ທ່ານພັນຕີ ເຈິ່ນກ໊ວກຕວ໋ານ, ຮອງຫົວໜ້າການເມືອງຄ້າຍທະຫານຊາຍແດນດ່ານຊາຍແດນອາເດີດ ເວົ້າວ່າ, ຫຼັກໝາຍຊາຍແດນແຕ່ລະຫຼັກ ຍັງເປັນສັນຍາລັກຂອງຄວາມສາມັກຄີມິດຕະພາບ, ສະໜິດຕິດແໜ້ນຂອງສອງພັກ, ສອງປະເທດ ແລະຂອງສອງຊາດຫວຽດນາມ-ລາວ ເວົ້າລວມ, ກໍ່ຄືນໍ້າໃຈສາມັກຄີມິດຕະພາບລະຫວ່າງສອງແຂວງເທື່ອທຽນເຫວ້ ກັບເຊກອງ ເວົ້າສະເພາະ.

leftcenterrightdel

ພະນັກງານ, ນັກຮົບຄ້າຍທະຫານຊາຍແດນດ່ານຊາຍແດນອາເດີດ ສົມທົບກັບກອງຮ້ອຍທະຫານຊາຍແດນ 531 ດໍາເນີນການລາດຕະເວນສອງຝ່າຍ. ພາບ: bienphong.com.vn.

ການລາດຕະເວນທີ່ງຽບສະຫງັດ

ການລາດຕະເວນຄັ້ງນີ້, ພະນັກງານຄ້າຍທະຫານຊາຍແດນດ່ານຊາຍແດນອາເດີດ ໄດ້ເຄື່ອນທັບມາຫາຫຼັກໝາຍຊາຍແດນເລກທີ 663 ຢູ່ເສັ້ນຊາຍແດນຫວຽດນາມ-ລາວ, ຕອນໄປຜ່ານແຂວງເທື່ອທຽນເຫວ້ - ເຊິ່ງເປັນບ່ອນທີ່ຖືວ່າແມ່ນທຸລະກັນດານ, ຫຍຸ້ງຍາກທີ່ສຸດໃນຈໍານວນບັນດາຫຼັກໝາຍຊາຍແດນທີ່ຂຶ້ນກັບການຄຸ້ມຄອງຂອງກົມກອງ.

ວຽກງານຮັບປະກັນສະບຽງອາຫານເພື່ອເຄື່ອນທັບໄດ້ຜັນຂະຫຍາຍຢ່າງຮີບດ່ວນ. ໜ່ວຍລາດຕະເວນລວມມີພະນັກງານ, ນັກຮົບກົມກອງ, ບັນດາສະມາຊິກຂອງໜ່ວຍຄວບຄຸມເອງຂອງຕາແສງອາເດີດ, ເມືອງອາເລື໊ອຍ ແລະກຸ່ມນັກຂ່າວເກືອບ 10 ຄົນ ໄດ້ກຽມພ້ອມອອກເດີນທາງ.

ຕອນເຊົ້າ, ເວລາ 6 ໂມງ 30 ນາທີ, ພວກຂ້າພະເຈົ້າເລີ່ມອອກເດີນທາງ. ເຖິງວ່າໄລຍະທາງໄປມາຢູ່ເຂດຫຼັກໝາຍຊາຍແດນມີພຽງແຕ່ກວ່າສິບກິໂລແມັດເທົ່ານັ້ນ, ແຕ່ວ່າມັນແມ່ນທາງພູ, ທາງປ່າທຸລະກັນດານ, ພວກຂ້າພະເຈົ້າຈຶ່ງຕ້ອງໄດ້ໄປແຕ່ເຊົ້າເພາະຢ້ານຝົນຕົກ. ຫາກໍ່ອອກເດີນທາງຍັງບໍ່ທັນໄດ້ຮອດ 1 ກິໂລແມັດ, ພ້ວກຂ້າພະເຈົ້າກໍ່ພົບຄ້ອຍສູງຊັນຕັນຢູ່ທາງໜ້າ. ຕາມຄໍາຂອງທ່ານພັນຕີ ເຈິ່ນກ໊ວກຕວ໋ານ, ຫົວໜ້າໜ່ວຍລາດຕະເວນນັ້ນ, ປະຊາຊົນທ້ອງຖິ່ນເອີ້ນຄ້ອຍນີ້ວ່າແມ່ນຄ້ອຍຢໍ໊, ນີ້ໄດ້ຖືວ່າແມ່ນໄລຍະທາງຫຍຸ້ງຍາກທີ່ສຸດໃນການເຄື່ອນທັບ.

