ຂ້າພະເຈົ້າໄດ້ພົບກັບທ່ານພັນຕີ ແກ້ວ ອິນທິຫົງສາ, ຫົວໜ້າກອງຮ້ອຍທະຫານຊາຍແດນ 320 ຂອງປະເທດເພື່ອນມິດລາວ ໃນເວລາທີ່ທ່ານພ້ອມດ້ວຍເພື່ອນຮ່ວມກອງໄປຍັງຄ້າຍທະຫານຊາຍແດນເຮື໊ອງຟຸ່ງ, ທະຫານຊາຍແດນແຂວງກວ໋າງຈິ້ ເພື່ອປຶກສາຫາລືກ່ຽວກັບແຜນການຈັດຕັ້ງການຜັນຂະຫຍາຍວຽກງານລາດຕະເວນສອງຝ່າຍໄຕມາດທີ 2 ປີ 2021 .

ທ່ານໄດ້ແບ່ງປັນວ່າ: “ໃນປີ 2020, ຍ້ອນສະພາບພະຍາດໂຄວິດ-19 ມີການຜັນແປຢ່າງສັບສົນ ສະນັ້ນວຽກງານລາດຕະເວນສອງຝ່າຍຈຶ່ງຖືກຂາດຕອນ, ເຖິງຢ່າງໃດກໍ່ຕາມ, ລະຫວ່າງສອງກົມກອງຍັງມີການແລກປ່ຽນເປັນປະຈໍາກ່ຽວກັບສະພາບເສັ້ນຊາຍແດນ, ຫຼັກໝາຍຊາຍແດນແຫ່ງຊາດ ກໍ່ຄືສະພາບການທີ່ກ່ຽວຂ້ອງເຖິງສອງຟາກຊາຍແດນ. ຮອດປີ 2021, ທັງຫວຽດນາມ ແລະລາວ ສາມາດຄວບຄຸມໂລກລະບາດໄດ້, ສະນັ້ນພວກເຮົາໄດ້ຕົກລົງສະເໜີຕໍ່ຂັ້ນຫົວໜ້າກອງບັນຊາການໃຫ້ດຳເນີນການລາດຕະເວນສອງຝ່າຍຄືແຕ່ກ່ອນ”.

ການເຄື່ອນໄຫວລາດຕະເວນສອງຝ່າຍແມ່ນໜຶ່ງໃນບັນດາຈຸດພົ້ນເດັ່ນໃນວຽກງານພົວພັນຕ່າງປະເທດດ້ານຊາຍແດນຂອງທະຫານຊາຍແດນແຂວງກວ໋າງຈິ້. ນັບແຕ່ຕົ້ນປີ 2021 ມາຮອດປະຈຸບັນ, ບັນດາກົມກອງຂຶ້ນກັບທະຫານຊາຍແດນແຂວງກວ໋າງຈິ້ ໄດ້ສົມທົບກັບບັນດາກົມກອງທະຫານຊາຍແດນຂອງປະເທດເພື່ອນມິດລາວ, ຈັດຕັ້ງການລາດຕະເວນໄດ້ 12 ຄັ້ງໂດຍມີພະນັກງານ, ນັກຮົບເຂົ້າຮ່ວມເກືອບ 150 ເທື່ອຄົນ.

leftcenterrightdel
ຄ້າຍທະຫານຊາຍແດນເຮື໊ອງຟຸ່ງ ແລະກອງຮ້ອຍທະຫານຊາຍແດນ 320 (ລາວ) ດໍາເນີນການລາດຕະເວນສອງຝ່າຍ. ພາບ: ຫງວຽນແທັ່ງຝຸ.

ຜ່ານການລາດຕະເວນສອງຝ່າຍ, ກໍາລັງທະຫານຊາຍແດນສອງຝ່າຍບໍ່ພຽງແຕ່ຮັກສາ ແລະຮັດແໜ້ນຄວາມສາມັກຄີ, ມິດຕະພາບແບບພິເສດ, ຄວາມເຂົ້າໃຈເຊິ່ງກັນ ແລະກັນເທົ່ານັ້ນ, ຫາກຍັງຊ່ວຍໃຫ້ກຳລັງຊາຍແດນຂອງສອງຝ່າຍເພີ່ມທະວີວຽກງານສົມທົບກັນໂຄສະນາ, ສຶກສາອົບຮົມປະຊາຊົນໃນບໍລິເວນທັງສອງຟາກຊາຍແດນຕ້ອງປະຕິບັດເອກະສານດ້ານກົດໝາຍກ່ຽວກັບຊາຍແດນຢ່າງເຂັ້ມງວດ, ບໍ່ບຸກລຸກ, ປູກພືດ, ສົມລົດຢ່າງຜິດກົດໝາຍ...

ໃນຊຸມວັນທີ່ພະຍາດໂຄວິດ-19 ມີການຜັນແປຢ່າງສັບສົນນັ້ນ ເຖິງວ່າການລາດຕະເວນສອງຝ່າຍບໍ່ໄດ້ຮັບການປະຕິບັດເປັນປົກກະຕິຕາມແຜນການກໍ່ຕາມ, ແຕ່ກໍາລັງທະຫານຊາຍແດນແຂວງກວ໋າງຈິ້ ກໍ່ຄືຂອງສອງແຂວງສາລະວັນ ແລະສະຫວັນນະເຂດ (ລາວ) ຍັງມີຫຼາຍມາດຕະການເພື່ອທັງຄຸ້ມຄອງຊາຍແດນເປັນຢ່າງດີ ແລະທັງສະກັດກັ້ນຜູ້ຂ້າມຊາຍແດນຢ່າງຜິດກົດໝາຍຢ່າງມີປະສິດທິຜົນ.

