ຈັດພະນັກງານ, ນັກຮົບລົງບັນດາຕາແສງຊາຍແດນ

ບ້ານ ຢຸກໄຍ 1 (ຕາແສງດັ໊ກຢຸກ, ເມືອງງອກໂຮ່ຍ) ແມ່ນບ່ອນດຳລົງຊີວິດຂອງ 135 ຄອບຄົວຊາວເຜົ່າສ່ວນໜ້ອຍ ແຢຈຽງ. ຢູ່ທີ່ນີ້, ຮູບພາບທະຫານຊາຍແດນ ຍາມໃດກໍ່ຮັບຄວາມຮັກແພງຈາກປະຊາຊົນ. ອ້າຍ ອາລວດ (ບ້ານຢຸກໄຍ 1) ແບ່ງປັນວ່າ ບັນດານັກຮົບຂອງຄ້າຍທະຫານຊາຍແດນ ຢຸກນົງ ຍາມໃດກໍ່ເອົາໃຈໃສ່ເຖິງບັນດາຄອບຄົວໃນບ້ານ, ພິເສດແມ່ນ ຄອບຄົວປະສົບກັບຄວາມຫຍຸ້ງຍາກ.

ເຂົາເຈົ້າໄດ້ໜູນຊ່ວຍ, ຮັບລ້ຽງເດັກຜູ້ປະສົບກັບຄວາມຫຍຸ້ງຍາກ; ຕັ້ງໜ້າໜູນຊ່ວຍປະຊາຊົນພັດທະນາເສດຖະກິດ, ຍົກສູງຊີວິດການເປັນຢູ່. ເພາະສະນັ້ນ, ປະຊາຊົນໃນບ້ານສ່ວນຫຼາຍຮັກແພງ ແລະໃກ້ຊິດຕິດແທດກັບທະຫານຊາຍແດນ.

ຄ້າຍທະຫານຊາຍແດນ ຢຸກນົງ ໄດ້ຈັດໃຫ້ທ່ານພັນຕີ ເຢືອງວັນເລືອງ ມາດຳເນີນຊີວິດຢູ່ໜ່ວຍພັກບ້ານຢຸກໄຍ 1. ເສີມຂະຫຍາຍຈິດໃຈ, ຄວາມຮັບຜິດຊອບຂອງທະຫານ, ທ່ານພັນຕີ ເຢືອງວັນເລືອງ ໄດ້ມີຫຼາຍຄຳເຫັນປະກອບ, ຕັ້ງໜ້າເປັນເສນາທິການໃຫ້ໜ່ວຍພັກວາງບັນດາມະຕິ ເພື່ອສ້າງການຫັນປ່ຽນຢ່າງຕັ້ງໜ້າໃນວຽກງານກໍ່ສ້າງພັກ ແລະຍົກສູງຊີວິດການເປັນຢູ່ຂອງປະຊາຊົນ. ເພາະສະນັ້ນ, ແຕ່ຕົ້ນອາຍຸການຈົນຮອດປະຈຸບັນ, ໜ່ວຍພັກບ້ານຢຸກໄຍ 1 ໄດ້ຮັບສອງຄົນເຂົ້າເປັນສະມາຊິກພັກ, ຍົກຈຳນວນສະມາຊິກພັກຂອງໜ່ວຍພັກຂຶ້ນເປັນ 19 ຄົນ. ຈຳນວນຄອບຄົວທຸກຍາກຫຼຸດລົງເຫຼືອພຽງ 6 ຄອບຄົວ.

leftcenterrightdel
ທະຫານຊາຍແດນແຂວງກອນຕຸມ ໄດ້ໂຄສະນາຢູ່ແຕ່ລະບ້ານ, ແຕ່ລະຄອບຄົວ ເພື່ອໃຫ້ປະຊາຊົນຊາວເຜົ່າສ່ວນໜ້ອຍ ປ່ຽນແປງແນວຄິດ, ວິທີເຮັດວຽກໃນການອອກແຮງງານ, ທຳການຜະລິດ, ມຸ່ງໄປສູ່ການຫຼຸດພົ້ນອອກຈາກຄວາມທຸກຍາກ. ພາບ: ສຳນັກຂ່າວສານຫວຽດນາມ

ເອື້ອຍ ຊຽງທິຕຸຍ (ເລຂາໜ່ວຍພັກ, ນາຍບ້ານຢຸກໄຍ 1) ໃຫ້ຮູ້ວ່າ ທ່ານພັນຕີ ເຢືອງວັນເລືອງ ແມ່ນຜູ້ທີ່ຫ້າວຫັນ, ຍາມໃດກໍ່ຕັ້ງໜ້າເຂົ້າຮ່ວມບັນດາກິດຈະກຳຂອງບ້ານ, ໜ່ວຍພັກ. ສະຫາຍຍັງປະກອບຫຼາຍຄຳເຫັນ ເພື່ອໃຫ້ໜ່ວຍພັກສ້າງ ແລະວາງມະຕິຢ່າງເໝາະສົມ, ດຶງດູດສະມາຊິກພັກຫຼາຍຄົນ. ທ່ານພັນຕີ ເລືອງ ຍັງຊ່ວຍເຫຼືອປະຊາຊົນໃນບ້ານພ້ອມກັນພັດທະນາ; ໂຄສະນາ ເພື່ອໃຫ້ປະຊາຊົນເຂົ້າໃຈ, ທຳມາຫາກິນຢ່າງດຸໝັ່ນຂະຫຍັນພຽນ, ບໍ່ມີການກະທຳລະເມີດກົດໝາຍ.

