ກອງປະຊຸມ CHOD ປີນີ້ ໂດຍ USINDOPACOM ແລະກອງທັບແຫ່ງລາຊະອານາຈັກໄທ ເປັນປະທານຮ່ວມກອງປະຊຸມ. ດ້ວຍຫົວຂໍ້ “ສັນຕິພາບຜ່ານກໍາລັງແຮງ - ຮັບປະກັນຄວາມໝັ້ນຄົງ ແລະວັດທະນາຖາວອນຢູ່ພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ”, ກອງປະຊຸມລວມມີ 4 ວາລະປຶກສາຫາລືກ່ຽວກັບຫົວຂໍ້ ຄື: ຄວາມຮັບຮູ້ກ່ຽວກັບໄພນາບຂູ່ໃນອະນຸພາກພື້ນ; ການຄົ້ນຄວ້າກ່ຽວກັບໄພນາບຂູ່ທີ່ບໍ່ແມ່ນການທະຫານ; ມາດຕະການແກ້ໄຂເຕັກໂນໂລຢີທີ່ຫາກໍ່ພົ້ນເດັ່ນຂຶ້ນ; ຄວາມຮັບຜິດຊອບສະກັດກັ້ນຮ່ວມ ແລະການກິນເຂົ້າທ່ຽງເຮັດວຽກກ່ຽວກັບຫົວຂໍ້ຜົນກະທົບຕໍ່ທ່ົວໂລກຂອງຄວາມໝັ້ນຄົງຢູ່ພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ.

leftcenterrightdel
ບັນດາຜູ້ແທນ ເຂົ້າຮ່ວມກອງປະຊຸມຜູ້ບັນຊາການທະຫານສູງສຸດມະຫາສະໝຸດອິນເດຍ - ປາຊີຟິກ. ພາບ: qdnd.vn

ຢູ່ນອກກອງປະຊຸມ, ທ່ານພົນໂທ ຖ໊າຍດ້າຍຫງອກ ໄດ້ມີການພົບປະສອງຝ່າຍກັບຫົວໜ້າຄະນະປະເທດຕ່າງໆ ຄື:  ອາເມລິກາ, ໄທ, ອິນເດຍ, ຍີ່ປຸ່ນ ແລະອັງກິດ.

ທີ່ການພົບປະສອງຝ່າຍກັບທ່ານພົນໂທ Samuel Paparo, ຜູ້ບັນຊາການກອງບັນຊາການມະຫາສະໝຸດອິນເດຍ-ປາຊີຟິກ ອາເມລິກາ, ທ່ານພົນໂທ ຖ໊າຍດ້າຍຫງອກ ເນັ້ນໜັກວ່າ, ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ອາເມລິກາ ໃນໄລຍະຜ່ານມາ ໄດ້ຮັບການຜັນຂະຫຍາຍທີ່ສອດຄ່ອງກັບສາຍພົວພັນລະຫວ່າງສອງປະເທດ, ບົນພື້ນຖານບັນດາເອກະສານ ແລະຂໍ້ຕົກລົງທີ່ໄດ້ລົງນາມ, ໃນນັ້ນມີການປະກອບສ່ວນອັນໃຫຍ່ຫຼວງຂອງ USINDOPACOM. ໃນໄລຍະຈະມາເຖິງ, ທ່ານພົນໂທ ຖ໊າຍດ້າຍຫງອກ ປາດຖະໜາວ່າ USINDOPACOM ຈະມີທັດສະນະເພື່ອໃຫ້ລັດຖະບານ ແລະກະຊວງປ້ອງກັນປະເທດອາເມລິກາ ສືບຕໍ່ຫັນບັນດາຄຳໝັ້ນສັນຍາຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ຢູ່ຫວຽດນາມ ໃຫ້ປະກົນຜົນເປັນຈິງ.

leftcenterrightdel
ທ່ານພົນໂທ ຖ໊າຍດ້າຍຫງອກ ພົບປະສອງຝ່າຍກັບທ່ານພົນເອກ Songwit Noonpackee, ຜູ້ບັນຊາການທະຫານສູງສຸດໄທ. ພາບ: qdnd.vn

ທີ່ການພົບປະສອງຝ່າຍກັບທ່ານພົນເອກ Songwit Noonpackee, ຜູ້ບັນຊາການທະຫານສູງສຸດໄທ, ທ່ານພົນໂທ ຖ໊າຍດ້າຍຫງອກ ສະເໜີໃຫ້ກອງທັບສອງປະເທດ ສຸມໃສ່ບາງຂົງເຂດ ຄື: ແລກປ່ຽນຄະນະຜູ້ແທນ, ທະຫານເຮືອ, ຄວາມສະຫງົບຄວາມປອດໄພໃນການເດີນເຮືອ ແລະຄວາມປອດໄພທາງໄຊເບີ.

