ທີ່ກອງປະຊຸມຂ່າວປະຈໍາເດືອນຂອງກະຊວງການຕ່າງປະເທດຫວຽດນາມ  ໃນຕອນບ່າຍວັນທີ 28 ມີນາ, ເມື່ອຕອບຄຳຖາມຂອງນັກຂ່າວໂດຍສະເໜີໃຫ້ຮູ້້ທັດສະນະຂອງຫວຽດນາມຕໍ່ຂ່າວຄາວທີ່ວ່າຫວ່າງແລ້ວນີ້ ທ່ານປະທານາທິບໍດີອາເມລິກາ Donald Trump  ຫາກໍ່ເຊັນລັດຖະດຳລັດ ຮັບຮອງເຂດພູພຽງ Golan ແມ່ນຂອງ ອິດສະຣາແອນ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ຊີ້ແຈ້ງວ່າ: “ຫວຽດນາມ ແບ່ງປັນຄວາມວິຕົກກັງວົນຢ່າງເລິກເຊິ່ງຂອງປະຊາຄົມສາກົນຕໍ່ໜ້າການຜັນແປໃນໄລຍະມໍ່ໆມານີ້ທີ່ກ່ຽວຂ້ອງເຖິງສະພາບຕົວຈິງຂອງເຂດພູພຽງ Golan.  ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງມີການກະທໍາທີ່ສອດຄ່ອງກັບບັນດາມະຕິກ່ຽວຂ້ອງຂອງ ສປຊ, ເຄົາລົບກົດໝາຍສາກົນ, ແກ້ໄຂບັນດາຄວາມບໍ່ລົງລອຍກັນຜ່ານການເຈລະຈາເພື່ອສັນຕິພາບແບບຍືນຍົງຢູ່ຕາເວັນອອກກາງ ແລະໃນໂລກ”.

leftcenterrightdel
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ.  ພາບ: qdnd.vn

ເມື່ອຕອບຄໍາຖາມຂອງນັກຂ່າວໂດຍສະເໜີໃຫ້ຮູ້ຫຼັກໝັ້ນຂອງຫວຽດນາມຕໍ່ແຫຼ່ງຂ່າວທີ່ວ່າ ຫວ່າງແລ້ວນີ້, ຈີນ ໄດ້ປະກາດຄໍາກ່າວເຕືອນດ້ານການເດີນທະເລ 5 ຂໍ້ ກ່ຽວກັບການຊ້ອມຮົບຍິງລູກປືນແທ້ຢູ່ເຂດໝູ່ເກາະຮວ່າງຊາຂອງຫວຽດນາມ ໃນວັນທີ 22-24 ມີນາ 2019, ພ້ອມທັງປະກາດແຜນການກໍ່ສ້າງເກາະ 3 ແຫ່ງ ຄື: ຝູເລິມ,  ເກາະເກີຍ ແລະເກາະຢຸຍມົ້ງ, ຂຶ້ນກັບໝູ່ເກາະຮວ່າງຊາຂອງຫວຽດນາມ ໃຫ້ເປັນນະຄອນ ແລະຖານທີ່ໝັ້ນບໍລິການພະລາທິການຍຸດທະສາດ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ  ຢັ້ງຢືນວ່າ: “ຫວຽດນາມ ມີພະຍານຫຼັກຖານດ້ານນິຕິກໍາ ແລະປະຫວັດສາດຢ່າງພຽງພໍເພື່ອຢັ້ງຢືນອະທິປະໄຕຂອງຫວຽດນາມ ສໍາລັບໝູ່ເກາະຮວ່າງຊາ ແລະເຈື່ອງຊາ ຕາມຂໍ້ກໍານົດຂອງກົດໝາຍສາກົນ. 

ຫວຽດນາມ ຮຽກຮ້ອງໃຫ້ຝ່າຍ ຈີນ ຕ້ອງຢຸດຕິ ແລະບໍ່ໄດ້ດໍາເນີນບັນດາການເຄື່ອນໄຫວທີ່ຄ້າຍຄືກັນຄືນໃໝ່, ເຄົາລົບອະທິປະໄຕຂອງຫວຽດນາມ ສໍາລັບສອງໝູ່ເກາະຮວ່າງຊາ ແລະເຈື່ອງຊາ, ເຄົາລົບຄວາມຮັບຮູ້ລວມຂອງການນໍາຂັ້ນສູງສອງປະເທດ ກໍຄືກົດໝາຍສາກົນ, ບໍ່ມີການກະທໍາກໍ່ຄວາມເຄັ່ງຕຶງ ແລະເຮັດໃຫ້ສະພາບການຢູ່ພາກພື້ນສັບສົນຂຶ້ນຕື່ມ. ກະຊວງການຕ່າງປະເທດຫວຽດນາມ ໄດ້ມີການພົບປະ ແລະສົ່ງຈົດໝາຍທາງການ ເພື່ອຄັດຄ້ານບັນດາການກະທໍາດັ່ງກ່າວຂອງ ຈີນ”.

ໂດຍ: ໄຊຊະນະ