ຄະນະປະຕິບັດງານຕໍາຫຼວດທະເລຫວຽດນາມ ເຂົ້າຢ້ຽມຂໍ່ານັບອໍານາດການປົກຄອງນະຄອນ Jakarta
ກປ.ອອນໄລ - ວັນທີ 27 ສິງຫາ, ໃນຂອບເຂດການຢ້ຽມຢາມ, ພົບປະແລກປ່ຽນ ແລະແບ່ງປັນບົດຮຽນປະສົບການຢູ່ອິນໂດເນເຊຍ, ຄະນະປະຕິບັດງານຕໍາຫຼວດທະເລຫວຽດນາມ ນໍາໂດຍທ່ານພັນເອກພິເສດ ຫງວຽນເຈິ່ນດົງ, ຮອງຜູ້ບັນຊາການຕໍາຫຼວດທະເລເຂດ 3 ໄດ້ເຂົ້າຢ້ຽມຂ່ຳນັບການນຳອໍານາດການປົກຄອງນະຄອນ Jakarta.
ເຂົ້າຮ່ວມຄະນະມີທ່ານ ຕະວັນທົງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອິນໂດເນເຊຍ ທັງຮັບຜິດຊອບ ຕີມໍຕາເວັນອອກ; ທ່ານພັນເອກພິເສດ ຫງວຽນຕວນດຶກ ທີ່ປຶກສາທູດປ້ອງກັນຊາດຫວຽດນາມ ປະຈໍາ ອິນໂດເນເຊຍ.
    |
 |
ການນຳອໍານາດການປົກຄອງນະຄອນ Jakarta ຕ້ອນຮັບຄະນະຕໍາຫຼວດທະເລຫວຽດນາມ ເຂົ້າຢ້ຽມຂ່ຳນັບ. ພາບ: qdnd.vn |
ທີ່ການຕ້ອນຮັບ, ທ່ານ Pramono Anung Wibowo ຜູ້ວ່າການນະຄອນ Jakarta ສະແດງຄວາມປິຕິຊົມຊື່ນທີ່ໄດ້ຕ້ອນຮັບທ່ານພັນເອກພິເສດ ຫງວຽນເຈິ່ນດົງ, ຄະນະປະຕິບັດງານຕໍາຫຼວດທະເລຫວຽດນາມ ພ້ອມດ້ວຍພະນັກງານ, ພາລະກອນກຳປັ່ນຕໍາຫຼວດທະເລ 8001 ມາຢ້ຽມຢາມນະຄອນ Jakarta ແລະເນັ້ນໜັກວ່າ ການມີໜ້າຂອງຄະນະປະຕິບັດງານຕໍາຫຼວດທະເລ ຫວຽດນາມ ຢູ່ອິນໂດເນເຊຍ ໃນຄັ້ງນີ້ແມ່ນພິສູດໃຫ້ເຫັນສາຍພົວພັນມິດຕະພາບນັບມື້ນັບເລິກເຊິ່ງລະຫວ່າງກໍາລັງຕໍາຫຼວດທະເລສອງປະເທດ ເວົ້າສະເພາະ ແລະອໍານາດການປົກຄອງ, ປະຊາຊົນນະຄອນ Jakarta ພ້ອມກັບທ້ອງຖິ່ນຂອງຫວຽດນາມ ເວົ້າລວມ. ຜ່ານນັ້ນປະກອບສ່ວນຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງສອງລັດຖະບານ ອິນໂດເນເຊຍ ແລະຫວຽດນາມ.
    |
 |
ການນຳອໍານາດການປົກຄອງນະຄອນ Jakarta ຕ້ອນຮັບຄະນະຕໍາຫຼວດທະເລຫວຽດນາມ ເຂົ້າຢ້ຽມຂ່ຳນັບ. ພາບ: qdnd.vn |
ຕາງໜ້າຄະນະປະຕິບັດງານ, ທ່ານພັນເອກພິເສດ ຫງວຽນເຈິ່ນດົງ ຂອບໃຈການນຳອໍານາດການປົກຄອງນະຄອນ Jakarta ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ລອບຄອບຖີ່ຖ້ວນ, ພ້ອມທັງສະແດງຄວາມປະທັບໃຈຕໍ່ການພັດທະນາຂອງ Jakarta, ຕົວເມືອງໃຫຍ່ທີ່ສຸດ, ດ້ວຍປະຊາກອນພຽງແຕ່ 3% ແຕ່ປະກອບສ່ວນເຖິງ 20% ເຂົ້າໃນ GDP ຂອງທົ່ວປະເທດອິນໂດເນເຊຍ.
    |
 |
ຄະນະປະຕິບັດງານຕໍາຫຼວດທະເລຫວຽດນາມ ມອບຂອງຂວັນໃຫ້ອໍານາດການປົກຄອງນະຄອນ Jakarta. ພາບ: qdnd.vn |
    |
 |
ອໍານາດການປົກຄອງນະຄອນ Jakarta ມອບຂອງຂວັນໃຫ້ຄະນະປະຕິບັດງານຕໍາຫຼວດທະເລຫວຽດນາມ. ພາບ: qdnd.vn |
ທ່ານພັນເອກພິເສດ ຫງວຽນເຈິ່ນດົງ ກໍ່ຢືນຢັນວ່າ ການຢ້ຽມຢາມ ແລະພົບປະແລກປ່ຽນໃນຄັ້ງນີ້ບໍ່ພຽງແຕ່ແມ່ນໂອກາດ ເພື່ອໃຫ້ສອງຝ່າຍແລກປ່ຽນວິຊາສະເພາະ, ຍົກສູງຄວາມສາມາດສົມທົບກັນເທົ່ານັ້ນ, ຫາກຍັງຊ່ວຍໃຫ້ພະນັກງານ, ນັກຮົບຕໍາຫຼວດທະເລຫວຽດນາມ ເຂົ້າໃຈກວ່າກ່ຽວກັບປະເທດຊາດ, ມະນຸດ ແລະວັດທະນະທໍາອິນໂດເນເຊຍ. ເປັນຕົ້ນແມ່ນໃນສະພາບຄວາມໝັ້ນຄົງໃນການເດີນທະເລເຂດມີການຜັນແປຢ່າງສັບສົນ, ການຢ້ຽມຢາມຂອງຄະນະຈະສືບຕໍ່ເປີດກາລະໂອກາດ ເພື່ອໃຫ້ສອງຝ່າຍສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວຮ່ວມມື, ເພີ່ມທະວີການແບ່ງປັນປະສົບການ ແລະໜູນຊ່ວຍເຊິ່ງກັນ ແລະກັນໃນການປະຕິບັດກົດໝາຍ, ຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ ແລະຄວາມປອດໄພຢູ່ທະເລ. ຜ່ານນັ້ນປະກອບສ່ວນປັບປຸງ ແລະພັດທະນາການພົວພັນຮ່ວມມືອັນດີງາມລະຫວ່າງສອງຝ່າຍ, ສ້າງພື້ນຖານໃຫ້ການເປີດກວ້າງກົນໄກສົມທົບກັນໃນອະນາຄົດ, ເພື່ອເຂດທະເລສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາແບບຍືນຍົງ.
ໂດຍ: ໄຊນີດາ