ແຕ່ປີ 2020 ຈົນຮອດປະຈຸບັນ, ກອງບັນຊາການທະຫານຊາຍແດນແຂວງກອນຕຸມ ໄດ້ຈັດນາຍທະຫານ, ພົນທະຫານຢູ່ບັນດາຄ້າຍທະຫານຊາຍແດນລົງ 13 ບ້ານຢູ່ເຂດຊາຍແດນທີ່ຕິດຈອດກັບປະເທດເພື່ອນລາວ ແລະກຳປູເຈຍ. ໃນນັ້ນມີພະນັກງານ 4 ຄົນຂອງຄ້າຍທະຫາຍເຂົ້າຮ່ວມຄະນະພັກຂອງ 4 ເມືອງ; ພະນັກງານ 13 ຄົນ ເຂົ້າຮ່ວມຄະນະພັກ 13 ຕາແສງຊານແດນ; ພະນັກງານ 17 ຄົນໄດ້ຮັບເລືອກຕັ້ງເຂົ້າສະພາປະຊາຊົນຂັ້ນແຂວງ, ເມືອງ, ຕາແສງ...

leftcenterrightdel
ທະຫານຊາຍແດນແຂວງກອນຕຸມ ລົງນາມພ້ອມກັບປະຊາຊົນຢູ່ເຂດຊາຍແດນເຂົ້າຮ່ວມຂະບວນການທົ່ວປວງຊົນປົກປັກຮັກສາຊາຍແດນ, ຫຼັກໝາຍຊາຍແດນປີ 2024. ພາບ: ສຳນັກຂ່າວສານຫວຽດນາມ

ທ່ານພັນໂທ ອາງອກຈ໊ຽນ (ຄ້າຍທະຫານຊາຍແດນດັ໊ກຍອງ, ເມືອງດັ໊ກໄຢ) ໃຫ້ຮູ້ວ່າ ເມື່ອກອງບັນຊາການທະຫານຊາຍແດນແຂວງກອນຕຸມ ຈັດໃຫ້ທ່ານດຳລົງຕຳແໜ່ງຮອງເລຂາຄະນະພັກ, ຫົວໜ້າຄະນະກຳມະການກວດກາຕາແສງດັ໊ກຍອງ,  ທ່ານໄດ້ພ້ອມກັບຄະນະພັກຕາແສງ ປັບປຸງ, ສ້າງອົງຄະນະພັກໃຫ້ໝັ້ນຄົງເຂັ້ມແຂງ; ພ້ອມທັງຊ່ວຍປະຊາຊົນລົບລ້າງບັນດາຮີດຄອງປະເພນີຫຼ້າຫຼັງ, ປັບປຸງການທຳມາຫາກິນ, ຍົກສູງຄຸນນະພາບຊີວິດ.

ທ່ານພັນໂທ ອາງອກຈ໊ຽນ ໃຫ້ຮູ້ຕື່ມອີກວ່າ “ດ້ວຍລັກສະນະແມ່ນຕາແສງຊາຍແດນ, ເຂດປ່າສະຫງວນ, ພວກຂ້າພະເຈົ້າ ກຳນົດວ່າ ການກຳນົດທິດທາງໃຫ້ປະຊາຊົນປູກສະໝຸນໄພເພື່ອເພີ່ມລາຍຮັບຕື່ມອີກແມ່ນບຸລິມະສິດແຖວໜ້າ, ໂດຍສະເພາະແມ່ນໂສມງອກລິງ ແລະເຫັດຫຼິນຈື. ນອກຈາກນັ້ນ, ຂ້າພະເຈົ້າ ຍັງເປັນເສນາທິການໃຫ້ຄະນະພັກວາງມະຕິເພື່ອຊີ້ນຳ, ລະດົມບັນດາອົງການຈັດຕັ້ງການເມືອງ-ສັງຄົມ ຮ່ວມຈິດຮ່ວມໃຈເຂົ້າຮ່ວມບັນດາຮູບແບບພັດທະນາເສດຖະກິດໂດຍກົງ, ພິເສດແມ່ນປະຕິບັດການລົບລ້າງບັນດາຮີດຄອງປະເພນີຫຼ້າຫຼັງ ເພື່ອຊ່ວຍປະຊາຊົນຊາວເຜົ່າສ່ວນໜ້ອຍ ບືນຕົວຂຶ້ນລົບລ້າງຄວາມທຸກຍາກແບບຍືນຍົງ”.

