ແຕ່ວັນທີ 9 – 12 ພຶດສະພາ, ສອງຝ່າຍໄດ້ສົມທົບກັນຈັດຕັ້ງການກວດພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າ, ໃຫ້ຄຳປຶກສາສົ່ງເສີມສຸຂະພາບ ແລະ ມອບຂອງຂວັນໃຫ້ປະຊາຊົນ 2.700 ກວ່າຄົນຢູ່ເມືອງ ລົກນີງ (ແຂວງ ບິ່ງເຟືອກ) ແລະ ແຂວງ Tbongkhum (ກຳປູເຈຍ).

leftcenterrightdel
ທ່ານໝໍກວດພະຍາດໃຫ້ແກ່ປະຊາຊົນຢູ່ເມືອງລົກນີງ, ແຂວງບິ່ງເຟືອກ. ພາບ: ຫງວຽນຮ່ຽນ
leftcenterrightdel
ທ່ານໝໍກວດພະຍາດໃຫ້ປະຊາຊົນກຳປູເຈຍ. ພາບ: ຫງວຽນຮ່ຽນ

ການເຄື່ອນໄຫວທີ່ມີຄວາມໝາຍຢ່າງແທດຈິງນີ້ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການກໍ່ສ້າງ, ປັບປຸງ ແລະ ເພີ່ມທະວີຄວາມສາມັກຄີ, ມິດຕະພາບ ແລະການຮ່ວມມືລະຫວ່າງກອງທັບ ແລະປະຊາຊົນສອງປະເທດ. ໃນໄລຍະປະຕິບັດໜ້າທີ່, ພະນັກງານ, ຖັນແຖວແພດທະຫານໄດ້ສົມທົບກັບອຳນາດການປົກຄອງ, ອົງການເຈົ້າໜ້າທີ່, ຈັດຕັ້ງການໂຄສະນາເຜີຍແຜ່ໃຫ້ປະຊາຊົນຢູ່ເຂດຊາຍແດນສອງປະເທດກ່ຽວກັບເປົ້າໝາຍ, ເນື້ອໃນ ແລະຄວາມໝາຍຂອງການພົບປະແລກປ່ຽນການປ້ອງກັນຊາດຢູ່ເຂດຊາຍແດນ ຫວຽດນາມ - ກຳປູເຈຍ ຄັ້ງທຳອິດ ປີ 2022, ມູນເຊື້ອຂອງກອງທັບ, ນ້ຳໃຈສາມັກຄີ, ມິດຕະພາບແບບພິເສດລະຫວ່າງກອງທັບ ແລະປະຊາຊົນສອງປະເທດ; ປະກອບສ່ວນກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື, ເພີ່ມພູນຄູນສ້າງນ້ຳໃຈສາມັກຄີ, ມິດຕະພາບຫວຽດນາມ - ກຳປູເຈຍ ໃຫ້ນັບມື້ນັບພັດທະນາແບບຍືນຍົງ.

ໂດຍ: ທະນາພອນ