ຍ້ອນສະພາບພະຍາດໂຄວິດ-19 ຍັງຜັນແປຢ່າງສັບສົນ, ຂໍ້ຕົກລົງການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງຕໍາຫຼວດຈີນ, ຂໍ້ຕົກລົງການຮ່ວມມືລະຫວ່າງກອງບັນຊາການທະຫານຊາຍແດນຫວຽດນາມ ກັບກອງບັນຊາການທະຫານບົກກອງທັບລາດຊະວົງກຳປູເຈຍ ແລະກົມໃຫຍ່ຕໍາຫຼວດແຫ່ງຊາດ (ກະຊວງພາຍໃນກຳປູເຈຍ) ຈະໄດ້ລົງນາມໃນເວລາທີ່ເໝາະສົມ. ເພື່ອກະກຽມໃຫ້ແກ່ການລົງນາມ, ກອງບັນຊາການທະຫານຊາຍແດນ ແລະກົມພົວພັນຕ່າງປະເທດ/ກະຊວງປ້ອງກັນປະເທດຫວຽດນາມ ໄດ້ສົມທົບກັບບັນດາອົງການ, ກົມກອງທີ່ກ່ຽວຂ້ອງເພື່ອກະກຽມຢ່າງລອບຄອບກ່ຽວກັບທຸກດ້ານ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເປັນປະທານກອງປະຊຸມ. ພາບ: qdnd.vn.

ທີ່ກອງປະຊຸມ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຮຽກຮ້ອງໃຫ້ກອງບັນຊາການທະຫານຊາຍແດນ ແລະກົມພົວພັນຕ່າງປະເທດ ສືບຕໍ່ປະຕິບັດທຸກວຽກງານກະກຽມໃຫ້ເປັນຢ່າງດີເພື່ອຮັບໃຊ້ໃຫ້ແກ່ການລົງນາມຂໍ້ຕົກລົງການຮ່ວມມື, ຮັບປະກັນຢ່າງລອບຄອບ, ປອດໄພ, ມິດຕະພາບ, ມີຄວາມໝາຍຢ່າງແທດຈິງ; ຜ່ານນັ້ນປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບລະຫວ່າງຫວຽດນາມ ກັບຈີນ ແລະກໍາປູເຈຍ.

ເນື່ອງໃນໂອກາດນີ້, ທ່ານພົນໂທ ຮວ່າງຊວນຈ໊ຽນ ກໍ່ເນັ້ນໜັກວ່າ ກອງບັນຊາການທະຫານຊາຍແດນ ແລະກົມພົວພັນຕ່າງປະເທດ ຄວນສືບຕໍ່ມີຄວາມໄຫວພິບ, ໝູນໃຊ້ລະບົບດີຈີຕອນໃຫ້ເປັນຢ່າງດີ, ຫຼີກລ້ຽງເພື່ອບໍ່ໃຫ້ພະຍາດໂຄວິດ-19 ສົ່ງຜົນສະທ້ອນເຖິງວຽກງານພົວພັນຕ່າງປະເທດດ້ານປ້ອງກັນຊາດເວົ້າລວມ, ໃນນັ້ນມີການພົວພັນຕ່າງປະເທດຊາຍແດນ.

ໂດຍ: ເຈິ່ນຮວ່ຽນ