leftcenterrightdel
ທ່ານພົນຈັດຕະວາ Wang Xianzhong ຜູ້ບັນຊາການຖານທັບກວາງໂຈ ແລະທ່ານພັນເອກພິເສດ ຫງວຽນດິ່ງຢ໊າງ, ຮອງຫົວໜ້າວິທະຍາຄານທະຫານເຮືອ ທີ່ການຕ້ອນຮັບ. ພາບ: qdnd.vn

ທ່ານພົນຈັດຕະວາ Wang Xianzhong ຊົມເຊີຍກໍາປັ່ນ 286-ເລກຸຍດົນ ແລະຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ມາຢ້ຽມຢາມ, ພົບປະແລກປ່ຽນກັບພະນັກງານ, ນັກຮົບຂອງຖານທັບກວາງໂຈ; ເນັ້ນໜັກວ່າ ການສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ຈີນ ແມ່ນຈຸດເວລາເພື່ອໃຫ້ສອງຝ່າຍສືບຕໍ່ຊຸກຍູ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນຍາວນານໂດຍປະທານ ໂຮ່ຈີມິນ ແລະປະທານ ເໝົາເຈີ້ຕຸງ ເປັນຜູ້ທີ່ສ້າງພື້ນຖານ, ໄດ້ຮັບການທຸ້ມເທເຫື່ອແຮງເພີ່ມພູນຄູນສ້າງຈາກການນຳລຸ້ນຕ່າງໆຂອງສອງຝ່າຍ. ທ່ານພົນຈັດຕະວາ Wang Xianzhong ສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມຂອງຄະນະປະຕິບັດງານຄັ້ງນີ້ຈະປະກອບສ່ວນຊຸກຍູ້ສາຍພົວພັນການຮ່ວມມື ແລະນໍ້າໃຈມິດຕະພາບອັນດີງາມລະຫວ່າງກໍາລັງທະຫານເຮືອສອງປະເທດ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn

ສ່ວນທ່ານພັນເອກພິເສດ ຫງວຽນດິ່ງຢ໊າງ ເນັ້ນໜັກວ່າ ການຢ້ຽມຢາມຂອງກຳປັ່ນ 286-ເລກຸຍດົນ  ແລະຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ເພື່ອແນໃສ່ເຮັດໃຫ້ການພົວພັນທີ່ເປັນມູນເຊື້ອລະຫວ່າງສອງປະເທດ ແລະກໍາລັງທະຫານເຮືອສອງປະເທດເລິກເຊິ່ງກວ່າອີກ, ພ້ອມທັງປາດຖະໜາຢາກຊຸກຍູ້ການເຄື່ອນໄຫວພົບປະແລກປ່ຽນລະຫວ່າງວິທະຍາຄານທະຫານເຮືອກັບບັນດາກົມກອງຂອງທະຫານເຮືອປົດປ່ອຍປະຊາຊົນຈີນ.

leftcenterrightdel
ຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ  ຢ້ຽມຢາມກຳປັ່ນລູກສອນໄຟ 631 ຂອງທະຫານເຮືອປົດປ່ອຍປະຊາຊົນຈີນ. ພາບ: qdnd.vn

* ກ່ອນໜ້ານັ້ນ, ຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ໄດ້ໄປຢ້ຽມຢາມກຳປັ່ນປ້ອງກັນລູກສອນໄຟ 631 ຂອງທະຫານເຮືອປົດປ່ອຍປະຊາຊົນຈີນ.

ໂດຍ: ທູຈາງ