ນີ້ແມ່ນເຫດການປະຈຳປີໂດຍສະມາຄົມນັກຂ່າວຫວຽດນາມ ຈັດຕັ້ງເພື່ອປະຕິບັດຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ກ່ຽວກັບໜ້າທີ່ “ປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນ, ທະເລ, ໝູ່ເກາະອັນຄົບຖ້ວນຂອງປະເທດຊາດ; ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ເພື່ອພັດທະນາປະເທດຊາດ”; ເສີມຂະຫຍາຍກໍາລັງແຮງມະຫາສາມັກຄີທົ່ວປວງຊົນ; ເພີ່ມທະວີວຽກງານໂຄສະນາກ່ຽວກັບການປົກປັກຮັກສາອະທິປະໄຕ, ທະເລ, ໝູ່ເກາະ.

leftcenterrightdel
ພາບປະກອບຄັດຈາກ: ສຳນັກຂ່າວສານຫວຽດນາມ

ລາຍການສະແດງສິລະປະ “ທະເລໝູ່ເກາະຫວຽດນາມ ທີ່ສັກກະລະບູຊາ” ປີ 2024 ມີຄວາມໝາຍດ້ານການເມືອງ-ສັງຄົມ ຢ່າງເລິກເຊິ່ງ, ເພື່ອຍົກສູງຄວາມຮັບຮູ້ກ່ຽວກັບທີ່ຕັ້ງ, ຖານະບົດບາດ, ຄວາມສາມາດບົ່ມຊ້ອນ, ທ່າແຮງຂອງທະເລ, ໝູ່ເກາະຫວຽດນາມ ຕໍ່ກັບພາລະກິດສ້າງສາ, ປົກປັກຮັກສາປະເທດຊາດ; ຜ່ານນັ້ນ, ເປັນການສົ່ງສານກ່ຽວກັບຄວາມເອກອ້າງທະນົງໃຈຊົນຊາດ, ຄວາມຮັກບ້ານເກີດເມືອງນອນ, ປະເທດຊາດ, ຄວາມສາມັກຄີຂອງຊາວຫວຽດນາມ ທີ່ຢູ່ພາຍໃນ ແລະຕ່າງປະເທດ. ນີ້ກໍ່ແມ່ນກາລະໂອກາດ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ນັກວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ບັນດາຜູ້ທີ່ໄດ້ອຸທິດ, ເສຍສະຫຼະຊີວິດຂອງຕົນ ເພື່ອປົກປັກຮັກສາອະທິປະໄຕ, ທະເລ, ໝູ່ເກາະ; ສົ່ງອາລົມຈິດ, ຍຸຍົງສົ່ງເສີມ, ລະດົມກຳລັງໃຈບັນດານັກຮົບຢູ່ໝູ່ເກາະ ແລະຊາວປະມົງອອກໄປຫາປາໄກຝັ່ງ.

ໂດຍ: ແສງເດືອນ