ພົນຕີ ທ໊າຍດ້າຍງອັກ ຕ້ອນຮັບຫົວໜ້າກົມສື່ສານ, ກະຊວງບັນດາກໍາລັງປະກອບອາວຸດປະຕິວັດກູບາ
ກປ.ອອນໄລ - ຕອນເຊົ້າວັນທີ 13 ພຶດສະພາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນຕີ ທ໊າຍດ້າຍງອັກ, ກໍາມະການສູນກາງພັກ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານພົນຈັດຕະວາ Israel Tomas Dominguez, ຫົວໜ້າກົມສື່ສານ, ກະຊວງບັນດາກໍາລັງປະກອບອາວຸດປະຕິວັດກູບາ.
ທີ່ການຕ້ອນຮັບ, ທ່ານພົນຕີ ທ໊າຍດ້າຍງອັກ ຂອບອົກຂອບໃຈກະຊວງບັນດາກໍາລັງປະກອບອາວຸດປະຕິວັດກູບາ ໄດ້ສົ່ງຄະນະຫົວໜ້າການເມືອງມາຫວຽດນາມ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30-4-1975 / 30-4-2025); ຢືນຢັນວ່າ ຫວຽດນາມ ຈະບໍ່ຫຼົງລືມການຊ່ວຍເຫຼືອອັນລໍ້າຄ່າ, ສຸດອົກສຸດໃຈທັງທາງດ້ານວັດຖຸ ແລະຈິດໃຈຂອງປະຊາຊົນບັນດາປະເທດຮັກຫອມສັນຕິພາບໃນທົ່ວໂລກ, ໃນນັ້ນມີປະຊາຊົນ ແລະບັນດາກໍາລັງປະກອບອາວຸດປະຕິວັດກູບາ.
    |
 |
ທ່ານພົນຕີ ທ໊າຍດ້າຍງອັກ ຕ້ອນຮັບທ່ານພົນຈັດຕະວາ Israel Tomas Dominguez. ພາບ: qdnd.vn. |
ທ່ານພົນຕີ ທ໊າຍດ້າຍງອັກ ເນັ້ນໜັກວ່າ ການພົວພັນຮ່ວມມື ຫວຽດນາມ-ກູບາ ພວມໄດ້ຮັບການປັບປຸງ, ຊຸກຍູ້ ແລະພັດທະນາຢ່າງບໍ່ຢຸດຢັ້ງ. ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ກູບາ ໃນໄລຍະຜ່ານມາສືບຕໍ່ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ, ສອດຄ່ອງກັບເອກະສານ, ຂໍ້ຕົກລົງທີ່ໄດ້ລົງນາມ ກໍ່ຄືຄວາມເປັນເອກະພາບລະຫວ່າງການນຳຂັ້ນສູງສອງປະເທດ, ການນຳກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງບັນດາກໍາລັງປະກອບອາວຸດປະຕິວັດກູບາ. ທ່ານພົນຕີ ທ໊າຍດ້າຍງອັກ ຢືນຢັນວ່າ ໃນໄລຍະຈະມາເຖິງ, ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ຈະຕັ້ງໜ້າຊີ້ນໍາບັນດາອົງການ, ກົມກອງທີ່ກ່ຽວຂ້ອງຜັນຂະຫຍາຍບັນດາເນື້ອໃນຮ່ວມມືທີ່ໄດ້ເຫັນດີເປັນເອກະພາບ, ເໝາະສົມກັບເງື່ອນໄຂ ແລະຄວາມສາມາດຂອງສອງຝ່າຍຢ່າງແທດຈິງ ແລະມີປະສິດທິຜົນ.
    |
 |
ທ່ານພົນຕີ ທ໊າຍດ້າຍງອັກ ມອບຂອງຂວັນທີ່ລະນຶກໃຫ້ທ່ານພົນຈັດຕະວາ Israel Tomas Dominguez. ພາບ: qdnd.vn. |
ສ່ວນທ່ານພົນຈັດຕະວາ Israel Tomas Dominguez ສະແດງຄວາມປະທັບໃຈຕໍ່ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບຂອງຫວຽດນາມ; ຊົມເຊີຍຜົນງານທີ່ຫວຽດນາມ ບັນລຸໄດ້. ທ່ານພົນຈັດຕະວາ Israel Tomas Dominguez ຂອບໃຈການໜູນຊ່ວຍຂອງກະຊວງປ້ອງກັນປະເທດຫວຽດນາມ ສະຫງວນໃຫ້ກະຊວງບັນດາກໍາລັງປະກອບອາວຸດປະຕິວັດກູບາ; ຢືນຢັນຈະມານະພະຍາຍາມປະກອບສ່ວນນໍາການຮ່ວມມືດ້ານປ້ອງກັນຊາດສອງຝ່າຍນັບມື້ນັບພັດທະນາໃນໄລຍະຈະມາເຖິງ.
ໂດຍ: ເຈິ່ນຮວ່ຽນ