leftcenterrightdel
ທ່ານພົນໂທ ຖ໊າຍດ້າຍຫງອກ ພົບປະສອງຝ່າຍກັບທ່ານພົນຕີ Ashutosh Dixit, ຫົວໜ້າກົມເສນາທິການປ້ອງກັນຊາດປະສົມອິນເດຍ. ພາບ: qdnd.vn

ທີ່ການພົບປະສອງຝ່າຍກັບທ່ານພົນຕີ Ashutosh Dixit, ຫົວໜ້າກົມເສນາທິການປ້ອງກັນຊາດປະສົມອິນເດຍ, ທ່ານພົນໂທ ຖ໊າຍດ້າຍຫງອກ ຕີລາຄາສູງຜົນການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ, ສະເໜີໃຫ້ຝ່າຍອິນເດຍ ສົມທົບກັນຢ່າງແໜ້ນແຟ້ນກັບຫວຽດນາມ ເພື່ອຈັດຕັ້ງການຝຶກຊ້ອມສອງຝ່າຍພາກສະໜາມ ກ່ຽວກັບການຮັກສາສັນຕິພາບ ສປຊ ໃນໄລຍະຈະມາເຖິງໃຫ້ປະສົບຜົນສໍາເລັດ.

leftcenterrightdel
ທ່ານພົນໂທ ຖ໊າຍດ້າຍຫງອກ ພົບປະສອງຝ່າຍກັບທ່ານພົນເອກ Uchikura Hiroaki, ຫົວໜ້າເສນາທິການກອງທະຫານປະສົມກຳລັງປ້ອງກັນຍີ່ປຸ່ນ. ພາບ: qdnd.vn

ທີ່ການພົບປະກັບທ່ານພົນເອກ Uchikura Hiroaki, ຫົວໜ້າເສນາທິການກອງທະຫານປະສົມກຳລັງປ້ອງກັນຍີ່ປຸ່ນ, ທ່ານພົນໂທ ຖ໊າຍດ້າຍຫງອກ ສະເໜີໃຫ້ຝ່າຍຍີ່ປຸ່ນ ເອົາໃຈໃສ່ ແລະຊຸກຍູ້ການລົງນາມໃນເອກະສານຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດໂດຍໄວ; ພ້ອມທັງຫວັງວ່າກະຊວງປ້ອງກັນປະເທດຍີ່ປຸ່ນ ຈະສືບຕໍ່ປຶກສາຫາລືກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງຍີ່ປຸ່ນ ສະໜັບສະໜູນເພື່ອໃຫ້ເນື້ອໃນການຮ່ວມມືກ່ຽວກັບການຍົກສູງກຳລັງຄວາມສາມາດປະຕິບັດກົດໝາຍຢູ່ທະເລ, ການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ຜ່ານບັນດາໂຄງການຮ່ວມມືທີ່ນໍາໃຊ້ທຶນກູ້ຢຶມ ODA ແລະ ທຶນຊ່ວຍເຫຼືອລ້າຂອງລັດຖະບານຍີ່ປຸ່ນ.

leftcenterrightdel
ທ່ານພົນໂທ ຖ໊າຍດ້າຍຫງອກ ພົບປະສອງຝ່າຍກັບທ່ານພົນເອກ Gwyn Jenkins, ຜູ້ບັນຊາການທະຫານເຮືອ ແຫ່ງລາຊະອານາຈັກອັງກິດ. ພາບ: qdnd.vn

ທີ່ການພົບປະສອງຝ່າຍກັບທ່ານພົນເອກ Gwyn Jenkins, ຜູ້ບັນຊາການທະຫານເຮືອແຫ່ງລາຊະອານາຈັກອັງກິດ, ທ່ານພົນໂທ ຖ໊າຍດ້ານຫງອກ ສະເໜີຮັກສາກົນໄກເຈລະຈາ, ແລກປ່ຽນຄະນະຜູ້ແທນ, ພິເສດແມ່ນຄະນະຜູ້ແທນຂັ້ນສູງຢ່າງມີປະສິດທິຜົນ; ຊຸກຍູ້ການຮ່ວມມືດ້ານການບໍາລຸງສ້າງ ແລະລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງກະຊວງປ້ອງກັນປະເທດສອງປະເທດ ກ່ຽວກັບການຮ່ວມມືຮັກສາສັນຕິພາບຂອງສະຫະປະຊາຊາດໂດຍໄວ; ສືບຕໍ່ສະໜັບສະໜູນ ແລະ ທາບທາມຄໍາເຫັນເຊິ່ງກັນ ແລະກັນທີ່ບັນດາກົນໄກ ແລະ ເວທີປາໄສຄວາມໝັ້ນຄົງສາກົນ.

ໂດຍ: ທູຈາງ