leftcenterrightdel
ບັນຍາກາດທີ່ການເຂົ້າຢ້ຽມຂໍ່ານັບການນໍາຕໍາຫຼວດທະເລອິນໂດເນເຊຍ. ພາບ:  nongnghiepmoitruong.vn

ທີ່ການຕ້ອນຮັບ, ທ່ານພົນຕີ  Irvansyah, ຜູ້ບັນຊາການຕໍາຫຼວດທະເລອິນໂດເນເຊຍ ສະແດງຄວາມຫວັງວ່າ ການຢ້ຽມຢາມຄັ້ງນີ້ຂອງຄະນະປະຕິບັດງານຕໍາຫຼວດທະເລຫວຽດນາມ ເຖິງອິນໂດເນເຊຍ ຈະປະກອບສ່ວນເພີ່ມທະວີການຮ່ວມມືລະຫວ່າງສອງກໍາລັງເວົ້າສະເພາະ, ອໍານາດການປົກຄອງ ແລະປະຊາຊົນນະຄອນ  Jakarta ກັບອໍານາດການປົກຄອງ ແລະປະຊາຊົນບັນດາທ້ອງຖິ່ນຂອງຫວຽດນາມ ເວົ້າລວມ. ຜ່ານນັ້ນ ປະກອບສ່ວນຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງສອງລັດຖະບານ ອິນໂດເນເຊຍ ແລະຫວຽດນາມ.

ທ່ານພົນຈັດຕະວາ ໂງບິ່ງມິງ ເນັ້ນໜັກວ່າ ການຢ້ຽມຢາມຂອງກໍາປັ່ນຕໍາຫຼວດທະເລ 8001 ແລະຄະນະ ເຖິງອິນໂດເນເຊຍ ຄັ້ງນີ້ມີຄວາມໝາຍສໍາຄັນຍິ່ງ, ປະກອບສ່ວນເພີ່ມທະວີສາຍພົວພັນມິນຕະພາບ, ຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງຕໍາຫຼວດທະເລຫວຽດນາມ ແລະຕໍາຫຼວດທະເລອິນໂດເນເຊຍ.

leftcenterrightdel
ຜູ້ບັນຊາການກໍາລັງຕໍາຫຼວດທະເລອິນໂດເນເຊຍ ພ້ອມດ້ວຍຄະນະປະຕິບັດງານ ຢ້ຽມຊົມກໍາປັ່ນຕໍາຫຼວດທະເລ 8001. ພາບ:  nongnghiepmoitruong.vn

ທີ່ກອງປະຊຸມຕໍາຫຼວດທະເລສອງຝ່າຍ ໂດຍການເປັນປະທານຮ່ວມຂອງທ່ານພົນຈັດຕະວາ ໂງບິ່ງມິງ, ຜູ້ບັນຊາການຕໍາຫຼວດທະເລເຂດ 3 ແລະທ່ານພົນຈັດຕະວາ  Bakamla Didong Rio Duta Purwokuntjoro, ຮອງຫົວໜ້າກົມນະໂຍບາຍ ແລະຍຸດທະສາດ, ຕໍາຫຼວດທະເລອິນໂດເນເຊຍ, ສອງຝ່າຍໄດ້ເຫັນດີໃຫ້ຂໍ້ສັງເກດວ່າ: ໃນໄລຍະຜ່ານມາ, ຕໍາຫຼວດທະເລຫວຽດນາມ ແລະຕໍາຫຼວດທະເລອິນໂດເນເຊຍ ຍາມໃດກໍ່ຮັກສາສາຍພົວພັນການຮ່ວມມືອັນດີງາມ, ນັບມື້ນັບສະໜິດຕິດພັນ, ແທດຈິງກວ່າ, ປະກອບສ່ວນເຂົ້າໃນການຮັກສາຄວາມສະຫງົບ, ຄວາມປອດໄພ, ສັນຕິພາບ, ສະຖຽນລະພາບ, ການຮ່ວມມືພ້ອມກັນພັດທະນາຢູ່ເຂດທະເລຕ່າງໆໃນພາກພື້ນ.

leftcenterrightdel
ຜູ້ຕາງໜ້າກໍາລັງຕໍາຫຼວດທະເລຫວຽດນາມ ແລະຕໍາຫຼວດທະເລອິນໂດເນເຊຍ ລົງນາມໃນບົດບັນທຶກຊ່ວຍຈໍາການຮ່ວມມືສອງຝ່າຍ. ພາບ:  nongnghiepmoitruong.vn
leftcenterrightdel
ຜູ້ຕາງໜ້າການນໍາສອງກໍາລັງ ຖ່າຍຮູບເປັນທີ່ລະນຶກ. ພາບ:  nongnghiepmoitruong.vn

ທີ່ກອງປະຊຸມ, ສອງຝ່າຍພ້ອມກັນເຫັນດີບາງເນື້ອໃນສົມທົບກັນເຄື່ອນໄຫວໃນປີ 2026 ຄື ສືບຕໍ່ຮັກສາ, ເພີ່ມທະວີການຮ່ວມມືສອງຝ່າຍບົນຈິດໃຈບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມືທາງທະເລ ເພື່ອແນໃສ່ບັນລຸໄດ້ໝາກຜົນແທດຈິງຫຼາຍກວ່າອີກໃນການຮ່ວມມືປະຕິບັດກົດໝາຍບົນທະເລ.

ໃນວັນດຽວກັນ, ພະນັກງານ, ນັກຮົບກໍາປັ່ນຕໍາຫຼວດທະເລ 8001 ພ້ອມດ້ວຍສະມາຊິກໃນຄະນະປະຕິບັດງານຕໍາຫຼວດທະເລຫວຽດນາມ ໄດ້ເຂົ້າຮ່ວມການແຂ່ງຂັນກິລາມິດຕະພາບ ພ້ອມກັບພະນັກງານ, ພາລະກອນຕໍາຫຼວດທະເລອິນໂດເນເຊຍ.

ໂດຍ: ທູຈາງ