ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານນາງ ຄຳເພົາ ເອີນທະວັນ ຊົມເຊີຍຜົນງານອັນໃຫຍ່ຫຼວງ, ຮອບດ້ານ ເຊິ່ງພັກ, ລັດ ແລະປະຊາຊົນຫວຽດນາມ ບັນລຸໄດ້ໃນຕະຫຼອດ 80 ປີຜ່ານມາໃນຂົງເຂດການເມືອງ, ເສດຖະກິດ, ການຕ່າງປະເທດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ເນັ້ນໜັກວ່າ ປະຈຸບັນຫວຽດນາມ ໄດ້ກາຍເປັນໜຶ່ງໃນບັນດາປະເທດທີ່ມີອິດທິພົນຊື່ສຽງ ແລະຖານະບົດບາດນັບມື້ນັບສຳຄັນຢູ່ພາກພື້ນ ແລະໃນເວທີສາກົນ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕ້ອນຮັບທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ. ພາບ: ຫງອັກທື

ທ່ານນາງ ຄຳເພົາ ເອີນທະວັນ ໄດ້ຕີລາຄາສູງໝາກຜົນການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ລາວ ໃນໄລຍະຜ່ານມາ, ໃນນັ້ນມີການບຳລຸງສ້າງຊັບພະຍາກອນມະນຸດ, ເພີ່ມທະວີການຮ່ວມມືປົກປັກຮັກສາຊາຍແດນສອງປະເທດ...; ພ້ອມທັງເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ ຈະພັດທະນາຢ່າງບໍ່ຢຸດຢັ້ງ, ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະແທດຈິງ.

ທ່ານພົນໂທ ຮວ່າງຊວນຈ໊ຽນ ຢືນຢັນວ່າ ພັກ, ລັດ, ປະຊາຊົນ ແລະກອງທັບປະຊາຊົນຫວຽດນາມ ຍາມໃດກໍ່ຈົດຈໍາການສະໜັບສະໜູນອັນໃຫຍ່ຫຼວງ, ສຸດຈິດສຸດໃຈ ເຊິ່ງພັກ, ລັດ, ປະຊາຊົນ ແລະກອງທັບປະຊາຊົນລາວ ອ້າຍນ້ອງ ໄດ້ສະຫງວນໃຫ້ຫວຽດນາມ ໃນພາລະກິດຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ ໃນເມື່ອກ່ອນ, ກໍ່ຄືໃນກິດຈະການສ້າງສາ ແລະປົກປັກຮັກສາປະເທດຊາດ ໃນປະຈຸບັນ.

leftcenterrightdel
ຜູ້ແທນຖ່າຍຮູບລວມ. ພາບ: ຫງອັກທື

ທ່ານພົນໂທ ຮວ່າງຊວນຈ໊ຽນ ສະແດງຄວາມຂອບອົກຂອບໃຈມາຍັງພັກ, ລັດ ແລະກະຊວງປ້ອງກັນປະເທດລາວ ທີ່ໄດ້ຮັບຄຳເຊີນເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງການປະຕິວັດເດືອນສິງຫາ ແລະວັນຊາດແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ກໍ່ຄືໄດ້ສົ່ງກ້ອນກໍາລັງສວນສະໜາມເຂົ້າຮ່ວມພິທີສະເຫຼີມສະຫຼອງ. ທ່ານພົນໂທ ຮວ່າງຊວນຈ໊ຽນ ສະແດງຄວາມປາດຖະໜາວ່າ ໃນໄລຍະຈະມາເຖິງ, ທ່ານນາງ ຄຳເພົາ ເອີນທະວັນ ແລະທີ່ປຶກສາທູດປ້ອງກັນຊາດລາວ ປະຈໍາ ຫວຽດນາມ ຈະສືບຕໍ່ເອົາໃຈໃສ່, ສົມທົບກັນຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືຈຸດສຸມທີ່ຍັງເຫຼືອໃນປີ 2025, ພິເສດແມ່ນການພົບປະປະຈຳປີລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດສາມປະເທດ ຫວຽດນາມ-ລາວ-ກໍາປູເຈຍ ແລະການຊ້ອມຮົບຮ່ວມກູ້ໄພກູ້ຊີບລະຫວ່າງກອງທັບສາມປະເທດ.

ໂດຍ: ເຈິ່ນຮວ່ຽນ