leftcenterrightdel
ທະຫານ ແລະທະຫານລາດແຂວງກອນຕຸມ ຕັ້ງຄ້າຍຊົ່ວຄາວເພື່ອຄວບຄຸມ, ສະກັດກັ້ນຜູ້ລັກລອບເຂົ້າເມືອງ. ພາບ: ຫວຽດຮຸ່ງ.

ເມື່ອໄປຢ້ຽມຢາມຖາມຂ່າວພະນັກງານ, ນັກຮົບທີ່ປະຕິບັດໜ້າທີ່ຢູ່ຄ້າຍທະຫານຊາຍແດນ 679 ໃນບໍລິເວນເມືອງງອັກໂຮ່ຍ (ແຂວງກອນຕຸມ), ພວກຂ້າພະເຈົ້າຖືກລົມລາວພັດໃສ່ຕະຫຼອດທາງ. ຢູ່ໃນຄ້າຍຊົ່ວຄາວ, ທ່ານພັນໂທ ເວືອງກົງດວ່ານ ຮອງຫົວໜ້າກອງບັນຊາການທະຫານເມືອງດັກໂຕ ແບ່ງປັນວ່າ: “ກອງບັນຊາການທະຫານເມືອງດັກໂຕ ມີນາຍທະຫານ 10 ຄົນ ເຊິ່ງໄດ້ສະໝັກໃຈມາເພີ່ມເຕີມໃຫ້ດ່ານໜ້າຢູ່ເຂດຊາຍແດນ. ປັດຈຸບັນ, ພວກອ້າຍນ້ອງພວມປະຕິບັດໜ້າທີ່ຢູ່ດ່ານ 6 ແຫ່ງ, ໄລຍະຫ່າງລະຫວ່າງແຕ່ລະແຫ່ງແມ່ນປະມານ 10 ກິໂລແມັດ. ທັງລາດຕະເວນ, ສະກັດກັ້ນພະຍາດ, ພວກຂ້າພະເຈົ້າທັງສົມທົບກັບຄະນະພັກ, ອໍານາດການປົກຄອງທ້ອງຖິ່ນຍູ້ແຮງວຽກງານໂຄສະນາ, ຂົນຂວາຍພໍ່ແມ່ປະຊາຊົນຍົກສູງສະຕິລະວັງຕົວ, ເມື່ອພົບເຫັນຄົນແປກໜ້າເຂົ້າມານັ້ນຈົ່ງລາຍງານທັນທີ. ສະພາບດິນຟ້າອາກາດຢູ່ທີ່ນີ້ຮ້າຍແຮງທີ່ສຸດ. ໄປລາດຕະເວນກັບມາເມື່ອຍຫຼາຍ, ຢາກນອນຜັກຜ່ອນເອົາແຮງແຕ່ກໍ່ບໍ່ສາມາດນອນໄດ້. ຢູ່ທີ່ນີ້ບໍ່ມີໄຟຟ້າ, ບໍ່ມີສັນຍານໂທລະສັບ... ແຕ່ພວກຂ້າພະເຈົ້າຍາມໃດກໍ່ປະຕິບັດໜ້າທີ່ຢ່າງສຸດຈິດສຸດໃຈ”.

ຫາກໍ່ມາປະຕິບັດໜ້າທີ່ເພີ່ມເຕີມຢູ່ຄ້າຍທະຫານຊາຍແດນ 673 ໄດ້ໜຶ່ງອາທິດ, ແຕ່ທ່ານພັນໂທ ຫງວຽນເທ໊ຮວ່າຍ ຮອງຫົວໜ້າກອງບັນຊາການທະຫານເມືອງດັກເລີຍ ກໍ່ກໍາໄດ້ສະພາບການໃນບໍລິເວນ, ມີທັກສະວິຊາການທີ່ຊໍານິຊໍານານເພື່ອພົບເຫັນ, ສະກັດກັ້ນຜູ້ລັກລອບເຂົ້າເມືອງ. ດ້ວຍບົດຮຽນຂອງຕົນ, ອ້າຍຮວ່າຍ ໄດ້ປະກອບຄໍາຄິດເຫັນຢ່າງແທດຈິງ, ຊ່ວຍໃຫ້ພວກອ້າຍນ້ອງໃນຄ້າຍທະຫານຊາຍແດນ ແລະດ່ານສະກັດກັ້ນອື່ນໆຍົກສູງຄຸນນະພາບ, ປະສິດທິຜົນໃນວຽກງານລາດຕະເວນ.

leftcenterrightdel
ບັນດາກໍາລັງຈັດການປະຊຸມແລກປ່ຽນວຽກງານ, ປຶກສາຫາລືເປັນປະຈໍາຢູ່ດ່ານສະກັດກັ້ນພະຍາດ. ພາບ: ຫວຽດຮຸ່ງ.