ຈາກການສົມທົບກັນຢ່າງແໜ້ນແຟ້ນ, ເປັນປະຈໍາ, ສະນັ້ນກໍາລັງປ້ອງກັນຊາຍແດນສອງຝ່າຍໄດ້ຄົ້ນພົບ ແລະແຈ້ງໃຫ້ກັນຊາບກ່ຽວກັບການຈັບກຸມ ແລະແກ້ໄຂ 12 ກໍລະນີເຂົ້າ-ອອກເມືອງຜິດກົດໝາຍ ແລະນຳໄປແຍກຕົວຢູ່ເຂດຈໍາກັດບໍລິເວນຕາມການກໍານົດ.

ໂດຍເປັນກົມກອງທີ່ຈັດການລາດຕະເວນສອງຝ່າຍເປັນປະຈໍາກັບກອງຮ້ອຍທະຫານຊາຍແດນ 320 ແລະ 321 ຂອງລາວ, ສະນັ້ນຈຳນວນການລາດຕະເວນຂອງຄ້າຍທະຫານຊາຍແດນເຮື໊ອງຟຸ່ງ ເພີ່ມຂຶ້ນທົບສອງເທົ່າເມື່ອທຽບໃສ່ກົມກອງອື່ນໆ, 2 ຄັ້ງ/ໄຕມາດ. ທ່ານພັນໂທ ຫງວຽນຂັກຮຸຍ, ຫົວໜ້າຄ້າຍທະຫານຊາຍແດນເຮື໊ອງຟຸ່ງ ໃຫ້ຮູ້ວ່າ: “ເຖິງວ່າສະພາບພະຍາດໂຄວິດ-19 ຍັງມີຄວາມສັບສົນກໍ່ຕາມ, ແຕ່ພວກຂ້າພະເຈົ້າຍັງຮັບປະກັນການແລກປ່ຽນສະພາບການ ແລະການລາດຕະເວນສອງຝ່າຍກັບກຳລັງປ້ອງກັນຊາຍແດນຂອງປະເທດເພື່ອນມິດຢ່າງຄົບຖ້ວນ, ຍ້ອນວ່ານີ້ແມ່ນໜ້າທີ່ການເມືອງສໍາຄັນ, ເປັນປະຈຳຂອງກົມກອງ, ບໍ່ພຽງແຕ່ປະກອບສ່ວນເຂົ້າໃນການຮັບປະກັນຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ແລະຄວາມປອດໄພທາງສັງຄົມຢູ່ເຂດຊາຍແດນເທົ່ານັ້ນ, ຫາກຍັງຊ່ວຍໃຫ້ປະຊາຊົນທັງສອງຝ່າຍມີຄວາມອຸ່ນອ່ຽນໃຈອອກແຮງງານທໍາການຜະລິດ ແລະພັດທະນາເສດຖະກິດ”.

ທ່ານພັນເອກ ຫງວຽນບ໊າຢວຽດ, ຮອງຫົວໜ້າກອງບັນຊາການ, ຫົວໜ້າເສນາທິການກອງບັນຊາການທະຫານຊາຍແດນແຂວງກວ໋າງຈິ້ ໃຫ້ຮູ້ວ່າ: "ການເຄື່ອນໄຫວລາດຕະເວນສອງຝ່າຍໄດ້ຍົກສູງປະສິດທິຜົນການຄຸ້ມຄອງຊາຍແດນ ແລະປົກປັກຮັກສາຊາຍແດນຂອງແຕ່ລະຝ່າຍ, ຊ່ວຍຫຼຸດຜ່ອນການລະເມີດກົດລະບຽບຊາຍແດນ ແລະບັນຫາສັບສົນຕ່າງໆທີ່ເກີດຂຶ້ນກໍ່ລ້ວນແຕ່ໄດ້ຮັບການແກ້ໄຂຢ່າງທັນການຢູ່ຂັ້ນຮາກຖານຈາກສອງຝ່າຍ. ສະພາບຄວາມໝັ້ນຄົງທາງການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ແລະຄວາມປອດໄພທາງສັງຄົມ, ພິເສດແມ່ນການເຄື່ອນໄຫວຂອງອາດຊະຍາກຳທີ່ກ່ຽວຂ້ອງເຖິງຊາຍແດນກໍ່ຫຼຸດລົງຫຼາຍ, ປະກອບສ່ວນສຳຄັນເຂົ້າໃນການສ້າງຊາຍແດນສັນຕິພາບ, ມິດຕະພາບ ແລະພັດທະນາແບບຍືນຍົງ".

ຜ່ານການປະຕິບັດວຽກງານລາດຕະເວນສອງຝ່າຍເປັນຢ່າງດີ, ທະຫານຊາຍແດນແຂວງກວ໋າງຈິ້ ໄດ້ປັບປຸງຄວາມໄວ້ເນື້ອເຊື່ອໃຈຕື່ມອີກ ກໍ່ຄືຍົກສູງສາຍພົວພັນຮ່ວມມືລະຫວ່າງບັນດາຄ້າຍທະຫານຊາຍແດນກັບບັນດາກໍາລັງປ້ອງກັນຊາຍແດນຂອງປະເທດເພື່ອນມິດລາວ. ຜ່ານນັ້ນ, ນັບມື້ນັບຮັດແໜ້ນຄວາມສາມັກຄີ, ມິດຕະພາບແບບພິເສດລະຫວ່າງສອງປະເທດຫວຽດນາມ-ລາວ ກວ່າອີກ, ປະກອບສ່ວນຮັບປະກັນ, ຮັກສາອະທິປະໄຕ, ຄວາມໝັ້ນຄົງຢູ່ເສັ້ນຊາຍແດນແຫ່ງຊາດໃນທຸກໆກໍລະນີ.

ໂດຍ: ທະນາພອນ