ເຂົ້າຮ່ວມກອງປະຊຸມ, ຝ່າຍຫວຽດນາມ ມີທ່ານ ເລຫງອັກຮວາ, ຮອງປະທານຄະນະກໍາມະການປະຊາຊົນແຂວງເງະອານ; ທ່ານພັນເອກພິເສດ ເລຂັກທວຽດ, ຮອງຫົວໜ້າກອງບັນຊາການຕໍາຫຼວດແຂວງເງະອານ, ຫົວໜ້າຄະນະຜູ້ແທນກອງບັນຊາການຕໍາຫຼວດ, ທະຫານຊາຍແດນ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: baonghean.vn.

ສ່ວນຝ່າຍລາວ ມີທ່ານພັນເອກ ທອງໃບ ລໍວັນໄຊ, ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ຫົວໜ້າຄະນະຜູ້ແທນກອງບັນຊາການ ປກສ ແຂວງບໍລິຄໍາໄຊ; ທ່ານພັນໂທ ພູວົງ ອຸດທະຈັກ, ຮອງຫົວໜ້າກອງບັນຊາການ ປກສ ແຂວງຊຽງຂວາງ, ຫົວໜ້າຄະນະຜູ້ແທນກອງບັນຊາການ ປກສ ແຂວງຊຽງຂວາງ; ທ່ານພັນໂທ ເພັດນ້ອຍ ລໍລອນສີ, ຮອງຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ, ຫົວໜ້າຄະນະຜູ້ແທນກອງບັນຊາການ ປກສ ແຂວງຫົວພັນ.

leftcenterrightdel
ທ່ານ ເລຫງອັກຮວາ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: baonghean.vn.

ກອງປະຊຸມຄັ້ງນີ້ແມ່ນໂອກາດເພື່ອໃຫ້ສອງຝ່າຍພົບປະ, ພ້ອມກັນແລກປ່ຽນສະພາບການຄວາມໝັ້ນຄົງ-ຄວາມເປັນລະບຽບຮຽບຮ້ອຍທີ່ກ່ຽວຂ້ອງລະຫວ່າງແຂວງເງະອານ ແລະ 3 ແຂວງຂອງປະເທດເພື່ອນມິດລາວ ທີ່ຕິດກັບຊາຍແດນ; ຕີລາຄາການປະຕິບັດບັນດາເນື້ອໃນວຽກງານສົມທົບກັນເຊິ່ງສອງຝ່າຍໄດ້ລົງນາມທີ່ບັນດາກອງປະຊຸມຮ່ວມມືປົກປັກຮັກສາຄວາມໝັ້ນຄົງ-ຄວາມເປັນລະບຽບຮຽບຮ້ອຍປີ 2018...

ນັບແຕ່ກອງປະຊຸມປີ 2018 ມາຮອດປະຈຸບັນ, ສອງຝ່າຍໄດ້ເປັນເຈົ້າການສົມທົບກັນຈັດຕັ້ງວຽກງານກໍາແໜ້ນ, ໄຈ້ແຍກ, ຄາດຄະເນ, ກວດກາ, ແລກປ່ຽນຂໍ້ມູນຂ່າວສານ, ເອກະສານທີ່ກ່ຽວຂ້ອງເຖິງກົນອຸບາຍ, ການເຄື່ອນໄຫວຂອງບັນດາອິດທິກຳລັງປໍລະປັກເປັນຢ່າງດີ. ວຽກງານຕໍ່ສູ້ຕ້ານ, ສະກັດກັ້ນອາດຊະຍາກຳ, ເປັນຕົ້ນແມ່ນອາດຊະຍາກຳການຄ້າມະນຸດ, ອາດຊະຍາກໍາຢາເສບຕິດ... ໄດ້ຮັບການສົມທົບກັນສະກັດກັ້ນຈາກສອງຝ່າຍ.

leftcenterrightdel
ພິທີລົງນາມໃນບົດບັນທຶກຊ່ວຍຈໍາລະຫວ່າງສອງຝ່າຍ. ພາບ: baonghean.vn.

ບົນພື້ນຖານເນື້ອໃນກອງປະຊຸມ ແລະຈິດໃຈສາມັກຄີມິດຕະພາບແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ, ສອງຝ່າຍໄດ້ເຫັນດີເປັນເອກະພາບລົງນາມໃນບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມືປົກປັກຮັກສາຄວາມໝັ້ນຄົງ-ຄວາມເປັນລະບຽບຮຽບຮ້ອຍປີ 2019.

ໂດຍ: ທະນາພອນ