ໜູນຊ່ວຍປະຊາຊົນລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ

ຄຽງຂ້າງການຮັບປະກັນຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນກອນຕຸມ, ບັນດາທະຫານຊາຍແດນ ໄດ້ຮ່ວມເດີນທາງພ້ອມກັບອຳນາດການປົກຄອງ 13 ຕາແສງ ຊາຍແດນໃນການຜັນຂະຫຍາຍບັນດາລາຍການ, ຮູບແບບ, ວຽກງານຊ່ວຍເຫຼືອປະຊາຊົນພັດທະນາເສດຖະກິດ-ສັງຄົມ, ຄື: ລ້ຽງງົວ, ລ້ຽງໝູ, ປູກເຂົ້າສອງລະດູ, “ທົ່ວປວງຊົນສາມັກຄີສ້າງຊົນນະບົດໃໝ່, ຕົວເມືອງອັດສະລິຍະ”.

ທ່ານພັນເອກພິເສດ ຟ້າມແກັງຕວ່ານ ຮອງຫົວໜ້າການເມືອງກອງບັນຊາການທະຫານຊາຍແດນແຂວງກອນຕຸມ ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ກົມກອງຕ້ອງສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບຄະນະພັກ, ອຳນາດການປົກຄອງ, ແນວໂຮມປະເທດຊາດ ແລະບັນດາຂະແໜງການ, ອົງການຈັດຕັ້ງມະຫາຊົນຂອງທ້ອງຖິ່ນປະຕິບັດ ເນື້ອໃນ, ໜ້າທີ່, ມາດຕະການຂອງປີ 2024 ໃຫ້ມີປະສິດທິຜົນ. ໃນນັ້ນຈຸດສຸມແມ່ນບັນດາເນື້ອໃນທີ່ໄດ້ລົງນາມ, ແຮກສ່ຽວລະຫວ່າງຄ້າຍທະຫານຊາຍແດນກັບຄະນະກຳມະການປະຊາຊົນບັນດາຕາແສງ; ສົມທົບກັນໂຄສະນາ, ຂົນຂວາຍປະຕິບັດບັ້ນຂົນຂວາຍ “ປ່ຽນແປງແນວຄິດ, ວິທີເຮັດ, ຊ່ວຍປະຊາຊົນຊາວເຜົ່າສ່ວນໜ້ອຍບືນຕົວຂຶ້ນຫຼຸດພົ້ນອອກຈາກຄວາມທຸກຍາກແບບຍືນຍົງ” ໃຫ້ມີປະສິດທິຜົນ.

leftcenterrightdel
ທະຫານຊາຍແດນແຂວງກອນຕຸມ ກຳນົດທິດທາງ, ຊ່ວຍເຫຼືອປະຊາຊົນໃນການລ້ຽງໝູ,ເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກແບບຍືນຍົງ. ພາບ: ສຳນັກຂ່າວສານຫວຽດນາມ

ນອກຈາກນັ້ນ, ກົມກອງ ຍັງສືບຕໍ່ປະຕິບັດບັນດາຂະບວນການ, ບັ້ນຂົນຂວາຍໂດຍທຸກຂັ້ນປຸກລະດົມຢ່າງມີປະສິດທິຜົນ ເພື່ອຮັດແໜ້ນນ້ຳໃຈລະຫວ່າງທະຫານ ແລະປະຊາຊົນຢູ່ເຂດຊາຍແດນກວ່າອີກ; ປະກອບສ່ວນປົກປັກຮັກສາອະທິປະໄຕຜືນແຜ່ນດິນອັນຄົບຖ້ວນ, ຄວາມໝັ້ນຄົງຢູ່ເຂດຊາຍແດນແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ, ມຸ່ງໄປເຖິງການສ້າງບັນດາຕາແສງຊາຍແດນໃຫ້ໝັ້ນຄົງເຂັ້ມແຂງ.

ຍ້ອນມີການໜູນຊ່ວຍ, ການຮ່ວມເດີນທາງຂອງກຳລັງທະຫານຊາຍແດນ, 7/13 ຕາແສງຊາຍແດນຂອງແຂວງກອນຕຸມ ບັນລຸໄດ້ມາດຕະຖານຊົນນະບົດໃໝ່. ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບໄດ້ຮັບຍົກສູງຂຶ້ນ, ປະກອບສ່ວນກໍ່ສ້າງ “ທ່າຮົບໃນຈິດໃຈປະຊາຊົນ” ໃຫ້ໝັ້ນແກ່ນຢູ່ເຂດຊາຍແດນ.

ໂດຍ: ແສງເດືອນ