ລາຍການນອນໃນຂອບເຂດ “ວັນບຸນພົບປະແລກປ່ຽນບັນດານັກຂ່າວໜຸ່ມ, ຊາວໜຸ່ມ, ນັກສຶກສາບັນດາແຂວງຕິດກັບຊາຍແດນຫວຽດນາມ-ກໍາປູເຈຍ ປີ 2019” ໂດຍກະຊວງຖະແຫຼງຂ່າວ ແລະສື່ສານສົມທົບກັບສູນກາງສະຫະພັນຊາວໜຸ່ມຫວຽດນາມ ຈັດຕັ້ງ.

leftcenterrightdel
 
leftcenterrightdel
ບັນດາຜູ້ແທນນັກຂ່າວໜຸ່ມ, ຊາວໜຸ່ມ, ນັກສຶກສາຫວຽດນາມ, ກໍາປູເຈຍ ຢ້ຽມຢາມ, ພົບປະແລກປ່ຽນຢູ່ສູນສື່ມວນຊົນນະຄອນໂຮ່ຈີມິນ. ພາບ: ຮຸ່ງຄວາ.

ການໂອ້ລົມສົນທະນາມີການເຂົ້າຮ່ວມຂອງນັກຂ່າວໜຸ່ມ, ຊາວໜຸ່ມ, ນັກສຶກສາກວ່າ 200 ຄົນທີ່ມາຈາກບັນດາແຂວງຕິດກັບຊາຍແດນສອງປະເທດຫວຽດນາມ ແລະກຳປູເຈຍ. ທີ່ການໂອ້ລົມສົນທະນາ, ຜູ້ແທນບັນດາອົງການສື່ມວນຊົນ, ຊາວໜຸ່ມສອງປະເທດໄດ້ປະກອບຄຳເຫັນຫຼາຍບັນຫາທີ່ກ່ຽວຂ້ອງເຖິງສະພາບການເຄື່ອນໄຫວສື່ມວນຊົນ, ກາລະໂອກາດ ແລະສິ່ງທ້າທາຍຂອງນັກຂ່າວໜຸ່ມຕໍ່ທ່າອ່ຽງເຊື່ອມໂຍງ, ການປະຕິວັດອຸດສາຫະກໍາ 4.0... ຜູ້ແທນສອງຝ່າຍກໍ່ແບ່ງປັນກ່ຽວກັບການເພີ່ມທະວີບົດບາດຂອງນັກຂ່າວໜຸ່ມ ແລະຊາວໜຸ່ມ, ບົດຮຽນໃນການໂຄສະນະເຜີຍແຜ່, ສ້າງສາຍພົວພັນຫວຽດນາມ - ກໍາປູເຈຍ ຖານບ້ານໃກ້ເຮືອນຄຽງທີ່ດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ຮ່ວມມືຮອບດ້ານ, ຍືນຍົງ ແລະຍາວນານ.

ໂດຍ: ກວຽດເຕິມ