ເມື່ອຕາເວັນທ່ຽງຢູ່ຈອມພູລາຕືງ ກໍ່ແມ່ນເວລາທີ່ພວກຂ້າພະເຈົ້າມາຮອດຫຼັກໝາຍຊາຍແດນ ເລກທີ 663. ພິທີເຄົາລົບຫຼັກໝາຍຊາຍແດນໄດ້ປະຕິບັດຢ່າງເຄັ່ງຂຶມ, ສາມາດສຳຜັດໄດ້ເຖິງຄວາມສັກສິດຂອງພູຜາປ່າໄມ້ຊາຍແດນຂອງປະເທດຊາດ, ເຊິ່ງແມ່ນສິ່ງທີ່ບໍ່ແມ່ນວ່າຜູ້ໃດກໍ່ສຳຜັດໄດ້, ພາຍຫຼັງຖາງຫຍ້າຢູ່ອ້ອມແອ້ມເຂດຫຼັກໝາຍຊາຍແດນກ້ຽງແລ້ວ, ບົດບັນທຶກຮັບຮູ້ສະພາບການຫຼັກໝາຍຊາຍແດນໄດ້ສ້າງຂຶ້ນຢ່າງລະອຽດ. ທ່ານພັນຕີ ເຈິ່ນກ໊ວກຕວ໋ານ ໃຫ້ຮູ້ວ່າ, ກົມກອງມີໜ້າທີ່ຄຸ້ມຄອງ ແລະປົກປັກຮັກສາ 10 ຫຼັກໝາຍຊາຍແດນ, ໃນນັ້ນມີ 1 ຫຼັກໝາຍຊາຍແດນໃຫຍ່, 7 ຫຼັກໝາຍຊາຍແດນກາງ ແລະ 2 ຫຼັກໝາຍຊາຍແດນນ້ອຍ, ດ້ວຍລວງຍາວເກືອບ 20 ກິໂລແມັດ ຂອງເສັ້ນຊາຍແດນຕິດກັບເມືອງກາລືມ, ແຂວງເຊກອງ, ປະເທດລາວ. ແຕ່ລະເດືອນ, ກົມກອງໄດ້ຈັດຕັ້ງບັນດາໜ່ວຍລາດຕະເວນບັນດາຫຼັກໝາຍຊາຍແດນໂດຍກົມກອງຄຸ້ມຄອງ ແລະປົກປັກຮັກສາ. ໃນບັນດາການລາດຕະເວນ, ຝົນຕົກນ້ຳປ່າໄຫຼຖົມໝົດຫົນທາງ,  ດ່ານທ້ອງຖິ່ນ, ນ້ຳຫ້ວຍນອງ, ເຮັດໃຫ້ພະນັກງານ, ນັກຮົບຕ້ອງມັດເປຢູ່ເທິງຕົ້ນໄມ້ເພື່ອຫຼີກນ້ຳແກ່ງ, ນ້ຳນອງ. ສະນັ້ນ, ໃນກະເປົາເປ້ຂອງພວກອ້າຍແມ່ນຕ້ອງມີເສື້ອກັນຝົນ, ເປ...

ເພື່ອຮັບປະກັນວຽກງານຄຸ້ມຄອງ, ປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນຢູ່ຕາມຊາຍແດນນັ້ນ, ພວກອ້າຍຕ້ອງໄດ້ຂຶ້ນພູລົງຫ້ວຍ, ຂ້າມພູຜາປ່າໄມ້ ແລະແຂ່ງຝົນໃນແຕ່ລະອາທິດ, ນອນຕູບຢູ່ກາງພູຜາປ່າໄມ້.

ໄມຕີຈິດມິດຕະພາບ

ຕໍ່ໜ້າກັບບໍລິເວນຕັ້ງທັບຂອງຄ້າຍທະຫານຊາຍແດນດ່ານຊາຍແດນອາເດີດ ແມ່ນບ້ານກາໂລ ຂອງເມືອງກາລືມ, ແຂວງເຊກອງ (ລາວ). ກໍາລັງປ້ອງກັນຊາຍແດນຂອງປະເທດເພື່ອນມິດມີສາຍພົວພັນສົມທົບກັບຄ້າຍທະຫານຊາຍແດນດ່ານຊາຍແດນອາເດີດ ແມ່ນກອງຮ້ອຍທະຫານຊາຍແດນ 531, ກອງບັນຊາການທະຫານແຂວງເຊກອງ ແລະປ້ອມຕໍາຫຼວດຕາວ່າງ, ເມືອງກະລືມ. ທ່ານພັນເອກ ເຈິ່ນງອັກເຊີນ, ຫົວໜ້າຄ້າຍທະຫານຊາຍແດນອາເດີດ ໃຫ້ຮູ້ວ່າ “ຄ້າຍທະຫານຊາຍແດນດ່ານຊາຍແດນອາເດີດ ພ້ອມກັບກອງຮ້ອຍທະຫານຊາຍແດນ 531 ໄດ້ດໍາເນີນການພົບປະເຈລະຈາຜັດປ່ຽນ, ແລກປ່ຽນຂໍ້ມູນຂ່າວສານ, ວິຊາການ, ສົມທົບກັນລາດຕະເວນສອງຝ່າຍ, ຮັກສາຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ ແລະຕໍ່ສູ້ຕ້ານ, ສະກັດກັ້ນອາດຊະຍາກໍາປະເພດຕ່າງໆ”.

ເຂດຊາຍແດນຕິດກັບຄ້າຍທະຫານຊາຍແດນດ່ານຊາຍແດນອາເດີດ ແລະກອງຮ້ອຍທະຫານຊາຍແດນ 531 ກ່ອນໜ້ານີ້ກໍ່ແມ່ນຈຸດເລີ່ມຕົ້ນໃນວຽກງານບູລະນະ ແລະປັກຫຼັກໝາຍຖີ່ລະບົບຫຼັກໝາຍຊາຍແດນຫວຽດນາມ-ລາວ ຕອນທີ່ໄປຜ່ານແຂວງເທື່ອທຽນເຫວ້. ພູມປະເທດຢູ່ທີ່ນີ້ຕົ້ນຕໍແມ່ນພູ, ເສັ້ນຊາຍແດນຕົ້ນຕໍແມ່ນໄປຜ່ານພູສູງໜ່ວຍຕ່າງໆ... ບັນດາກົມກອງຂີດເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນລະຫວ່າງຫວຽດນາມ ແລະລາວ ໄດ້ຮ່ວມແຮງກາຍແຮງໃຈກັນເປັນເວລາຫຼາຍເດືອນຢູ່ທ່າມກາງປ່າເລິກເພື່ອວາງແຜນບັນດາທີ່ຕັ້ງເສັ້ນຊາຍແດນ, ຫຼັກໝາຍຊາຍແດນ...

ໂດຍ: ເຈິ່ນຮວ່ຽນ