ໂດຍລະອຽດ, ພາຍຫຼັງການພົບປະ, ຄ້າຍທະຫານຊາຍແດນບ໊າດມອດ (ທະຫານຊາຍແດນແທງຮວ໊າ) ແລະບັນດາກົມກອງລວມມີ: ກອງຮ້ອຍທະຫານຊາຍແດນ 216; ຄ້າຍຕຳຫຼວດດ່ານຊາຍແດນທ່າເລົາ; ໝວດທະຫານຊາຍແດນທ່າເລົາ; ກອງບັນຊາການປ້ອງກັນຄວາມສະຫງົບເມືອງຊໍາໃຕ້, ແຂວງຫົວພັນ ໄດ້ພ້ອມກັນແລກປ່ຽນສະພາບການປົກປັກຮັກສາຊາຍແດນ, ຢ້ຽມຢາມຖາມຂ່າວສະພາບການດຳລົງຊີວິດ ແລະທໍາມາຫາກິນຂອງຊາວຫວຽດນາມ ອາໄສຢູ່ເມືອງຊໍາໃຕ້ ກໍ່ຄືວຽກງານປ້ອງກັນ, ຕ້ານການເຂົ້າ-ອອກເມືອງຢ່າງຜິດກົດໝາຍ; ການປ້ອງກັນ, ຕ້ານພະຍາດໂຄວິດ-19.

leftcenterrightdel
ບັນຍາກາດທີ່ພິທີມອບ-ຮັບ. ພາບ: baothanhhoa.vn.

ຄ້າຍທະຫານຊາຍແດນບ໊າດມອດ ໄດ້ມອບເງິນ, ອຸປະກອນການແພດ, ລວມມີ: ຜ້າອັດປາກ-ອັດດັງ, ນໍ້າຢາຂ້າເຊື້ອໃຫ້ບັນດາກົມກອງດັ່ງກ່າວ. ໃນນັ້ນ, ມອບເງິນ 15 ລ້ານດົ່ງ ເພື່ອໜູນຊ່ວຍກອງຮ້ອຍທະຫານຊາຍແດນ 216 ໃນການຊື້ອຸປະກອນໄຟຟ້າຮັບໃຊ້ການສ່ອງແສງສະຫວ່າງຢູ່ເຂດຊາຍແດນ. ຍອດມູນຄ່າຂອງຂວັນ, ອຸປະກອນທີ່ມອບໃຫ້ກຳລັງປະກອບອາວຸດເມືອງຊຳໃຕ້ ແມ່ນ 22 ລ້ານດົ່ງ.

ນີ້ແມ່ນກິດຈະກຳທີ່ປະກອບສ່ວນຮັດແໜ້ນນໍ້າໃຈມິດຕະພາບ, ພ້ອມກັນແບ່ງທຸກແບ່ງສຸກນຳກັນເພື່ອປົກປັກຮັກສາຊາຍແດນລວມລະຫວ່າງສອງປະເທດຫວຽດນາມ-ລາວ ແລະໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19.

ໂດຍ: ທະນາພອນ