກາດຈະຮ້ອນເອົ້າ ຫຼື ຝົນຕົກ, ເດືອນລະຄັ້ງລາວກໍ່ໄປຢາມ, ກວດກາຫຼັກໝາຍຊາຍແດນ. ຮອຍຕີນຂອງລາວເປັນທີ່ລື້ງເຄີຍຢູ່ຕາມເສັ້ນທາງໃນປ່າທີ່ຍາວກວ່າ 10 ກິໂລແມັດນີ້.

ຕາມອ້າຍ ຢ່າງອາເຈ່ຍ ແລ້ວ, ບ້າຍອອນ ຢູ່ຕິດກັບປະເທດລາວ ແລະແຂວງເຊີນລາ, ສະນັ້ນ, ສະພາບຄວາມໝັ້ນຄົງຢູ່ທີ່ນີ້ແມ່ນສັບສົນຫຼາຍ. ທຸກໆຄັ້ງທີ່ລາວໄປກວດກາຫຼັກໝາຍ, ລາວ ເຄີຍສັງເກດ, ກໍາແໜ້ນສະພາບການ, ຖ້າມີສະພາບຜິດປົກກະຕິ ລາວກໍ່ລາຍງານໂດຍທັນທີໃຫ້ຄ້າຍທະຫານຊາຍແດນຕາມຈຸງ.

leftcenterrightdel
ເຈົ້າກົກເຈົ້າເຫຼົ່າບ້ານ ລາງມິນຮວ໊ຽນ ຢູ່ບ້ານແກ້ວ, ຕາແສງບ໊າດມອດ (ເທື່ອງຊວນ) ເຂົ້າຮ່ວມການປົກປັກຮັກສາຊາຍແດນ, ຫຼັກໝາຍຊາຍແດນ ພ້ອມກັບພະນັກງານ, ນັກຮົບທະຫານຊາຍແດນ ນັບແຕ່ປີ 2014 ມາຮອດປະຈຸບັນ. ພາບ: ຮວ່າງລານ.

ທ່ານພັນໂທ ໂງມິງກວາງ, ຫົວໜ້າຄ້າຍທະຫານຊາຍແດນຕາມຈຸງ ໃຫ້ຮູ້ວ່າ: ກົມກອງໄດ້ຮັບໜ້າທີ່ຄຸ້ມຄອງ ແລະປົກປັກຮັກສາເສັ້ນທາງຊາຍແດນ 8 ກິໂລແມັດ, 4 ຫຼັກໝາຍ (ຈາກຫຼັກໝາຍເລກທີ 270 ຫາຫຼັກໝາຍເລກທີ 273). ໃນລະບົບຫຼັກໝາຍທີ່ກົມກອງຄຸ້ມຄອງນັ້ນ, ຢ່າງອາເຈ່ຍ ແມ່ນຜູ້ຮູ້ແຈ້ງທັງ 4 ຫຼັກໝາຍ, ລາວ ຍັງໂຄສະນາເຜີຍແຜ່, ປຸກລະດົມປະຊາຊົນໃນໝູ່ບ້ານພ້ອມກັນເຂົ້າຮ່ວມການປົກປັກຮັກສາເສັ້ນທາງຊາຍແດນ, ຫຼັກໝາຍຊາຍແດນເປັນປະຈຳ.

