ໂຄງການກໍ່ສ້າງອານຸສາວະລີ “ລຸງໂຮ່ ກັບທະຫານຊາຍແດນ” ແມ່ນໂຄງການທີ່ມີຄວາມໝາຍໃນການສຶກສາມູນເຊື້ອອັນເລິກເຊິ່ງ, ແມ່ນສະຖານທີ່ເພື່ອໃຫ້ກົມກອງລາຍງານຜົນງານອັນພົ້ນເດັ່ນໃນການປະຕິບັດໜ້າທີ່ວຽກງານ ຕໍ່ລຸງໂຮ່ ແລະຕັກເຕືອນພະນັກງານ, ນັກຮົບແຕ່ລະຄົນຕ້ອງສາມັກຄີ, ເປັນເອກະພາບພ້ອມກັນຕັດສິນໃຈຜ່ານຜ່າຄວາມຫຍຸ້ງຍາກ ແລະສິ່ງທ້າທາຍ, ປະຕິບັດສຳເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມສະຫງົບຢູ່ເຂດຊາຍແດນແຫ່ງຊາດ, ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໃນບໍລິເວນໄວ້ໃຫ້ໝັ້ນຄົງ.

leftcenterrightdel
ບັນດາຜູ້ແທນ ຕັດແຖບຜ້າເປີດສະຫຼອງອານຸສາວະລີ “ລຸງໂຮ່ ກັບທະຫານຊາຍແດນ”. ພາບ: qdnd.vn

ພ້ອມດຽວກັນນັ້ນ, ໂຄງການກໍແມ່ນສະຖານທີ່ສຶກສາອົບຮົມດ້ານມູນເຊື້ອ, ລະດົມສົ່ງເສີມກຳລັງໃຈໃຫ້ຖັນແຖວພະນັກງານ, ນັກຮົບໃນກົມກອງ, ກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ; ກໍ່ສ້າງອົງການຈັດຕັ້ງພັກ ໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ, ຮອບດ້ານ ແລະເປັນ “ແບບຢ່າງ, ດີເດັ່ນ”...

ທີ່ພິທີເປີດສະຫຼອງ, ບັນດາຜູ້ແທນໄດ້ຖະຫວາຍທູບທຽນ ແລະດອກໄມ້ຢູ່ອານຸສາວະລີ “ລຸງໂຮ່ ກັບທະຫານຊາຍແດນ”. ເນື່ອງໃນໂອກາດນີ້, ບໍລິສັດຫຸ້ນສ່ວນຫຼັກຊັບ ຣົ່ງຫວຽດ ໄດ້ມອບດອກໄມ້ ແລະຂອງຂວັນເພື່ອອວຍພອນຄ້າຍທະຫານຊາຍແດນດ່ານຊາຍແດນ ມາລູ່ທ່າງ ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນມູນເຊື້ອທະຫານຊາຍແດນ ແລະ 35 ປີແຫ່ງວັນທົ່ວປວງຊົນປ້ອງກັນຊາຍແດນ.

ໂດຍ: ທູຈາງ