ຕົ້ນເດືອນມິຖຸນາ 2020, ຄະນະປະຕິບັດງານຂອງກະຊວງປ້ອງກັນປະເທດຫວຽດນາມ ນໍາໂດຍທ່ານພົນໂທ ຫງວຽນຈີ໊ວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ໄດ້ໄປກວດກາວຽກງານກະກຽມໃຫ້ແກ່ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນຫວຽດນາມ-ກໍາປູເຈຍຄັ້ງທີ 1 ແລະຈັດຕັ້ງບັນດາກິດຈະກໍາສະເຫຼີມສະຫຼອງ 43 ປີແຫ່ງ “ເສັ້ນທາງກູ້ຊາດ” ຂອງທ່ານນາຍົກລັດຖະມົນຕີ ຮຸນແຊນ.

ເພື່ອກະກຽມໃຫ້ແກ່ງານພົບປະແລກປ່ຽນ, ກອງບັນຊາການທະຫານເຂດ 7 ໄດ້ສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການ, ກົມກອງກະກຽມຢ່າງຮອບຄອບຖີ່ຖ້ວນກ່ຽວກັບວຽກງານທຸກດ້ານ, ກຽມພ້ອມໃຫ້ແກ່ງານພົບປະແລກປ່ຽນ, ເຊິ່ງໄດ້ຄາດຄະເນໄວ້ວ່າຈະຈັດຕັ້ງໃນທ້າຍເດືອນມິຖຸນາ. ເຖິງຢ່າງໃດກໍ່ຕາມ, ຍ້ອນສະພາບພະຍາດໂຄວິດ-19 ຍັງຜັນແປຢ່າງສັບສົນສະນັ້ນງານພົບປະແລກປ່ຽນຈຶ່ງໄດ້ເລື່ອນອອກໄປ ແລະຈະຈັດຕັ້ງຂຶ້ນໃນເວລາທີ່ເໝາະສົມ. ທ່ານພົນໂທ ຫງວຽນຈີ໊ວິ້ງ ແລະບັນດາສະມາຊິກໃນຄະນະປະຕິບັດງານຕີລາຄາສູງຕໍ່ໝາກຜົນການປະຕິບັດໜ້າທີ່ຂອງທະຫານເຂດ 7 ທີ່ໄດ້ກະກຽມໃຫ້ແກ່ງານພົບປະແລກປ່ຽນເວົ້າສະເພາະ, ກໍ່ຄືວຽກງານພົວພັນຕ່າງປະເທດເວົ້າລວມ.

leftcenterrightdel
ທະຫານເຂດ 7 ມອບອຸປະກອນການແພດໃຫ້ແກ່ປະຊາຄົມຊາວຫວຽດນາມ ອາໄສຢູ່ ກໍາປູເຈຍ. ພາບ: ຕ໊ວນແອັງ.

ວຽກງານກະກຽມໃຫ້ແກ່ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນຫວຽດນາມ-ກໍາປູເຈຍຄັ້ງທີ 1 ແມ່ນໜຶ່ງໃນບັນດາໜ້າທີ່ພົວພັນຕ່າງປະເທດສໍາຄັນເຊິ່ງກອງບັນຊາການທະຫານເຂດ 7 ປະຕິບັດຢ່າງມີປະສິດທິຜົນໃນໄລຍະຜ່ານມາ. ກໍາລັງປະກອບອາວຸດທະຫານເຂດ 7 ໄດ້ຮັບມອບໝາຍໜ້າທີ່ຈາກພັກ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດວ່າແມ່ນຫຼັກແຫຼ່ງແກ່ນສານໃນການຮັກສາສາຍພົວພັນມິດຕະພາບ, ການຮ່ວມມື, ຊ່ວຍເຫຼືອບັນດາກົມກອງຂອງກອງທັບລາດຊະວົງກໍາປູເຈຍ; ຕ້ອນຮັບບັນດາຄະນະຜູ້ແທນການທະຫານ, ພົນລະເຮືອນບັນດາປະເທດມາຢ້ຽມຢາມ, ມາເຄື່ອນໄຫວໃນບໍລິເວນ... ໃນນັ້ນ, ພົ້ນເດັ່ນແມ່ນບັນດາກິດຈະກໍາພົບປະແລກປ່ຽນ, ການຮ່ວມມືແຮກສ່ຽວກັບບັນດາທ້ອງຖິ່ນ ແລະກົມກອງຂອງກອງທັບລາດຊະວົງກໍາປູເຈຍ. ຜ່ານບັນດາກິດຈະກໍາດັ່ງກ່າວໄດ້ປະກອບສ່ວນໂຄສະນາກ່ຽວກັບປະຫວັດສາດ, ການພົວພັນສາມັກຄີ, ສະໜິດຕິດພັນແບບພິເສດຂອງສອງປະເທດຫວຽດນາມ-ກໍາປູເຈຍ; ພ້ອມທັງ, ຊຸກຍູ້ການຮ່ວມມືແທດຈິງໃນຫຼາຍດ້ານລະຫວ່າງທະຫານເຂດ 7 ແລະບັນດາກົມກອງຂອງກອງທັບລາດຊະວົງກໍາປູເຈຍ; ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມຢູ່ເສັ້ນຊາຍແດນ, ສ້າງເງື່ອນໄຂສະດວກໃຫ້ບັນດາທ້ອງຖິ່ນໃນບໍລິເວນທະຫານເຂດ 7 ພັດທະນາໃນທຸກດ້ານ.

