leftcenterrightdel
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

“ຫຼັກໝັ້ນຂອງຫວຽດນາມ ຕໍ່ຄໍາສັ່ງຫ້າມຫາປາຂອງ ຈີນ ຢູ່ທະເລຕາເວັນອອກ ແມ່ນສະເໝີຕົ້ນສະເໝີປາຍ, ໄດ້ຢັ້ງຢືນຢ່າງຈະແຈ້ງໃນຊຸມປີຜ່ານມາ. ຕາມນັ້ນແລ້ວ, ຂອບເຂດສ່ວນໜຶ່ງຂອງຄໍາສັ່ງຫ້າມຫາປາໄດ້ລະເມີດອະທິປະໄຕຂອງຫວຽດນາມ ສໍາລັບໝູ່ເກາະຮວ່າງຊາ, ສິດອະທິປະໄຕ ແລະສິດພິພາກສາຂອງຫວຽດນາມ ທີ່ໄດ້ລະບຸໄວ້ໃນສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982, ສັນຍາວ່າດ້ວຍການກໍານົດເສັ້ນຊາຍແດນຢູ່ອ່າວພາກເໜືອລະຫວ່າງຫວຽດນາມ ແລະ ຈີນ ທີ່ໄດ້ລົງນາມເມື່ອປີ 2000.

ຫວຽດນາມ ຮຽກຮ້ອງໃຫ້ຈີນ ເຄົາລົບອະທິປະໄຕຂອງຫວຽດນາມ ສໍາລັບໝູ່ເກາະຮວ່າງຊາ, ສິດອະທິປະໄຕ ແລະສິດພິພາກສາສໍາລັບບັນດາເຂດທະເລຂອງຕົນ ເມື່ອຜັນຂະຫຍາຍບັນດາມາດຕະການອະນຸລັກຮັກສາແຫຼ່ງຊັບພະຍາກອນສິ່ງທີ່ມີຊີວິດຢູ່ເຂດທະເລຕາເວັນອອກ, ບໍ່ເຮັດໃຫ້ສະພາບການສັບສົບຂຶ້ນຕື່ມ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດທະເລຕາເວັນອອກ”.

ໂດຍ: ໄຊຊະນະ