ນອກຈາກການເຂົ້າຮ່ວມຂອງພະນັກງານ, ນັກຮົບທະຫານເຮືອເຂດ 2 ແລ້ວ, ໃນຄະນະປະຕິບັດງານຍັງມີຜູ້ຕາງໜ້າບໍລິສັດໃຫຍ່ການຄ້າໄຊງ່ອນ (SATRA); ສະໂມສອນໄວໜຸ່ມເພື່ອທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນ ແລະນັກຂ່າວເກືອບ 70 ຄົນຂອງ 40 ອົງການສື່ມວນຊົນຂັ້ນສູນກາງ ແລະທ້ອງຖິ່ນ.

leftcenterrightdel
ພະນັກງານ, ນັກຮົບກອງບັນຊາການທະຫານເຮືອເຂດ 2 ສົ່ງຄະນະປະຕິບັດງານໃນຕອນບ່າຍວັນທີ 29 ທັນວາ. ພາບ: ງອັກຮືງ.

ສອງຄະນະປະຕິບັດງານໄດ້ນຳເອົາຂອງຂວັນປີໃໝ່ຂອງກະຊວງປ້ອງກັນປະເທດ, ເຫຼົ່າທັບເຮືອ, ກອງບັນຊາການທະຫານເຮືອເຂດ 2 ແລະບັນດາທ້ອງຖິ່ນ, ອົງການ, ວິສາຫະກິດມອບໃຫ້ແກ່ພະນັກງານ, ນັກຮົບເຮັດໜ້າທີ່ຢູ່ໄຫຼ່ທະວີບພາກໃຕ້, ເນື່ອງໃນໂອກາດປີໃໝ່ປະຈໍາຊາດປີຊວດ 2020. ນີ້ແມ່ນກິດຈະກໍາປະຈໍາປີເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດວຽນມາ, ເພື່ອສະແດງຄວາມເອົາໃຈໃສ່ຂອງພັກ, ລັດ, ກອງທັບ, ເຫຼົ່າທັບເຮືອ ແລະອາລົມຈິດຂອງປະຊາຊົນທົ່ວປະເທດທີ່ມີຕໍ່ກັບບັນດາກໍາລັງພວມປະຕິບັດໜ້າທີ່ຢູ່ບັນດາເຂດທະເລ, ໝູ່ເກາະຂອງປະເທດຊາດ.

leftcenterrightdel
ສົ່ງອາລົມຈິດຂອງດິນຕໍ່ແຜ່ນເຖິງນັກຮົບທະຫານເຮືອ ພວມປະຕິບັດໜ້າທີ່ຢູ່ໄຫຼ່ທະວີບພາກໃຕ້. ພາບ: ງອັກຮືງ.
leftcenterrightdel
ທ່ານພົນຈັດຕະວາ ຟ້າມຄັ໊ກເລື້ອງ  ຜູ້ບັນຊາການທະຫານເຮືອເຂດ 2 ມອບດອກໄມ້ໃຫ້ແກ່ຫົວໜ້າຄະນະປະຕິບັດງານ. ພາບ: ງອັກຮືງ.

ການໄປຢ້ຽມຢາມຂອງບັນດາຄະນະປະຕິບັດງານພ້ອມກັບຂອງຂວັນທີ່ເຂັ້ມຂຸ້ນໄປດ້ວຍລົດຊາດປີໃໝ່ແຫ່ງບ້ານເກີດເມືອງນອນ, ແມ່ນການປຸກລະດົມກຳລັງໃຈ, ສົ່ງເສີມພະນັກງານ, ພາລະກອນຮ້ານເວນຍາມ DK1 ແລະທະຫານ, ປະຊາຊົນເມືອງໂກນດາວ ປີໃໝ່ຈົ່ງມີແຕ່ຄວາມເບີກບານມ່ວນຊື່ນ, ຕ້ອນຮັບປີໃໝ່, ກຽມພ້ອມສູ້ຮົບສູງ, ປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະໄວ້ໃຫ້ໝັ້ນຄົງເຂັ້ມແຂງ.

ໂດຍ: ເກື່ອງດັ້ງ