ຄະນະປະຕິບັດງານຂອງກົມໃຫຍ່ການເມືອງໄດ້ໄປຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ ທີ່ອະນຸສາວະລີປະທານໂຮ່ຈີມິນ (ຢູ່ເກາະເຈື່ອງຊາ); ຖະຫວາຍທູບທຽນອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດຢູ່ເຂດທະເລກາກມາ, ຟຸກເຕິ່ນ; ໄປຢ້ຽມຢາມ ແລະມອບຂອງຂວັນໃຫ້ແກ່ໂຮງຮຽນປະຖົມສຶກສາ, ສຸກສາລາ ແລະບັນດາຄອບຄົວທີ່ດຳລົງຊີວິດຢູ່ເທດສະບານເມືອງເຈື່ອງຊາ, ເກາະຊິງໂຕ່ນ...

ຮັບຮູ້, ຕີລາຄາສູງບັນດາການອຸທິດສ່ວນ ແລະຜົນງານທີ່ດີເດັ່ນຂອງທະຫານ ແລະປະຊາຊົນເມືອງເກາະເຈື່ອງຊາ, ທ່ານພົນໂທ ຫງວຽນຈ້ອງເຫງຍ ຮຽກຮ້ອງໃນໄລຍະຈະມາເຖິງ, ຕໍ່ໜ້າສະພາບການໂລກທີ່ມີການຜັນແປຢ່າງສັບສົນ, ພະນັກງານ, ນັກຮົບ ແລະປະຊາຊົນເມືອງເກາະຄວນກໍ່ສ້າງຄຸນທາດດ້ານການເມືອງໃຫ້ໝັ້ນຄົງ, ກໍານົດຄວາມຮັບຜິດຊອບແມ່ນນັກຮົບຢູ່ບ່ອນແມ່ນເຂດນ້ຳແດນດິນທຳອິດຂອງປະເທດຊາດ, ເຝົ້າຢາມຮັກສາອະທິປະໄຕທະເລ, ໝູ່ເກາະ, ບ້ານເກີດເມືອງນອນທັງເວັນ ແລະຄືນ.

leftcenterrightdel
ທ່ານພົນໂທ ຫງວຽນຈ້ອງເຫງຍ ພ້ອມກັບຄະນະປະຕິບັດງານໄປກວດກາ, ຢ້ຽມຢາມພະນັກງານ, ນັກຮົບຮ້ານເວນຍາມ DK1. ພາບ: qdnd.vn.
leftcenterrightdel
ທ່ານພົນໂທ ຫງວຽນຈ້ອງເຫງຍ ພ້ອມກັບຄະນະປະຕິບັດງານປູກຕົ້ນໄມ້ທີ່ລະນຶກຢູ່ເກາະຊິງໂຕ່ນ. ພາບ: qdnd.vn.
leftcenterrightdel
ຄະນະປະຕິບັດງານຢ້ຽມຢາມຖາມຂ່າວ, ລະດົມກໍາລັງໃຈ, ມອບຂອງຂວັນໃຫ້ປະຊາຊົນຢູ່ເກາະ. ພາບ: qdnd.vn.
leftcenterrightdel
ທ່ານພົນໂທ ຫງວຽນຈ້ອງເຫງຍ ຢ້ຽມຢາມຖາມຂ່າວ,  ມອບຂອງຂວັນໃຫ້ແກ່ຊາວປະມົງຢູ່ເຂດທະເລນາມອ໊ຽດ. ພາບ: qdnd.vn.

ຜ່ານການປະຕິບັດງານ, ຄະນະປະຕິບັດງານໄດ້ຕີລາຄາໝາກຜົນການປະຕິບັດໜ້າທີ່ຢ່າງຮອບດ້ານ, ເປັນຕົ້ນແມ່ນສະພາບການດ້ານການເມືອງ, ແນວຄິດ, ເຈດຈໍານົງ, ຄວາມຕັດສິນໃຈ, ຄວາມສາມາດໃນການປະຕິບັດໜ້າທີ່ດ້ານການເມືອງຂອງພະນັກງານ, ນັກຮົບຢູ່ເກາະ. ບົນພື້ນຖານນັ້ນ, ຄະນະປະຕິບັດງານໄດ້ຄົ້ນຄວ້າ ແລະສະເໜີກະຊວງປ້ອງກັນປະເທດ, ພັກ, ລັດ ບັນດາວິທີການແກ້ໄຂເພື່ອແນໃສ່ຍົກສູງຄຸນນະພາບການເຄື່ອນໄຫວວຽກງານພັກ, ວຽກງານການເມືອງຢ່າງບໍ່ຢຸດຢັ້ງ; ບັນດາລະບອບນະໂຍບາຍ, ກໍຄືຊີວິດການເປັນຢູ່ດ້ານວັດທະນະທຳ, ຈິດໃຈໃຫ້ແກ່ທະຫານ ແລະປະຊາຊົນຢູ່ໝູ່ເກາະເຈື່ອງຊາ.

ໂດຍ: ເຈິ່ນຮວ່ຽນ