ຄະນະຈັດຕັ້ງໄດ້ມອບທຶນສຶກສາ 70 ທຶນໃຫ້ແກ່ນັກຮຽນທຸກຍາກແຕ່ຮຽນເກັ່ງ ແລະມອບຂອງຂວັນ, ເສື້ອຊູຊີບໃຫ້ແກ່ບັນດາຄອບຄົວນັກຮົບທະຫານຊາຍແດນ, ປ້ອມຣາດາ 590, ກອງພັນໃຫຍ່ 251, ກອງບັນຊາການທະຫານເຮືອເຂດ 2, ຄອບຄົວຊາວປະມົງປະສົບຄວາມທຸກຍາກ ແລະມອບຂອງຂວັນ 20 ພູດໃຫ້ແກ່ຄອບຄົວພະນັກງານ, ນັກຮົບທະຫານຊາຍແດນປະສົບຄວາມທຸກຍາກທີ່ພວມດໍາລົງຊີວິດຢູ່ເມືອງໂກນດາວ.

leftcenterrightdel
ບັນດາແພດໝໍກວດພະຍາດໃຫ້ເປົ້າໝາຍນະໂຍບາຍ. ພາບ: qdnd.vn.

ນອກຈາກນັ້ນ, ລາຍການຍັງມອບຄອມພິວເຕີ, ໂທລະທັດ, ໜູນຊ່ວຍຄ່າໃຊ້ຈ່າຍໃຫ້ຄ້າຍທະຫານຊາຍແດນເບ໊ນເດິ່ມ, ຄ້າຍທະຫານຊາຍແດນໂກນດາວ, ມອບເສື້ອຊູຊີບ 200 ຜືນ ແລະຂອງຂວັນ 200 ພູດໃຫ້ແກ່ບັນດາຊາວປະມົງທີ່ມີເຮືອຫາປາຢູ່ທະເລເພື່ອຊ່ວຍເຫຼືອ, ປຸກລະດົມ, ໜູນຊ່ວຍບັນດາຄອບຄົວຊາວປະມົງ, ຄອບຄົວນະໂຍບາຍປະສົບກັບຄວາມທຸກຍາກ, ຄອບຄົວບັນດາກໍາລັງປະກອບອາວຸດທີ່ຕັ້ງທັບຢູ່ໂກນດາວ ມີຊີວິດການເປັນຢູ່ເປັນປົກກະຕິ, ແກ້ໄຂຄວາມຫຍຸ້ງຍາກ, ສ້າງເສດຖະກິດຄອບຄົວຢ່າງທັນການ.

leftcenterrightdel
ມອບຂອງຂວັນເສື້ອຊູຊີບໃຫ້ແກ່ຊາວປະມົງຢູ່ເມືອງໂກນດາວ. ພາບ: qdnd.vn.

ຄຽງຂ້າງນັ້ນ, ຖັນແຖວແພດໝໍຍັງໄດ້ກວດພະຍາດ, ໃຫ້ຄໍາປຶກສາດ້ານສຸຂະພາບ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າ ແລະມອບຂອງຂວັນ 500 ພູດໃຫ້ເປົ້າໝາຍແມ່ນອະດີດນັກໂທດດ້ານການເມືອງ, ທະຫານເສຍອົງຄະ, ນັກຮົບເກົ່າ, ຄອບຄົວນະໂຍບາຍ, ຄອບຄົວມີຄຸນງານຄວາມດີຕໍ່ການປະຕິວັດຢູ່ເມືອງໂກນດາວ. ລອມຍອດມູນຄ່າທັງໝົດໃນການປະຕິບັດລາຍການນີ້ແມ່ນຫຼາຍກວ່າ 400 ລ້ານດົ່ງ.

ໂດຍ: ເກື່ອງດັ້ງ