ຕອນເຊົ້າວັນທີ 10 ມີນາ, ຄະນະຊາວໜຸ່ມແຂວງ, ສະຫະພັນຊາວໜຸ່ມ, ກອງບັນຊາການທະຫານຊາຍແດນແຂວງເທື່ອທຽນ-ເຫວ້ ສົມທົບກັນຈັດຕັ້ງລາຍການ “ເດືອນມີນາ ຢູ່ເຂດຊາຍແດນ” ຢູ່ຕາແສງເລິມເດີດ, ເມືອງອາເລື໊ອຍ. ລາຍການແມ່ນ ເພື່ອແນໃສ່ສະເຫຼີມສະຫຼອງ 65 ປີແຫ່ງວັນມູນເຊື້ອທະຫານຊາຍແດນ (3.3.1959 – 3.3.2024) ແລະ 35 ປີແຫ່ງວັນບຸນທົ່ວປວງຊົນປ້ອງກັນຊາຍແດນ; ປະກອບສ່ວນຕອບບຸນແທນຄຸນຕໍ່ການປະກອບສ່ວນອັນສູງສົ່ງ, ອົງອາດກ້າຫານ, ບໍ່ຍອມຈຳນົນ, ສະຫຼາດສະຫຼຽວຂອງກຳລັງທະຫານຊາຍແດນ.

leftcenterrightdel
“ເສັ້ນທາງທຸງຊາດ” ໄດ້ກໍ່ສ້າງສໍາເລັດ. nld.com.vn

ທີ່ລາຍການ, ໜັງສືພິມແຮງງານ ໄດ້ສົມທົບກັບຄະນະຊາວໜຸ່ມແຂວງ, ທະຫານຊາຍແດນແຂວງເທື່ອທຽນ-ເຫວ້ ເປີດນຳໃຊ້ “ເສັ້ນທາງທຸງຊາດ” ທີ່ມີລວງຍາວ 1,8 km, ແຕ່ຄ້າຍທະຫານຊາຍແດນດ່ານຊາຍແດນ ອາເດີດ ໄປຮອດຄ້າຍຄວບຄຸມຊາຍແດນດ່ານສາກົນ ອາເດີດ, ສັງກັດຕາແສງເລິມເດີດ, ເມືອງອາເລື໊ອຍ.

ທ່ານ ຫງວຽນແທັງຮວ່າຍ, ເລຂາຄະນະຊາວໜຸ່ມແຂວງ, ປະທານສະຫະພັນຊາວໜຸ່ມຫວຽດນາມ ແຂວງເທື່ອທຽນ-ເຫວ້ ແບ່ງປັນວ່າ ໂຄງການກໍ່ສ້າງນີ້ແມ່ນເພື່ອແນໃສ່ສະແດງໃຫ້ເຫັນຄວາມຮັບຜິດຊອບ ຂອງໄວໜຸ່ມໃນການແຜ່ຂະຫຍາຍຈິດໃຈຮັກຊາດ ແລະຄວາມເອກອ້າງທະນົງໃຈຂອງຊົນຊາດ, ລະດົມກຳລັງໃຈປະຊາຊົນໃຫ້ປົກປັກຮັກສາອະທິປະໄຕຊາຍແດນ, ທະເລໝູ່ເກາະຂອງປະເທດຊາດ.

ໂດຍ: ແສງເດືອນ