ເຂດຊາຍແດນ ຫວຽດນາມ-ລາວ ຕອນຜ່ານເທດສະບານເມືອງລາວບ໊າວ, ເມືອງເຮື໋ອງຮວ໋າ, ແຂວງກວາງຈິ ແມ່ນງຽບສະຫງົບໃນຊຸມວັນບຸນເຕັດ, ແຕ່ກໍ່ຊ້ອນແຝງອາດຊະຍາກຳປະເພດຕ່າງໆດ້ານຢາເສບຕິດ, ເຂົ້າ-ອອກເມືອງຢ່າງຜິດກົດໝາຍ ແລະຄ້າເຖື່ອນ.  ສະນັ້ນ, ກໍາລັງທະຫານຊາຍແດນຍັງໄດ້ດໍາເນີນການລາດຕະເວນ ແລະຄວບຄຸມເປັນປະຈໍາ 24/24 ຊົ່ວໂມງ.

leftcenterrightdel
ດ່ານຊາຍແດນສາກົນລາວບ໊າວ ຄຸ້ມຄອງເສັ້ນຊາຍແດນຍາວເກືອບ 16 ກິໂລແມັດ, ໃນນັ້ນມີ 12 ກິໂລແມັດ ທາງແມ່ນ້ຳເຊໂປນ ແລະ 3 ກິໂລແມັດທາງບົກ. ເສັ້ນທາງລາດຕະເວນບໍ່ຫຍຸ້ງຍາກ, ຍ້ອນມີເສັ້ນທາງລາດຕະເວນຢູ່ແລ້ວ, ແຕ່ຍາມກາງຄືນ ສາຍຕາຍັງຈຳກັດ. ພາບ: laodong.vn
leftcenterrightdel
ໜ່ວຍລາດຕະເວນຂອງຄ້າຍທະຫານຊາຍແດນ ດ່ານສາກົນລາວບ໊າວ ດໍາເນີນການເຄົາລົບຫຼັກໝາຍຊາຍແດນ. ພາບ: laodong.vn
leftcenterrightdel
ຊຸມວັນຕົ້ນປີໃໝ່, ຢູ່ດ່ານຊາຍແດນສາກົນລາວບ໊າວ ຍັງໄດ້ຈັດພິທີຕ້ອນຮັບພະນັກງານ, ນັກຮົບກໍາລັງປ້ອງກັນຊາຍແດນຂອງປະເທດລາວ ທີ່ພວມປະຕິບັດໜ້າທີ່ຢູ່ຟາກຊາຍແດນ. ທີ່ເສັ້ນຊາຍແດນ, ພະນັກງານ, ນັກຮົບທະຫານຊາຍແດນທັງສອງຝ່າຍ ໄດ້ຈັບມືອວຍພອນປີໃໝ່ໃນຈຸດເວລາສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່. ພາບ: laodong.vn
leftcenterrightdel
ຢູ່ຄ້າຍທະຫານຊາຍແດນດ່ານສາກົນລາວບ໊າວ, ນອກຈາກການເພີ່ມທະວີການລາດຕະເວນ, ຄວບຄຸມຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ ຢູ່ເຂດຊາຍແນດ, ພະນັກງານ, ນັກຮົບ ຍັງເຊີນພໍ່ແມ່ປະຊາຊົນຢູ່ໃນບ້ານ ກັບມາຮອດກົມກອງເພື່ອພົບປະແລກປ່ຽນ, ອວຍພອນປີໃໝ່. ພາບ: laodong.vn

ໂດຍ: ທູຈາງ