ຕາມທ່ານພົນຕີ ຫວໍມີງເລືອງ ກໍາມະການສູນກາງພັກ, ຜູ້ບັນຊາການທະຫານເຂດ 7 ແລ້ວ, ໃນໄລຍະຜ່ານມາ, ຄະນະປະຈໍາຄະນະພັກ, ກອງບັນຊາການທະຫານເຂດ 7 ໄດ້ເປັນເສນາທິການໃຫ້ພັກ, ລັດ, ຄະນະພັກການທະຫານສູນກາງ ແລະກະຊວງປ້ອງກັນປະເທດ ປະຕິບັດວຽກງານຮ່ວມມືສາກົນ ແລະການພົວພັນຕ່າງປະເທດໄດ້ເປັນຢ່າງດີ. ໃນນັ້ນ, ເປັນເຈົ້າການລາຍງານຕໍ່ຫົວໜ້າກະຊວງປ້ອງກັນປະເທດກ່ຽວກັບການໜູນຊ່ວຍວັດຖຸ, ອຸປະກອນການແພດ ແລະຄ່າໃຊ້ຈ່າຍໃຫ້ບັນດາກົມກອງຂອງກອງທັບລາດຊະວົງກໍາປູເຈຍ ໃນການປ້ອງກັນ, ຕ້ານພະຍາດໂຄວິດ-19. ທະຫານເຂດ 7 ໄດ້ປະຕິບັດການຊີ້ນໍາຂອງນາຍົກລັດຖະມົນຕີ ແລະຫົວໜ້າກະຊວງປ້ອງກັນປະເທດໃນການໜູນຊ່ວຍ, ຊ່ວຍເຫຼືອກໍາປູເຈຍ, ລາວ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນການປ້ອງກັນ, ຕ້ານພະຍາດໂຄວິດ-19. ຮອດຈຸດເວລານີ້, ດ້ວຍແຫຼ່ງກໍາລັງຂອງຕົນພ້ອມກັບການໜູນຊ່ວຍຂອງບັນດາທ້ອງຖິ່ນ, ວິສາຫະກິດ, ກອງບັນຊາການທະຫານເຂດ 7 ແລະບັນດາອົງການ, ທ້ອງຖິ່ນ, ກົມກອງສັງກັດທະຫານເຂດ 7 ໄດ້ໜູນຊ່ວຍບັນດາວັດຖຸ, ອຸປະກອນການແພດໃຫ້ບັນດາກົມກອງຂອງກອງທັບລາດຊະວົງກໍາປູເຈຍ, ປະຊາຄົມຊາວຫວຽດນາມ ອາໄສຢູ່ກໍາປູເຈຍ ແລະແຂວງຈໍາປາສັກ (ລາວ) ໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ດ້ວຍຈໍານວນເງິນນັບເປັນສິບຕື້ດົ່ງ.

ໃນການເຮັດວຽກມໍ່ໆມານີ້ກັບກອງບັນຊາການທະຫານເຂດ 7 ກ່ຽວກັບໝາກຜົນການປະຕິບັດໜ້າທີ່ຮ່ວມມືສາກົນ ແລະການພົວພັນຕ່າງປະເທດໃນ 6 ເດືອນຕົ້ນປີ 2020, ທ່ານພົນໂທ ຫງວຽນຈີ໊ວິ້ງ ໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງວຽກງານພົວພັນຕ່າງປະເທດ, ພິເສດແມ່ນກັບບັນດາກົມກອງຂອງກອງທັບລາດຊະວົງກໍາປູເຈຍ; ພ້ອມທັງຮຽກຮ້ອງໃຫ້ທະຫານເຂດ 7 ຄວນສືບຕໍ່ຍູ້ແຮງການພົວພັນຮ່ວມມືມິດຕະພາບກັບບັນດາກົມກອງຂອງກອງທັບລາດຊະວົງກໍາປູເຈຍ, ສ້າງຄວາມເຊື່ອໝັ້ນ, ຊ່ວຍເຫຼືອເຊິ່ງກັນ ແລະກັນ, ປະກອບສ່ວນປັບປຸງດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ປົກປັກຮັກສາຊາຍແດນທາງທິດຕາເວັນຕົກສ່ຽງໃຕ້ຂອງປະເທດໄວ້ໃຫ້ໝັ້ນຄົງ.

ໂດຍ: ເຈິ່ນຮວ່ຽນ