ຜ່ານການເຄື່ອນໄຫວການທູດຊາຍແດນ, ທະຫານຊາຍແດນ ຫວຽດນາມ ແລະກຳລັງປ້ອງກັນຊາຍແດນບັນດາປະເທດບ້ານໃກ້ເຮືອນຄຽງໄດ້ຮ່ວມແຮງຮ່ວມໃຈສ້າງສາ ແລະປົກປັກຮັກສາຊາຍແດນໃຫ້ມີຄວາມສະຫງົບສຸກ, ປະກອບສ່ວນເພີ່ມພູນຄູນສ້າງ, ປັບປຸງ, ພັດທະນາການພົວພັນມິດຕະພາບ, ການຮ່ວມມືສອງຝາກຊາຍແດນ. ໃນນັ້ນ, ວຽກງານແຮກສ່ຽວຄ້າຍ, ປ້ອມ, ກຳລັງປະກອບອາວຸດລະຫວ່າງສອງຟາກຊາຍແດນ ແລະເປັນເສນາທິການໃຫ້ອຳນາດການປົກຄອງທ້ອງຖິ່ນຈັດຕັ້ງການແຮກສ່ຽວລະຫວ່າງກຸ່ມຊຸມຊົນສອງຟາກຊາຍ ແດນແມ່ນເນື້ອໃນສຳຄັນທີ່ຄະນະພັກ, ກອງບັນຊາການທະຫານຊາຍແດນໄດ້ເອົາໃຈໃສ່, ຊີ້ນຳ ແລະຜັນຂະຫຍາຍຕາມເສັ້ນຊາຍແດນຢ່າງມີປະສິດທິຜົນ.

ໂດຍປະຕິບັດຕາມການຊີ້ນຳ, ນຳພາຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ປີ 2013, ທະຫານຊາຍແດນໄດ້ຜັນຂະຫຍາຍຮູບແບບແຮກສ່ຽວຄ້າຍ, ປ້ອມມິດຕະພາບ-ດ່ານຊາຍແດນຢ່າງກົມກຽວ”, “ຄ້າຍ, ປ້ອມມິດຕະພາບ-ຊາຍແດນສະຫງົບສຸກ”. ບົນພື້ນຖານດັ່ງກ່າວ, ທະຫານຊາຍແດນຫວຽດນາມ ໄດ້ເປັນເຈົ້າການ, ຕັ້ງໜ້າສົມທົບ, ຈັດຕັ້ງການແຮກສ່ຽວກັບກຳລັງປ້ອງກັນຊາຍແດນບັນດາປະເທດບ້ານໃກ້ເຮືອນຄຽງຕາມບັນດາເນື້ອໃນ: ແລກປ່ຽນຂໍ້ມູນຂ່າວສານ, ສະພາບການສອງຟາກຊາຍແດນ; ສົມທົບກັນໂຄສະນາໃຫ້ພົນລະເມືອງສອງປະເທດ ແລະບັນດາປະເທດຕ່າງໆທີ່ໄປມາຜ່ານຊາຍແດນປະຕິບັດສົນທິສັນຍາ, ສັນຍາ, ເອກະສານທາງດ້ານກົດໝາຍວ່າດ້ວຍການກໍ່ສ້າງ, ຄຸ້ມຄອງ ແລະປົກປັກຮັກສາຊາຍແດນ, ຄວບຄຸມການນຳເຂົ້າ, ສົ່ງອອກ; ປ້ອງກັນ, ຕ້ານອາດຊະຍາກຳ; ແກ້ໄຂບັນດາກໍລະນີເກີດຂຶ້ນຢູ່ສອງຟາກຊາຍແດນ; ພົບປະແລກປ່ຽນວັດທະນະທຳ, ສິລະປະ, ກິລາ... ມາຮອດປະຈຸບັນ, ຢູ່ເສັ້ນຊາຍແດນທາງບົກ, ໄດ້ມີ 188 ຄູ່/265 ຄ້າຍທະຫານຊາຍແດນລົງນາມແຮກສ່ຽວ.

leftcenterrightdel
ພິທີແຮກສ່ຽວກຸ່ມຊຸມຊົນສອງຟາກຊາຍແດນລະຫວ່າງຕາແສງເຢີນຮ໊ວາ (ເມືອງມິງຮ໊ວາ, ແຂວງກວາງບິ່ງ, ຫວຽດນາມ) ແລະກຸ່ມບ້ານຫຼັງຄັງ, ເມືອງບົວລະພາ, ແຂວງຄຳມ່ວນ, ລາວ), ເດືອນພະຈິກ 2023. ພາບ: ຮວ່າຍນາມ.

