“ຄືດັ່ງໄດ້ຢັ້ງຢືນມາຫຼາຍຄັ້ງແລ້ວ, ທຸກການເຄື່່ອນໄຫວຢູ່ໝູ່ເກາະຮວ່າງຊາ ແລະເຈື່ອງຊາ ເຊິ່ງບໍ່ໄດ້ຮັບການອະນຸຍາດຈາກຫວຽດນາມ ແມ່ນການລະເມີດອະທິປະໄຕຂອງຫວຽດນາມ, ລະເມີດກົດໝາຍສາກົນ ແລະບໍ່ມີຄຸນຄ່າດ້ານນິຕິກໍາ.

leftcenterrightdel
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: baoquocte.vn.

ຫວຽດນາມ ຮຽກຮ້ອງຈີນ ເຄົາລົບອະທິປະໄຕຂອງຫວຽດນາມ ສໍາລັບສອງໝູ່ເກາະຮວ່າງຊາ ແລະເຈື່ອງຊາ, ຍົກເລີກ ແລະຢຸດຕິການຈັດຕັ້ງບັນດາລາຍການທ່ອງທ່ຽວຢູ່ໝູ່ເກາະຮວ່າງຊາຂອງຫວຽດນາມ ກໍຄືບັນດາການກະທໍາທີ່ອາດຈະພາໃຫ້ສະພາບມີຄວາມເຄັ່ງຕຶງ, ສັບສົນຂຶ້ນຕື່ມ, ໄປຝືນກັບຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ບໍ່ມີຜົນປະໂຫຍດໃຫ້ແກ່ການຮັກສາສັນຕິພາບ, ສະຖຽນລະພາບ ແລະການຮ່ວມມືຢູ່ທະເລຕາເວັນອອກ ກໍຄືຄວາມພະຍາຍາມຂອງບັນດາປະເທດໃນການເຈລະຈາກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ແລະການພົວພັນສອງປະເທດ.

ຫວຽດນາມ ຢັ້ງຢືນອີກເທື່ອໜຶ່ງມີພະຍານຫຼັກຖານປະຫວັດສາດ ແລະພື້ນຖານນິຕິກໍາຢ່າງພຽງພໍເພື່ອຢັ້ງຢືນອະທິປະໄຕສໍາລັບໝູ່ເກາະຮວ່າງຊາ ແລະເຈື່ອງຊາ ແມ່ນສອດຄ່ອງກັບກົດໝາຍສາກົນ”.

ເມື່ອຕອບຄໍາຖາມຂອງນັກຂ່າວທີ່ສະເໜີໃຫ້ຮູ້ປະຕິກິລິຍາຂອງຫວຽດນາມ ຕໍ່ເລື່ອງວັນທີ 24 ພະຈິກ, ໄຕ້ຫວັນ ໄດ້ດໍາເນີນການຊ້ອມຮົບຍິງລູກປືນແທ້ຢູ່ເຂດທະເລອ້ອມເກາະບາບິ່ງ ຂຶ້ນກັບໝູ່ເກາະເຈື່ອງຊາຂອງຫວຽດນາມ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ຊີ້ແຈ້ງວ່າ:

“ຄືດັ່ງໄດ້ຢັ້ງຢືນມາຫຼາຍຄັ້ງແລ້ວ, ເລື່ອງ ໄຕ້ຫວັນ ຈັດຕັ້ງການຊ້ອມຮົບຍິງລູກປືນແທ້ຢູ່ເຂດທະເລອ້ອມເກາະບາບິ່ງ ຂຶ້ນກັບໝູ່ເກາະເຈື່ອງຊາຂອງຫວຽດນາມ ແມ່ນການລ່ວງລໍ້າອະທິປະໄຕຜືນແຜ່ນດິນຂອງຫວຽດນາມ ສໍາລັບໝູ່ເກາະນີ້ຢ່າງຮ້າຍແຮງ, ຂົ່ມຂູ່ເຖິງສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ, ຄວາມໝັ້ນຄົງໃນການເດີນທະເລ; ກໍ່ຄວາມເຄັ່ງຕຶງ ແລະເຮັດໃຫ້ສະພາບການຢູ່ທະເລຕາເວັນອອກສັບສົນຂຶ້ນຕື່ມ.

ຫວຽດນາມ ເດັດດ່ຽວຄັດຄ້ານ ແລະຮຽກຮ້ອງໃຫ້ໄຕ້ຫວັນ ບໍ່ໄດ້ດໍາເນີນການຊ້ອມຮົບຍິງລູກປືນແທ້ຢ່າງຜິດກົດໝາຍ ເຊິ່ງໄດ້ກ່າວມາຂ້າງເທິງກໍຄືມີການກະທໍາທີ່ຄ້າຍຄືກັນໃນອະນາຄົດ”.

ໂດຍ: ໄຊຊະນະ