leftcenterrightdel
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: baothanhhoa.vn.

ຄະນະໂຄສະນາສຶກສາແຂວງແທງຮວ໊າ ໄດ້ສຸມໃສ່ສ້າງເນື້ອໃນ ແລະແນະນໍາການໂຄສະນາໃຫ້ບັນດາເມືອງ, ຕາແສງທີ່ຕິດກັບຊາຍແດນແຂວງຫົວພັນ; ຊີ້ນໍາ, ກໍານົດທິດໂຄສະນາວຽກງານຂີດເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນເປັນປະຈຳ, ປະກອບສ່ວນຍົກສູງຄວາມຮັບຮູ້ຂອງປະຊາຊົນທຸກຊັ້ນວັນນະ, ຄວາມເຫັນດີເຫັນພ້ອມ ແລະການສະໜັບສະໜູນຂອງປະຊາຊົນພາຍໃນ, ຕ່າງປະເທດ ແລະເພື່ອນມິດສາກົນກ່ຽວກັບຄວາມໝາຍ, ຄວາມຈຳເປັນຕ້ອງປະຕິບັດສໍາເລັດວຽກງານຂີດເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນ; ກໍ່ສ້າງລະບົບເສັ້ນຊາຍແດນແຫ່ງຊາດທັນສະໄໝ; ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມໝັ້ນຄົງຢູ່ເຂດຊາຍແດນ ແລະຄວາມສໍາຄັນຂອງການກໍ່ສ້າງ, ຄຸ້ມຄອງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ການຮ່ວມມືພ້ອມກັນພັດທະນາ; ສືບຕໍ່ປັບປຸງ ແລະຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງແຂວງແທງຮວ໊າ ແລະແຂວງຫົວພັນ; ຕັ້ງໜ້າໜູນຊ່ວຍວຽກງານຂີດເສັ້ນຊາຍແດນ, ປັກຫຼັກໝາຍ ແລະຄຸ້ມຄອງຊາຍແດນ.

ທີ່ກອງປະຊຸມ, ບັນດານັກສໍາມະນາກອນໄດ້ຮັບຟັງ 2 ຫົວຂໍ້ສະເພາະກ່ຽວກັບວຽກງານປ້ອງກັນຊາຍແດນຢ່າງປອດໄພ ແລະວຽກງານປ້ອງກັນ ແລະສະກັດກັ້ນຢາເສບຕິດຢູ່ເສັ້ນຊາຍແດນສອງແຂວງແທງຮວ໊າ - ຫົວພັນ.

ໂດຍ: ກວຽດເຕິມ