ຈາກຮູບແບບທີ່ໄດ້ຜັນຂະຫຍາຍ, ການເຄື່ອນໄຫວແຮກສ່ຽວ, ສົມທົບກັນລະຫວ່າງບັນດາກົມກອງທະຫານຊາຍແດນຫວຽດນາມ ແລະກຳລັງປ້ອງກັນຊາຍແດນປະເທດບ້ານໃກ້ເຮືອນຄຽງບັນລຸໄດ້ໝາກຜົນພົ້ນເດັ່ນ, ມີປະສິດທິຜົນ, ແທດຈິງຫຼາຍຢ່າງ. ການເຄື່ອນໄຫວພົບປະແລກປ່ຽນ, ແຮກສ່ຽວ, ຮັດແໜ້ນການພົວພັນຄ້າຍ-ປ້ອມລະຫວ່າງສອງຟາກຊາຍແດນແມ່ນມີຄວາມໝາຍແທດຈິງ, ຍົກສູງປະສິດທິຜົນໃນການສົມທົບກັນແກ້ໄຂບັນດາບັນຫາລວມ,  ລະອຽດຢູ່ແຕ່ລະບໍລິເວນ, ສະແດງໃຫ້ເຫັນການພົວພັນນັບມື້ນັບສະໜິດຕິດພັນລະຫວ່າງກຳລັງປ້ອງກັນຊາຍແດນຫວຽດນາມ ແລະບັນດາປະເທດທີ່ມີເສັ້ນຊາຍແດນຮ່ວມ.

ບົນພື້ນຖານການພົວພັນຮ່ວມມື, ຄວາມສາມັກຄີ, ມິດຕະພາບລະຫວ່າງຫວຽດນາມ ກັບບັນດາປະເທດ ຈີນ, ລາວ, ກຳປູເຈຍ ສືບຕໍ່ໄດ້ຮັບການປັບປຸງ ແລະພັດທະນາເຂົ້າສູ່ລວງເລິກໃນທຸກຂົງເຂດ, ທະຫານຊາຍແດນຫວຽດນາມ ແລະກຳລັງປ້ອງກັນຊາຍແດນບັນດາປະເທດບ້ານໃກ້ເຮືອນຄຽງຍາມໃດກໍ່ຕື່ນຕົວປະຕິບັດຕາມຂໍ້ກຳນົດ, ບັນດາບົດບັນທຶກຊ່ວຍຈຳ, ກົດລະບຽບການສົມທົບກັນປະຕິບັດກົດໝາຍຊາຍແດນຢູ່ເຂດຊາຍແດນ ແລະດ່ານຊາຍແດນ. ໝາກຜົນພົ້ນເດັ່ນແມ່ນທະຫານຊາຍແດນຫວຽດນາມ ໄດ້ຕັ້ງໜ້າ, ເປັນເຈົ້າການສົມທົບກັນຢ່າງມີປະສິດທິຜົນໃນການເຄື່ອນໄຫວລາດຕະເວນສອງຝ່າຍກັບກຳລັງຄຸ້ມຄອງ, ປົກປັກຮັກສາຊາຍແດນຂອງບັນດາປະເທດທີ່ມີເສັ້ນຊາຍແດນຮ່ວມ.

ໄລ່ສະເພາະປີ 2023, ບັນດາກົມກອງທະຫານຊາຍແດນ ໄດ້ຈັດຕັ້ງການລາດຕະເວນສອງຝ່າຍໄດ້ 245 ຄັ້ງ/6.854 ເທື່ອພະນັກງານ, ນັກຮົບເຂົ້າຮ່ວມ. ການລາດຕະເວນຮ່ວມຮັບປະກັນຖືກຕາມຂໍ້ກຳນົດ, ຮ່ວມກັນກວດກາສະພາບການຢູ່ຕາມເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ວັດຖຸຂີດໝາຍເສັ້ນຊາຍແດນ; ສົມທົບກັນກັນກວດ, ຄວບຄຸມຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ, ເຂດທະເລຕິດຈອດລະຫວ່າງສອງປະເທດ; ຄົ້ນພົບ, ສະກັດກັ້ນ, ແກ້ໄຂຫຼາຍກໍລະນີລະເມີດສັນຍາກ່ຽວກັບກົດລະບຽບຊາຍແດນ ແລະຂໍ້ຕົກລົງລະຫວ່າງສອງຝ່າຍ.

