ນີ້ແມ່ນການເຄື່ອນໄຫວປະຈໍາປີຕາມບົດບັນທຶກຊ່ວຍຈໍາລະຫວ່າງສອງຝ່າຍເພື່ອແຈ້ງໃຫ້ກັນຊາບສະພາບການ, ຕີລາຄາຜົນການສົມທົບກັນໃນການຄຸ້ມຄອງ, ປົກປັກຮັກສາອະທິປະໄຕຄວາມໝັ້ນຄົງຢູ່ເຂດຊາຍແດນແຫ່ງຊາດປີ 2021 ແລະວາງອອກທິດທາງໃນໄລຍະຈະມາເຖິງ.

ຕາມຂ່າວການພົບປະເຈລະຈາແລ້ວ, ປີ 2021, ເຖິງວ່າພະຍາດໂຄວິດ-19 ຜັນແປຢ່າງສັບສົນກໍ່ຕາມ ແຕ່ສອງກົມກອງໄດ້ສົມທົບກັນຢ່າງມີປະສິດທິຜົນໃນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ, ປະກອບສ່ວນຮັບປະກັນຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມ ແລະປົກປັກຮັກສາອະທິປະໄຕ ແລະຄວາມໝັ້ນຄົງຢູ່ເຂດຊາຍແດນຂອງສອງປະເທດ.

leftcenterrightdel
ການນໍາກອງບັນຊາການທະຫານຊາຍແດນແຂວງເຊີນລາ ແລະກອງບັນຊາການທະຫານແຂວງຫົວພັນ ເຊັນບົດບັນທຶກຊ່ວຍຈໍາເນື້ອໃນຂອງການພົບປະເຈລະຈາ. ພາບ: ວີ່ຮ້ຽນ.

ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ເຫັນດີເປັນເອກະພາບ ແລະເຊັນບົດບັນທຶກຊ່ວຍຈໍາກ່ຽວກັບບັນດາເນື້ອໃນ: ຮັກສາການປະຕິບັດ “ອະນຸສັນຍາກ່ຽວກັບເສັ້ນຊາຍແດນ ແລະຫຼັກໝາຍຊາຍແດນລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ” ຢ່າງເຂັ້ມງວດ; ສືບຕໍ່ຮັກສາບັນດາກົນໄກພົບປະແລກປ່ຽນ, ການຮ່ວມມືທີ່ມີຢູ່ແລ້ວໃນປະຈຸບັນ, ເພີ່ມທະວີການເຄື່ອນໄຫວພົບປະແລກປ່ຽນ, ຄະນະຜູ້ແທນທຸກຂັ້ນກວ່າອີກ; ສົມທົບກັນແລກປ່ຽນສະພາບການທີ່ກ່ຽວຂ້ອງເຖິງວຽກງານປົກປັກຮັກສາອະທິປະໄຕຄວາມໝັ້ນຄົງຢູ່ເຂດຊາຍແດນແຫ່ງຊາດ.

ກໍ່ທີ່ການພົບປະເຈລະຈາ, ຫ້ອງການເມືອງ ກອງບັນຊາການທະຫານຊາຍແດນແຂວງເຊີນລາ ແລະຫ້ອງການເມືອງ ກອງບັນຊາການທະຫານແຂວງຫົວພັນ ໄດ້ມີການເຮັດວຽກ, ແລກປ່ຽນກ່ຽວກັບວຽກງານຊາວໜຸ່ມ, ແມ່ຍິງ. ສອງຝ່າຍໄດ້ເຊັນບົດບັນທຶກຊ່ວຍຈໍາສົມທົບກັນປະຕິບັດວຽກງານມະຫາຊົນຂອງສອງກົມກອງໃນໄລຍະຈະມາເຖິງ.

ໂດຍ: ຈາງຫງວຽນ