ການຫັດແອບວິທີການລາດຕະເວນຢູ່ເຂດທະເລ ເກີ່ນເຢີ ຂອງກອງເຮືອ 2 (ທະຫານຊາຍແດນນະຄອນໂຮ່ຈີມິນ) ໄດ້ຈັດຕັ້ງປະຕິບັດຢ່າງເຄັ່ງຄັດ, ເຂັ້ມງວດ. ການນຳບັນດາກຳປັ່ນໄດ້ຊາບຊຶມໜ້າທີ່, ເຜີຍແຜ່ຈຸດປະສົງ, ຄວາມໝາຍຂອງການລາດຕະເວນ, ວິທີການແກ້ໄຂບັນດາກໍລະນີທີ່ອາດຈະເກີດຂຶ້ນ, ຈັດຕັ້ງການປະສານງານ, ສົມທົບກັບບັນດາພາກສ່ວນ ແລະເຫັນດີເປັນເອກະພາບຕໍ່ເວລາຢ່າງລະອຽດ... ຫຼັງຈາກນັ້ນ, ບັນດາກຳລັງເລີ່ມຫັດແອບຮັບປະກັນໃຫ້ຕິດແທດກັບສະພາບການຕົວຈິງ, ລັກສະນະສະເພາະຂອງຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດທະເລເກີ່ນເຢີ. ທ່ານພັນໂທ ຟ້າມແອັງຕ໊ວນ, ຮອງຫົວໜ້າກອງເຮືອ 2 ໃຫ້ຮູ້ວ່າ: “ກອງເຮືອ 2 ມີໜ້າທີ່ຄຸ້ມຄອງເຂດທະເລທີ່ກວ້າງໃຫຍ່, ມີຫຼາຍສາຍທາງເດີນທະເລສາກົນ ໄປຜ່ານ, ສະນັ້ນທາງກົມກອງຕ້ອງໄດ້ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຄຸນທາດ, ສ້າງຄວາມຕັດສິນໃຈໃຫ້ແກ່ພະນັກງານ, ນັກຮົບໃນການລາດຕະເວນ, ຄວບຄຸມ, ປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງຢູ່ເຂດຊາຍແດນທະເລຂອງນະຄອນໂຮ່ຈີມິນ; ເພີ່ມທະວີການຫັດແອບ, ສົມທົບກັນລາດຕະເວນ, ຕໍ່ສູ້, ສະກັດກັ້ນອາດຊະຍາກຳ ແລະພ້ອມແລ້ວທີ່ຈະຊອກຫາກູ້ຊີບ-ກູ້ໄພຢູ່ແມ່ນ້ຳ, ທະເລເມື່ອມີຄວາມຈຳເປັນ”.
ໃນໄລຍະຜ່ານມາ, ພະນັກງານ, ນັກຮົບທະຫານຊາຍແດນນະຄອນໂຮ່ຈີມິນ ຍາມໃດກໍ່ຍົກສູງນ້ຳໃຈແກ້ໄຂຄວາມຫຍຸ້ງຍາກ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ສະຫຼາດຫຼັກແຫຼມ, ພິລະອາດຫານ, ເດັດດ່ຽວໜຽວແໜ້ນ, ຢຶດໝັ້ນຕໍ່ສູ້ກັບບັນດາອິດທິກຳລັງປໍລະປັກ ແລະອາດຊະຍາກຳປະເພດຕ່າງໆ, ປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງເຂດຊາຍແດນທະເລ, ດ່ານຊາຍແດນທາງທ່າເຮືອຂອງນະຄອນ. ຄະນະພັກ, ກອງບັນຊາການທະຫານຊາຍແດນນະຄອນ ໄດ້ຜັນຂະຫຍາຍບັນດາມາດຕະການວຽກງານຢ່າງຄົບຊຸດ, ຮອບດ້ານ, ມີປະສິດທິຜົນ, ເປັນເຈົ້າການກຳແໜ້ນສະພາບການ, ເປັນເສນາທິການໃຫ້ແກ່ຄະນະພັກ, ກອງບັນຊາການທະຫານຊາຍແດນ ແລະຄະນະພັກນະຄອນ, ຄະນະກຳມະການນະຄອນ ແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງອະທິປະໄຕ, ຄວາມໝັ້ນຄົງຢູ່ເຂດຊາຍແດນທະເລ, ດ່ານຊາຍແດນທາງທ່າເຮືອຢ່າງທັນການ, ມີປະສິດທິຜົນ; ສຸມໃສ່ຊີ້ນຳ, ນຳພາການຕໍ່ສູ້ກັບອາດຊະຍາກຳປະເພດຕ່າງໆ.