leftcenterrightdel
ທະຫານຊາຍແດນກອນຕຸມ ລາດຕະເວນສອງຝ່າຍກັບກຳລັງປ້ອງກັນຊາຍແດນກຳປູເຈຍ. ພາບ: ວັນລິ໊

ການເຄື່ອນໄຫວແຮກສ່ຽວຍັງນຳມາເຊິ່ງປະສິດທິຜົນໃນການສົມທົບກັນຕໍ່ສູ້, ປ້ອງກັນ ແລະຕ້ານອາດຊະຍາກຳ, ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ. ກຳລັງທະຫານຊາຍແດນ ໄດ້ສົມທົບກັນຢ່າງແໜ້ນແຟ້ນກັບກຳລັງກ່ຽວຂ້ອງຂອງບັນດາປະເທດທີ່ມີເສັ້ນຊາຍແດນຮ່ວມໃນການແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນ, ຜັນຂະຫຍາຍບັນດາແຜນການດ້ານວິຊາການຢ່າງມີປະສິດທິຜົນເພື່ອຕໍ່ສູ້, ສະກັດກັ້ນກົນອຸບາຍ, ການເຄື່ອນໄຫວຂອງບັນດາກຳລັງປໍລະປັກ, ຕໍ່ສູ້ກັບອາດຊະຍາກຳປະເພດຕ່າງໆ, ໂດຍສະເພາະແມ່ນອາດຊະຍາກຳທີ່ມີການຈັດຕັ້ງຂ້າມຊາດ, ຄື: ອາດຊະຍາກຳຢາເສບຕິດ, ການຄ້າມະນຸດ, ນຳໃຊ້ເຕັກໂນໂລຢີສູງໄດ້ຮັບໝາກຜົນທີ່ໜ້າສົ່ງເສີມຫຼາຍຢ່າງ, ຮັບປະກັນຖືກຕາມຂໍ້ກຳນົດຂອງກົດໝາຍແຕ່ລະປະເທດ ແລະບັນດາສົນທິສັນຍາສາກົນທີ່ກ່ຽວຂ້ອງ. ປີ 2023, ທະຫານຊາຍແດນຫວຽດນາມ ໄດ້ທາບທາມດ້ານວິຊາການໃຫ້ກຳລັງກ່ຽວຂ້ອງຂອງລາວ, ກຳປູເຈຍ ມ້າງໄດ້ 19 ຄະດີ/14 ເປົ້າໝາຍ.

