leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພັນເອກພິເສດ ເລືອງດິ່ງຮືງ ໃຫ້ຮູ້ວ່າ: ໃນຊຸມປີມໍ່ໆມານີ້, ຕໍາຫຼວດທະເລຫວຽດນາມ ແລະກໍາລັງປ້ອງກັນຝັ່ງທະເລ ສ.ເກົາຫຼີ ໄດ້ຮັກສາສາຍພົວພັນທີ່ແໜ້ນແຟ້ນ, ຄວາມສະໜິດຕິດພັນ ແລະຜັນຂະຫຍາຍການເຄື່ອນໄຫວຮ່ວມມືຢ່າງມີປະສິດທິຜົນ, ໃນນັ້ນພົ້ນເດັ່ນແມ່ນການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງ, ຈັດຕັ້ງການຢ້ຽມຢາມກຳປັ່ນຂອງກັນ, ການຝຶກແອບຮ່ວມ, ໂຄງການຝຶກອົບຮົມ, ແລກປ່ຽນຂໍ້ມູນຂ່າວສານ... ສອງກຳລັງຍັງສະໜັບສະໜູນເຊິ່ງກັນ ແລະກັນທີ່ເວທີປາໄສຫຼາຍຝ່າຍ, ຜ່ານນັ້ນ ປະກອບສ່ວນເຮັດໃຫ້ສາຍພົວພັນອັນແໜ້ນແຟ້ນ, ຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງກໍາລັງໃຫ້ເລິກເຊິ່ງຂຶ້ນຕື່ມ.

leftcenterrightdel
ລົງນາມໃນບົດບັນທຶກການເຮັດວຽກລະຫວ່າງສອງກໍາລັງ ທີ່ກອງປະຊຸມສອງຝ່າຍ ຄັ້ງທີ 13. ພາບ: qdnd.vn

ຕີລາຄາສູງຜົນການຮ່ວມມືອັນດີງາມລະຫວ່າງສອງກໍາລັງ, ທ່ານພົນຈັດຕະວາ Go Min-gwan ຖືວ່າ, ສອງຝ່າຍຄວນເພີ່ມທະວີການຮ່ວມມື ແລະແບ່ງປັນຂໍ້ມູນຂ່າວສານໃນການປ້ອງກັນ, ຕ້ານອາດຊະຍາກຳບົນທະເລຂ້າມຊາດ. ທ່ານພົນຈັດຕະວາ Go Min-gwan ສະເໜີໃຫ້ສ້າງຕັ້ງກົນໄກແລກປ່ຽນຂໍ້ມູນຂ່າວສານ, ສ້າງຕັ້ງໂທລະສັບສາຍດ່ວນລະຫວ່າງອົງການສືບຂ່າວ/ການພົວພັນຕ່າງປະເທດຂອງກໍາລັງປ້ອງກັນຝັ່ງທະເລ ສ.ເກົາຫຼີ ແລະອົງການປ້ອງກັນ, ຕ້ານອາດຊະຍາກຳຂອງຕໍາຫຼວດທະເລຫວຽດນາມ.

leftcenterrightdel
ບັນດາຜູ້ແທນ ເຂົ້າຮ່ວມກອງປະຊຸມຖ່າຍຮູບລວມ. ພາບ: qdnd.vn

ເນື່ອງໃນໂອກາດນີ້, ສອງຝ່າຍຍັງປຶກສາຫາລືກ່ຽວກັບການລົງນາມໃນບົດບັນທຶກຊ່ວຍຈໍາການຮ່ວມມືສະບັບໃໝ່ລະຫວ່າງຕໍາຫຼວດທະເລຫວຽດນາມ ກັບກໍາລັງປ້ອງກັນຝັ່ງທະເລ ສ.ເກົາຫຼີ. ກ່ຽວກັບທິດທາງການຮ່ວມມືໃນປີ 2026, ສອງຝ່າຍໄດ້ເຫັນດີສືບຕໍ່ຈັດສົ່ງກຳປັ່ນໄປຢ້ຽມຢາມເຊິ່ງກັນ ແລະກັນ; ເພີ່ມທະວີການຮ່ວມມືໃນຂົງເຂດບໍາລຸງສ້າງ; ສະໜັບສະໜູນເຊິ່ງກັນ ແລະກັນໃນການຈັດຕັ້ງບັນດາເຫດການການພົວພັນຕ່າງປະເທດຫຼາຍຝ່າຍ.

ໂດຍ: ທູຈາງ