leftcenterrightdel
ທ່ານພົນຈັດຕະວາ ຟ້າມຄັກເລື້ອງ ເປັນປະທານກອງປະຊຸມສໍາມະນາ. ພາບ: ເງິນແອງ.

ANTEEP ແມ່ນຂໍ້ລິເລີ່ມຂອງທະຫານເຮືອປະຊາຊົນຫວຽດນາມ ເຊິ່ງໄດ້ຮັບຮອງເອົາທີ່ກອງປະຊຸມຜູ້ບັນຊາການທະຫານເຮືອບັນດາປະເທດອາຊຽນ (ANCM) ຄັ້ງທີ 14 ໂດຍທະຫານເຮືອປະຊາຊົນຫວຽດນາມ ເປັນເຈົ້າພາບຈັດຕັ້ງໃນເດືອນພະຈິກ ປີ 2020. ຈຸດປະສົງຂອງ ANTEEP ແມ່ນສ້າງເວທີປາໄສເພື່ອໃຫ້ພົນທະຫານແບ່ງປັນຄວາມຮູ້, ປະສົບການໃນບັນດາຂົງເຂດວິຊາສະເພາະ ຄື: ການເດີນທະເລ, ການຕິດຕໍ່ສື່ສານ, ການລໍາລຽງບົນທະເລ, ການຊອກຫາກູ້ຊີບກູ້ໄພຢູ່ທະເລ, ການຕໍ່ສູ້ປ້ອງກັນກໍາປັ່ນ, ການຝຶກຊ້ອມທະຫານເຮືອຫຼາຍຝ່າຍ, ວຽກງານຮັບປະກັນພະລາທິການ-ເຕັກນິກ, ການຝຶກແອບກໍາລັງກາຍ, ການບໍາລຸງສ້າງນາຍທະຫານ ແລະຄູອາຈານທະຫານເຮືອ, ບັນດາມາດຕະການສ້າງຄວາມເຊື່ອໝັ້ນຢູ່ທະເລ... ຜ່ານນັ້ນປະກອບສ່ວນຊຸກຍູ້ການຮ່ວມມື, ເພີ່ມທະວີຄວາມສະໜິດຕິດພັນ, ຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈລະຫວ່າງທະຫານເຮືອບັນດາປະເທດອາຊຽນ.

ໂດຍ: ທູຈາງ