ໃຈກາງທາງການແພດ ແລະການສຶກສາທີ່ທັນສະໄໝ

ໃນຕອນທ່ຽງວັນເສົາ, ມີແມ່ເຖົ້າຜູ້ໜຶ່ງຖືກອຸບັດຕິເຫດໃນການຈໍລະຈອນ, ພີ່ນ້ອງໄດ້ພາໄປປິ່ນປົວຢູ່ສຸກສາລາທະຫານ- ປະຊາຊົນຕາແສງອາຊານ, ເມືອງໄຕຢາງ. ຢູ່ທີ່ນີ້, ຮ້ອຍເອກພິເສດ, ນາຍໝໍ ຫງວຽນວັນມີງ (ຄ້າຍທະຫານຊາຍແດນອາຊານ, ກອງບັນຊາການທະຫານຊາຍແດນແຂວງກວ໊າງນາມ ) ໄດ້ປະຖົມພະຍາບານ, ພັນບາດແຜ, ສັກຢາໃຫ້ແມ່ເຖົ້າແລ້ວໃຫ້ນອນຢູ່ທີ່ນີ້ເພື່ອຕິດຕາມປິ່ນປົວພະຍາດ.

leftcenterrightdel
ຮ້ອຍເອກພິເສດ, ນາຍໝໍ ຫງວຽນວັນມີງ ປະຖົມພະຍາບານໃຫ້ແກ່ແມ່ເຖົ້າຖືກອຸບັດຕິເຫດໃນການຈໍລະຈອນ. ພາບ: bienphong.com.vn.

ນາຍໝໍ ຫງວຽນວັນມີງ ແບ່ງປັນວ່າ “ຢູ່ເຂດຊາຍແດນແຫ່ງນີ້ເຄີຍເກີດອຸບັດຕິເຫດ, ຖ້າຖືກບາດເຈັບໜັກ, ຕ້ອງປະຖົມພະຍາບານຢ່າງຮີບດ່ວນ, ຫຼັງຈາກນັ້ນ, ລົດສຸກເສີນຂອງຄ້າຍທະຫານຊາຍແດນອາຊານ ຈະສົ່ງຄົນເຈັບໄປຍັງໂຮງໝໍເມືອງ ຫຼືໂຮງໝໍແຂວງ. ສ່ວນກໍລະນີເປັນພະຍາດທໍາມະດາ ຄືເປັນຫວັດ, ເປັນໄຂ້ແມ່ນຈະໃຫ້ປິ່ນປົວຢູ່ສຸກສາລານີ້ເລີຍ”.

ປີກາຍນີ້, ມີຄົນລາວຜູ້ໜຶ່ງໄປເລື່ອຍໄມ້, ຖືກຈັກເລື່ອຍຕັດຕີນກຸດ,  ແຕ່ມີຊາວໜຸ່ມ 15 ຄົນໄດ້ຜັດປ່ຽນກັນຄານຫາມຍ່າງແລ່ນໃນເວລາ 4 ໂມງຈຶ່ງໄປຮອດສຸກສາລາອາຊານ. ພະນັກງານການແພດຢູ່ທີ່ນີ້ໄດ້ສັກຢາແກ້ປວດ, ລ້າງ ແລະພັນບາດແຜໃນທັນທີ... ຫຼັງຈາກນັ້ນ, ລົດສຸກເສີນຂອງຄ້າຍທະຫານຊາຍແດນອາຊານ ໄດ້ຂົນສົ່ງຜູ້ນັ້ນໄປໂຮງໝໍແຂວງເພື່ອປິ່ນປົວ. ໄດ້ມີຫຼາຍກໍລະນີພະຍາບານສຸກເສີນໃຫ້ປະຊາຊົນຢູ່ເຂດຊາຍແດນໃນເງື່ອນໄຂພື້ນຖານດ້ານວັດຖຸຍັງຂາດເຂີນ. ປະຊາຊົນລາວຫຼາຍຄົນ ກໍ່ໄປຕະຫຼາດ, ກວດພະຍາດ ແລະເອົາຢາຢູ່ຕາແສງອາຊານ. ນາຍໝໍ ຫງວຽນວັນມີງ ແບ່ງປັນວ່າ “ກ່ອນທີ່ເກີດພະຍາດໂຄວິດ-19 , ປະຊາຊົນລາວຢູ່ບັນດາບ້ານຕິດກັບຊາຍແດນຫວຽດນາມ-ລາວ ສ່ວນຫຼາຍລ້ວນແຕ່ນຳເອົາຜະລິດຕະພັນຂອງຕົນມາຂາຍຢູ່ອາຊານ ເພື່ອເອົາເງິນຊື້ເຂົ້າສານ, ທັນຍາຫານ, ແລ້ວແວ່ເພື່ອກວດພະຍາດ ແລະຂໍເອົາຢາຢູ່ສຸກສາລາ. ສໍາລັບຄົນລາວນັ້ນ, ແມ່ນບໍ່ໄດ້ເອົາຢຸກຢາຕາມປະກັນສຸຂະພາບມາໃຫ້ເຂົາເຈົ້າໄດ້, ຫາກພວກຂ້າພະເຈົ້າຕ້ອງເອົາຢຸກຢາຂອງທະຫານເພື່ອໃຫ້ເຂົາເຈົ້າ. ຄົນລາວຢູ່ບ່ອນທີ່ຫ່າງໄກ, ສະນັ້ນຕ້ອງໃຫ້ເຂົາເຈົ້າຢາຫຼາຍກວ່າພໍ່ແມ່ປະຊາຊົນພາຍໃນປະເທດ”.

