ທ່ານ Muhyiddin Yassin ຊີ້ແຈ້ງວ່າ ບັນດາມາດຕະການແກ້ໄຂບັນຫາທະເລຕາເວັນອອກຕ້ອງສອດຄ່ອງກັບບັນດາຫຼັກການຂອງກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNLCOS) ປີ 1982. ທຸກຝ່າຍທີ່ກ່ຽວຂ້ອງຕ້ອງເຮັດວຽກນຳກັນ ເພື່ອຮັບປະກັນໃຫ້ທະເລຕາເວັນອອກແມ່ນເຂດທະເລແຫ່ງສັນຕິພາບ, ສະຖຽນລະພາບ ແລະການຄ້າສາກົນ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ເປັນປະທານກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37  ຜ່ານລະບົບທາງໄກ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ Muhyiddin Yassin ກໍ່ເນັ້ນໜັກວ່າ ບົດບາດຂອງອາຊຽນແມ່ນປັດໄຈຍຸດທະສາດການເມືອງພວມມີການປ່ຽນແປງຢ່າງວ່ອງໄວຄືໃນປະຈຸບັນ. ຕາມທ່ານ Muhyiddin Yassin ແລ້ວ, ອາຊຽນສາມາດຮັກສາໄດ້ບົດບາດນີ້ໄວ້ໄດ້ເມື່ອບັນດາປະເທດສະມາຊິກມີຄວາມສາມັກຄີ ແລະເຮັດວຽກນຳກັນດ້ວຍຄວາມເປັນເອກະພາບ.

ໂດຍ: ເຈິ່ນຮວ່ຽນ