ຄ້າຍທະຫານຊາຍແດນບ໊າດມອດ (ເທື່ອງຊວນ) ມີໜ້າທີ່ຄຸ້ມຄອງ, ປົກປັກຮັກສາຊາຍແດນທີ່ມີລວງຍາວ 17,23 ກິໂລແມັດ,  9 ຫຼັກໝາຍຊາຍແດນແຫ່ງຊາດ ທີ່ຕິດກັບກຸ່ມບ້ານທ່າເລົ່າ, ເມືອງຊຳໃຕ້, ແຂວງຫົວພັນ. ການຈະລາຈອນແມ່ນຫຍຸ້ງຍາກ, ເສດຖະກິດພັດທະນາຢ່າງຊັກຊ້າ, ສະພາບຄວາມໝັ້ນຄົງ ແລະຄວາມເປັນລະບຽບຮຽບຮ້ອຍຍັງສັບສົນຫຼາຍ. ຮັບຮູ້ໄດ້ທີ່ຕັ້ງ, ບົດບາດ, ຄວາມໝາຍສຳຄັນຂອງວຽກງານຂົນຂວາຍມະຫາຊົນເຂົ້າຮ່ວມການສ້າງສາ ແລະປົກປັກຮັກສາປະເທດຊາດ, ໃນໄລຍະຜ່ານມາ, ຄະນະພັກ, ຫົວໜ້າຄ້າຍທະຫານຊາຍແດນ ໄດ້ເປັນເຈົ້າການສົມທົບກັບຄະນະພັກຕາແສງບ໊າດມອດ ສ້າງ ແລະຜັນຂະຫຍາຍລະບຽບການສົມທົບໃນການເຄື່ອນໄຫວປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງຢູ່ເຂດຊາຍແດນ, ຮັກສາຄວາມສະຫງົບປອດໄພໃນບໍລິເວນ, ຕັ້ງໜ້າເຂົ້າຮ່ວມຂະບວນການ “ທົ່ວປວງຊົນເຂົ້າຮ່ວມການປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມໝັ້ນຄົງຢູ່ເຂດຊາຍແດນແຫ່ງຊາດໃນສະພາບການໃໝ່”.

ໂດຍໄດ້ກຳເນີດ ແລະເຕີບໃຫຍ່ຢູ່ເຂດຊາຍແດນ, ເຈົ້າກົກເຈົ້າເຫຼົ່າບ້ານ ລາງມິນຮວ໊ຽນ ຍາມໃດກໍ່ໄດ້ຮັບຄວາມຮັກແພງ, ຄວາມໄວ້ເນື້ອເຊື່ອໃຈຈາກປະຊາຊົນຢູ່ບ້ານແຄ້ວ, ຕາແສງບ໊າດມອດ ແລະເຂົາເຈົ້າຍາມໃດກໍ່ປະຕິບັດຕາມທຸກສິ່ງທຸກຢ່າງທີ່ພໍ່ເຖົ້າໄດ້ເວົ້າ, ໄດ້ເຮັດ. ສຳລັບເຈົ້າກົກເຈົ້າເຫຼົ່າ ຮວ໊ຽນ, ການປົກປັກຮັກສາເສັ້ນທາງຊາຍແດນ, ຫຼັກໝາຍຊາຍແດນ ແມ່ນມີຄວາມໝາຍ, ຄື: ການປົກປັກຮັກສາເຮືອນຊານຂອງຕົນ. ໃນຊຸມປີຜ່ານມາ, ເຈົ້າກົກເຈົ້າເຫຼົ່າບ່ານ ຮວ໊ຽນ ໄດ້ຕັ້ງໜ້າເສີມຂະຫຍາຍບົດບາດ, ຄວາມຮັບຜິດຊອບຂອງຕົນ, ສົມທົບກັບຄະນະພັກ, ໜ່ວຍພັກ, ປະຕິບັດວຽກງານໂຄສະນາເຜີຍແຜ່ເປັນຢ່າງດີ, ລະດົມປະຊາຊົນຢູ່ເຂດຊາຍແດນປະຕິບັດຕາມແຜນນະໂຍບາຍ, ແນວທາງ, ນະໂຍບາຍ, ກົດໝາຍຂອງພັກ, ລັດ, ລະບຽບການຂອງທ້ອງຖິ່ນ; ເຂົ້າຮ່ວມການປົກປັກຮັກສາອະທິປະໄຕຜືນແຜ່ນດິນຢ່າງໝັ້ນຄົງ, ຕິດກັບການພັດທະນາເສດຖະກິດ-ສັງຄົມ; ລະດົມປະຊາຊົນລົບລ້າງຮີດຄອງປະເພນີຫຼ້າຫຼັງ; ພັດທະນາເສດຖະກິດ, ລົບລ້າງຄວາມອຶດຫິວ ແລະຫຼຸດຜ່ອນຄວາມທຸກຍາກ; ສ້າງຊີວິດວັດທະນະທຳ, ສ້າງຊົນນະບົດໃໝ່; ປະຕິບັດຂໍ້ກຳນົດ, ກົດລະບຽບຂອງໝູ່ບ້ານ; ຄົ້ນພົບ, ກ່າວໂທດອາດຊະຍາກຳ, ໄພສັງຄົມ... ປະກອບສ່ວນຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ.

ໂດຍ: ຈາງຫງວຽນ