ຫວຽດນາມ ມີຄວາມວິຕົກກັງວົນທີ່ສຸດຕໍ່ຄວາມເຄັ່ງຕຶງ ທີ່ເກີດຂຶ້ນຫວ່າງແລ້ວນີ້ຢູ່ທະເລຕາເວັນອອກ, ເຊິ່ງອາດຈະສົ່ງຜົນສະທ້ອນເຖິງສັນຕິພາບ, ຄວາມໝັ້ນຄົງ ແລະສະຖຽນລະພາບຢູ່ທະເລຕາເວັນອອກ.

leftcenterrightdel
ທ່ານນາງ ຟ້າມທູຮັ່ງ  ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ຫວຽດນາມ ຢັ້ງຢືນວ່າ ການເຄື່ອນໄຫວທັງໝົດຢູ່ທະເລຕາເວັນອອກ ຕ້ອງສອດຄ່ອງກັບກົດໝາຍສາກົນ, ເປັນຕົ້ນແມ່ນສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982 (UNCLOS), ເຄົາລົບອະທິປະໄຕ, ອຳນາດອະທິປະໄຕ ແລະອຳນາດສານຂອງປະເທດຕ່າງໆສອດຄ່ອງກັບ UNCLOS, ບໍ່ມີການກະທຳໃດທີ່ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ເພີ່ມຄວາມເຄັ່ງຕຶງ, ຮັບປະກັນຄວາມເສລີໃນການເດີນທະເລ ແລະການບິນ, ບໍ່ນຳໃຊ້ອາວຸດ ຫຼື ນາບຂູ່ນຳໃຊ້ອາວຸດ.

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງລະງັບໃຈ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ພ້ອມກັນປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະການຮ່ວມມືຢູ່ທະເລຕາເວັນອອກ.

ໂດຍ: ທະນາພອນ