ປັດຈຸບັນ, ສຸກສາລາທະຫານ-ປະຊາຊົນຕາແສງອາຊານ ໄດ້ຮັບການກໍ່ສ້າງໃໝ່, ມີຫ້ອງສ່ອງລັງສີ, ຫ້ອງຜ່າຕັດ, ຫ້ອງເອໂກ... ແລະມີແພດໝໍ 9 ຄົນ, ໃນນັ້ນມີ 3 ຄົນແມ່ນທະຫານຊາຍແດນ. ຫົວໜ້າຂອງສຸກສາລາແມ່ນພັນເອກ, ທ່ານໝໍ ເລດຶກແມ້ງ.

ມຸ່ງໄປເຖິງການສ້າງຄວາມຮັ່ງມີ

ທ່ານນາງ ຫງວຽນທິກິມຈິ, ເຈົ້າຂອງຮ້ານສິນຄ້າຫຼາຍຊະນິດຢູ່ໃຈກາງຕາແສງອາຊານ ເວົ້າວ່າ  “ປະຈຸບັນ, ການດໍາລົງຊີວິດຂອງ ພໍ່ແມ່ປະຊາຊົນຢູ່ຕາແສງອາຊານຄ່ອຍດີຂຶ້ນແລ້ວ, ສະນັ້ນ, ເຂົາເຈົ້າເລືອກຊື້ເອົາເຂົ້າສານແຊບ, ຫອມ, ໜຽວເພື່ອກິນ, ຫາກບໍ່ຊື້ປະເພດທຳມະດາຄືແຕ່ກ່ອນອີກ”.

leftcenterrightdel
ຕາແສງອາຊານ, ເມືອງໄຕຢາງ, ແຂວາງກວ໊າງນາມ. ພາບ: bienphong.com.vn.

ທ່ານ ຕາໂງນທ໋ຽວ, ປະທານຄະນະກໍາມະການປະຊາຊົນຕາແສງອາຊານ ໃຫ້ຮູ້ວ່າ “ຕາແສງອາຊານນອນຢູ່ຄວາມສູງປະມານ 1.200 ເມັດເມື່ອທຽບໃສ່ລະດັບໜ້ານ້ຳທະເລ, ມີອຸນຫະພູມ 20 – 30 ອົງສາ, ແມ່ນເງື່ອນໄຂສະດວກໃຫ້ແກ່ການພັດທະນາຕົ້ນໄມ້ຜະລິດຢາທີ່ມີມູນຄ່າເສດຖະກິດສູງ. ຢູ່ຕາແສງມີສອງສາມຄອບຄົວພວມປູກແນວໝາກກ້ຽງວິງທີ່ໃຫ້ໝາກຫຼາຍ. ມະຕິຂອງອົງຄະນະພັກຕາແສງ ແມ່ນຕ້ອງສຸມໃສ່ພັດທະນາການລ້ຽງສັດ, ປູກຕົ້ນໄມ້ຊະນິດຕ່າງໆທີ່ມີມູນຄ່າເສດຖະກິດເພື່ອມຸ່ງໄປເຖິງການສ້າງຄວາມຮັ່ງມີ, ຫາກບໍ່ອີງໃສ່ນາໄຮ່ຕະຫຼອດໄດ້”.

ປັດຈຸບັນ, ຢູ່ບັນດາບ້ານໄດ້ມີທາງເບຕົງ, ລັດສືບຕໍ່ລົງທຶນກໍ່ສ້າງກຸ່ມຊຸມຊົນ ແລະເປີດເສັ້ນທາງໄປຍັງເຂດຜະລິດກະສິກໍາ. ບັນຫາທີ່ວາງອອກສໍາລັບຕາແສງອາຊານເວົ້າສະເພາະແລະ 3 ຕາແສງຕິດກັບຊາຍແດນຂອງເມືອງໄຕຢາງເວົ້າລວມແມ່ນຄວນລົງທຶນປະຕິບັດບັນດາຮູບແບບປູກຕົ້ນໄມ້ ນໍາມາໃຫ້ມູນຄ່າເສດຖະກິດສູງ ແລະລ້ຽງສັດໃຫ້ມີປະສິດທິຜົນ. ຢາກໄດ້ຄືແນວນັ້ນ, ແມ່ນຕ້ອງມີບັນດາກົມກອງ, ຄົນທີ່ມີລະດັບວິທະຍາສາດ ແລະພຶດຕິກຳຕົວຈິງໃນການຜະລິດກະສິກໍາ.

ສິ່ງສໍາຄັນແຖວໜ້າ ແລະຕະຫຼອດແມ່ນພະນັກງານ, ວິສະວະກອນຄວນ “ຮ່ວມດໍາລົງຊີວິດ” ຢູ່ກັບທີ່, ໃກ້ຊິດຕິດແທດກັບໂຄງການໃນໄລຍະຍາວ. ຄືແນວນັ້ນຈຶ່ງ "ຖ່າຍທອດ" ຄວາມຮູ້, ເຕັກນິກໃຫ້ພໍ່ແມ່ປະຊາຊົນຢູ່ເຂດຊາຍແດນເພື່ອໃຫ້ເຂົາເຈົ້າຮູ້ຈັກວິທີປະຕິບັດຕາມ ແລະບັນລຸປະສິດທິຜົນສູງ.

ໂດຍ: ທູຈາງ