ໄປຄຽງຄູ່ກັບຮູບແບບແຮກສ່ຽວລະຫວ່າງຄ້າຍ, ປ້ອມ, ຮູບແບບ “ແຮກສ່ຽວກຸ່ມຊຸມຊົນສອງຟາກຊາຍແດນ” ລະຫວ່າງປະເທດຫວຽດນາມ ກັບບັນດາປະເທດບ້ານໃກ້ເຮືອນຄຽງກໍ່ແມ່ນ ຮູບແບບປະດິດສ້າງໂດຍກອງບັນຊາການທະຫານຊາຍແດນສະເໜີ ແລະຈັດຕັ້ງປະຕິບັດຢ່າງມີປະສິດທິຜົນໃນ 10 ປີຜ່ານມາ. ປະຈຸບັນ, ກອງບັນຊາການທະຫານຊາຍແດນແຂວງ ແລະບັນດາຄ້າຍທະຫາຍຊາຍແດນ ໄດ້ເປັນເສນາທິການໃຫ້ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນແຂວງຕິດກັບຊາຍແດນທາງບົກຈັດຕັ້ງການແຮກສ່ຽວໃຫ້ 211 ກຸ່ມບ້ານຢູ່ 21/25 ແຂວງຕິດກັບຊາຍແດນ. ບັນດາໝາກຜົນບັນລຸໄດ້ສະແດງໃຫ້ເຫັນວ່າ ຮູບແບບແຮກສ່ຽວກຸ່ມຊຸມຊົນສອງຟາກຊາຍແດນແມ່ນການໝູນໃຊ້ແນວທາງ, ທັດສະນະຂອງພັກ ຢ່າງມີຫົວຄິດປະດິດສ້າງໃນວຽກງານຂົນຂວາຍຂອງກຳລັງທະຫານຊາຍແດນ ແລະບັນດາທ້ອງຖິ່ນໃນສະພາບການໃໝ່. ການເຄື່ອນໄຫວນີ້ໄດ້ຮັບຖືວ່າແມ່ນເນື້ອໃນການທູດປະຊາຊົນທີ່ມີຜົນສະທ້ອນຢ່າງເລິກເຊິ່ງກວ້າງຂວາງ. ຜ່ານນັ້ນ, ປະກອບສ່ວນຍົກສູງຄວາມຮັບຮູ້ໃຫ້ພໍ່ແມ່ປະຊາຊົນຊາວເຜົ່າສ່ວນໜ້ອຍຢູ່ສອງຟາກຊາຍແດນກ່ຽວກັບສະຕິ, ຄວາມຮັບຜິດຊອບຕໍ່ອະທິປະໄຕຜືນແຜ່ນດິນແຫ່ງຊາດຂອງແຕ່ລະປະເທດ. ພ້ອມທັງແບ່ງປັນ, ຊ່ວຍເຫຼືອກັນໃນການພັດທະນາເສດຖະກິດ, ສັງຄົມ, ເພີ່ມພູນຄູນສ້າງນ້ຳໃຈສາມັກຄີ, ມິດຕະພາບລະຫວ່າງປະຊາຊົນສອງຟາກຊາຍແດນ...

ພາຍຫຼັງ 10 ກວ່າປີແຫ່ງການປະຕິບັດຮູບແບບແຮກສ່ຽວລະຫວ່າງຄ້າຍ, ປ້ອມ, ກຳລັງປະກອບອາວຸດສອງຟາກຊາຍແດນ ແລະເປັນເສນາທິການໃຫ້ອຳນາດການປົກຄອງທ້ອງຖິ່ນ ຈັດຕັ້ງການແຮກສ່ຽວກຸ່ມຊຸມຊົນສອງຟາກຊາຍແດນ, ບັນດາກິດຈະກຳການທູດຊາຍແດນ, ການທູດປະຊາຊົນ ໄດ້ຮັບການເພີ່ມທະວີ ແລະເປີດກວ້າງທັງດ້ານຮູບການ ແລະເນື້ອໃນເພື່ອສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມືພ້ອມກັນພັດທະນາບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງແຕ່ລະປະເທດ.

ຮູບແບບແຮກສ່ຽວລະຫວ່າງຄ້າຍ, ປ້ອມ ແລະແຮກສ່ຽວກຸ່ມຊຸມຊົນສອງຟາກຊາຍແດນສະແດງໃຫ້ເຫັນຄວາມປະດິດຄິດສ້າງໃນວຽກງານການທູດຊາຍແດນຂອງກຳລັງທະຫານຊາຍ ແດນໃນສະພາບການໃໝ່, ປະກອບສ່ວນປັບປຸງ, ສ້າງຄວາມເຫັນດີເຫັນພ້ອມສູງລະຫວ່າງຫວຽດນາມ ກັບບັນດາປະເທດ ບ້ານໃກ້ເຮືອນຄຽງໃນການເພີ່ມທະວີການຮ່ວມມືໃນຫຼາຍດ້ານ, ດ້ວຍຫຼາຍຮູບແບບ, ເນື້ອໃນອຸດົມສົມບູນ, ແທດຈິງ, ມີປະສິດທິຜົນ; ແກ້ໄຂບັນດາບັນຫາເກີດຂຶ້ນຢູ່ເຂດຊາຍແດນຢ່າງມີປະສິດທິຜົນ; ຊຸກຍູ້ການພົວພັນບ້ານໃກ້ເຮືອນຄຽງມິດຕະພາບ, ຮ່ວມມືຮອບດ້ານ, ພັດທະນາແບບຍືນຍົງລະຫວ່າງຫວຽດນາມ ກັບບັນດາປະເທດບ້ານໃກ້ເຮືອນຄຽງ.

ໂດຍ: ແສງເດືອນ