ສ່ວນທ່ານພັນໂທ ອາຕ໊ຽນຢູງ ຮອງຫົວໜ້າເສນາທິການກອງບັນຊາການທະຫານເມືອງຕູເມີຣົງ ທັງຈ້ອນແຂນເສື້ອ, ທັງເວົ້າກັບພວກຂ້າພະເຈົ້າວ່າ: “ໃນລະດູແລ້ງ, ໂຕທາກເບິ່ງຄືວ່າບໍ່ເຫັນ, ແຕ່ແມງວັນພັດຫຼາຍໂພດ. ເພື່ອຈໍາກັດແມງວັນ, ຍຸງ, ງູ ແລະຂີ້ເຂັບກັດຕອດ, ສອງສາມວັນໃດ, ພວກຂ້າພະເຈົ້າໄດ້ຈັດຕັ້ງການຖາກຖາງຫຍ້າທີ່ຮົກເຮື້ອ, ສີດຢາຂ້າເຊື້ອອ້ອມແອ້ມຕູບຄ້າຍ, ແຕ່ເວນຍາມໃນກາງຄືນຍັງຖືກຍຸງກັດ. ເມື່ອໄປປະຕິບັດໜ້າທີ່ຢູ່ເຂດຊາຍແດນຈຶ່ງເຂົ້າໃຈກ່ຽວກັບຄວາມຫຍຸ້ງຍາກ, ການເສຍສະຫຼະຂອງທະຫານຊາຍແດນ. ເພື່ອແນວຫຼັງ, ເພື່ອວົງຄະນະຍາດຊຸມຊົນ, ທຸກໆຄວາມຫຍຸ້ງຍາກລໍາບາກພວກຂ້າພະເຈົ້າລ້ວນແຕ່ສູ້ຊົນຜ່ານຜ່າ”.

ທ່ານຮ້ອຍເອກພິເສດ ຫວູດຶກຖັ໊ງ ຮອງຫົວໜ້າການເມືອງຄ້າຍທະຫານຊາຍແດນ 673 ໃຫ້ຮູ້ວ່າ: “ເມື່ອທຽບໃສ່ແຂວງອື່ນແລ້ວ, ເສັ້ນຊາຍແດນຂອງແຂວງກອນຕຸມ ເບິ່ງຄືວ່າບໍ່ມີດ່ານປະເພນີ, ດ່ານທ້ອງຖິ່ນເກືອບທັງໝົດ, ແຕ່ຍ້ອນຕິດກັບປະເທດລາວ ແລະກໍາປູເຈຍ, ເຊິ່ງແມ່ນສອງປະເທດທີ່ພະຍາດໂຄວິດ-19 ມີການແຜ່ລະບາດຮ້າຍແຮງທີ່ສຸດ, ສະນັ້ນຈຶ່ງຊ້ອນແຝງການລັກລອບເຂົ້າເມືອງ. ເມື່ອໄດ້ຮັບການໜູນຊ່ວຍຈາກພະນັກງານ, ນັກຮົບຂອງບັນດາກົມກອງ, ມີຫຼາຍສະຫາຍໃກ້ຈະພັກບໍານານແລ້ວ, ແຕ່ຍັງໄປລາດຕະເວນຂຶ້ນພູລົງຫ້ວຍຄືດັ່ງຊາວໜຸ່ມ, ເຊິ່ງເຮັດໃຫ້ພວກຂ້າພະເຈົ້າມີຄວາມນິຍົມນັບຖືທີ່ສຸດ. ພວກຂ້າພະເຈົ້າພະຍາຍາມລາດຕະເວນທັງກາງເວນ ແລະຄືນ, ຈັດຕັ້ງການເວນຍາມ, ຄວບຄຸມບໍລິເວນໃຫ້ເປັນຢ່າງດີເພື່ອປະກອບສ່ວນປ້ອງກັນ, ຕ້ານພະຍາດໂຄວິດ-19”.

ຢູ່ເສັ້ນຊາຍແດນຂອງແຂວງກອນຕຸມ, ນອກຈາກດ່ານສະກັດກັ້ນທີ່ໄດ້ສ້າງມາກອ່ນແລ້ວ, ພາຍຫຼັງຮັບເອົາກໍາລັງເສີມຈາກກອງບັນຊາການທະຫານແຂວງ, ບັນດາຄ້າຍທະຫານຊາຍແດນສືບຕໍ່ສ້າງຕັ້ງດ່ານສະກັດກັ້ນອື່ນອີກນັບສິບແຫ່ງ, ສ້າງເປັນຮົ້ວກັ້ນທີ່ໜັກແໜ້ນເພື່ອສະກັດກັ້ນຜູ້ລັກລອບເຂົ້າເມືອງ.

ເມື່ອໄປຢ້ຽມຢາມຖາມຂ່າວ, ລະດົມກໍາລັງໃຈພະນັກງານ, ນັກຮົບທີ່ປະຕິບັດໜ້າທີ່ຢູ່ດ່ານສະກັດກັ້ນ, ທ່ານພັນເອກພິເສດ ຈິ້ງງອັກຈ້ອງ ຫົວໜ້າກອງບັນຊາການທະຫານແຂວງກອນຕຸມ ຕີລາຄາສູງຕໍ່ຈິດໃຈຄວາມຮັບຜິດຊອບ, ຄວາມມານະພະຍາຍາມຂອງທະຫານ. ອ້າຍຈ້ອງ ໃຫ້ຮູ້ວ່າ: “ໃນຈໍານວນພະນັກງານ, ນັກຮົບ, ທະຫານລາດໃນກໍາລັງປະກອບອາວຸດຂອງແຂວງທີ່ສະໝັກໃຈໄປປະຕິບັດໜ້າທີ່ຢູ່ເຂດຊາຍແດນນັ້ນ, ຫຼາຍຄົນໄດ້ປະສົບກັບຄວາມຫຍຸ້ງຍາກ,  ເມຍໄປເຮັດວຽກຢູ່ໄກ, ລູກຍັງນ້ອຍ, ພໍ່ແມ່ປ່ວຍໂຊ... ແຕ່ເພື່ອໜ້າທີ່, ເພື່ອປະຊາຊົນ, ພວກອ້າຍຍາມໃດກໍ່ຫ້າວຫັນ, ນໍາໜ້າ”...

ໂດຍ: ທູຈາງ