leftcenterrightdel
ການລາດຕະເວນສອງຝ່າຍ. ພາບ: ຫາຍເທື້ອງ.

ກໍາລັງລາດຕະເວນສອງຝ່າຍໄດ້ດໍາເນີນການລາດຕະເວນຕາມເສັ້ນຊາຍແດນ ຫວຽດນາມ-ລາວ ແລະຫຼັກໝາຍຊາຍແດນເລກທີ 441, ນີ້ແມ່ນຫຼັກໝາຍທີ່ປັກຢູ່ໄກ, ທາງໄປມາປະສົບຄວາມຫຍຸ້ງຍາກຫຼາຍ. ກຳລັງລາດຕະເວນສອງຝ່າຍໄດ້ແກ້ໄຂຄວາມຫຍຸ້ງຍາກກ່ຽວກັບອາກາດ, ດໍາເນີນກວດກາສະພາວະການຫຼັກໝາຍ, ແລກປ່ຽນບັນດາເນື້ອໃນທີ່ກ່ຽວຂ້ອງເຖິງວຽກງານປົກປັກຮັກສາຊາຍແດນ…

ຜົນປະກົດວ່າ, ເສັ້ນຊາຍແດນ ແລະຫຼັກໝາຍຊາຍແດນຍັງຄົງຮັກສາສະພາບເດີມ, ຄວາມປອດໄພໄວ້ຢູ່; ບໍ່ມີກໍລະນີລະເມີດກົດໝາຍ, ລະເມີດກົດລະບຽບຊາຍແດນ, ແຊກແຊງ, ຂ້າມຊາຍແດນຢ່າງຜິດກົດໝາຍ. ສອງຝ່າຍກໍ່ໄດ້ແລກປ່ຽນສະພາບການກ່ຽວກັບການປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງແຕ່ລະຝ່າຍ.

ນີ້ແມ່ນການເຄື່ອນໄຫວປະສານສົມທົບລະຫວ່າງສອງກົມກອງ, ເພື່ອແນໃສ່ປັບປຸງ ແລະເພີ່ມທະວີການຮ່ວມມືກ່ຽວກັບການປົກປັກຮັກສາ, ຄຸ້ມຄອງຊາຍແດນ, ຕໍ່ສູ້ສະກັດກັ້ນການຂ້າມຊາຍແດນຢ່າງຜິດກົດໝາຍ, ປ້ອງກັນ, ຕ້ານພະຍາດໂຄວິດ-19, ສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະພ້ອມກັນພັດທະນາລະຫວ່າງສອງກົມກອງເວົ້າສະເພາະ ແລະສອງແຂວງເງະອານ (ຫວຽດນາມ) ແລະແຂວງບໍລິຄໍາໄຊ (ລາວ) ເວົ້າລວມ.

ໂດຍ: ຈາງຫງວຽນ