    |
 |
ທະຫານຊາຍແດນນະຄອນໂຮ່ຈີມິນ ລາດຕະເວນເຂດທ່າເຮືອ ຍ່າຣົ່ງ. |
ຄຽງຂ້າງກັນນັ້ນ, ທະຫານຊາຍແດນນະຄອນ ຍັງສົມທົບກັບກຳລັງຕຳຫຼວດ, ທະຫານຢ່າງເປັນປະຈຳເພື່ອຄຸ້ມຄອງບັນດາເປົ້າໝາຍ, ພົບເຫັນ, ຕໍ່ສູ້ສະກັດກັ້ນ ແລະແກ້ໄຂບັນດາເຫດການທີ່ເກີດຂຶ້ນໄດ້ເປັນຢ່າງດີ. ວຽກງານຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳບັນລຸໄດ້ຜົນງານດີເລິີດ...
ເພື່ອເສີມຂະຫຍາຍປະສິດທິຜົນວຽກງານປ້ອງກັນ, ຮັກສາຄວາມໝັ້ນຄົງຊາຍແດນທະເລ ແລະປ້ອງກັນ, ຕ້ານອາດຊະຍາກຳ, ທະຫານຊາຍແດນນະຄອນ ໄດ້ກຳນົດເອົາປະຊາຊົນເປັນເຈົ້າກຳ, “ປະຊາຊົນຢູ່ເຂດຊາຍແດນແຕ່ລະຄົນແມ່ນຫຼັກໝາຍທີ່ມີຊີວິດ”; ສ້າງ “ທ່າສະໜາມຮົບໃນໃຈປະຊາຊົນ” ໃຫ້ໝັ້ນທ່ຽງແມ່ນປັດໄຈຕັດສິນໄຊຊະນະຂອງກິດຈະການປົກປັກຮັກສາຊາຍແດນແຫ່ງຊາດ. ສະນັ້ນ, ຄະນະພັກ, ກອງບັນຊາການທະຫານຊາຍແດນນະຄອນ ຈຶ່ງວາງຫຼາຍແຜນນະໂຍບາບ, ມາດຕະການນຳພາ, ຈັດຕັ້ງການເຕົ້າໂຮມ, ຂົນຂວາຍປະຊາຊົນເຂົ້າຮ່ວມວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນແຫ່ງຊາດດ້ວຍຫຼາຍຮູບແບບ. ທ່ານພັນເອກພິເສດ ຫງວຽນວັນຕ໊ຽນ, ຮອງຫົວໜ້າການເມືອງທະຫານຊາຍແດນນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ: ການເຄື່ອນໄຫວສົມທົບກັບການຂົນຂວາຍປະຊາຊົນໄດ້ຈັດຕັ້ງປະຕິບັດດ້ວຍຫຼາຍລາຍການ, ຫຼາຍຮູບແບບຢ່າງລະອຽດ, ແທດຈິງ, ຮັບປະກັນຄວາມເຄັ່ງຄັດ, ເປັນປົກກະຕິ, ຄົບຊຸດ, ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ, ໜ້າທີ່, ລັກສະນະສະເພາະຂອງແຕ່ລະກຸ່ມເປົ້າໝາຍ, ບໍລິເວນ, ປະຊາຊົນທຸກຊັ້ນວັນນະ ແລະສະພາບການຕົວຈິງຂອງບັນດາກົມກອງ, ທ້ອງຖິ່ນ. ເນື້ອໃນສົມທົບມີຫຼາຍຮູບແບບ, ອຸດົມສົມບູນ, ສຸມໃສ່ການໂຄສະນາເຜີຍແຜ່ຍົກສູງຄວາມຮັບຮູ້ຂອງປະຊາຊົນກ່ຽວກັບຊາຍແດນແຫ່ງຊາດ, ແນວທາງ, ແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດກ່ຽວກັບການກໍ່ສ້າງ, ຄຸ້ມຄອງ, ປົກປັກຮັກສາອະທິປະໄຕຊາຍແດນ, ທະເລ, ໝູ່ເກາະ; ສົມທົບໃນການປຸກລະດົມຂົນຂວາຍກໍ່ສ້າງຮູບແບບການຄຸ້ມຄອງເອງ; ເຂົ້າຮ່ວມການພັດທະນາເສດຖະກິດ-ວັດທະນະທຳ-ສັງຄົມຢູ່ເຂດຊາຍແດນທະເລ; ຈັດກິດຈະກຳຮັບປະກັນຊີວິດສັງຄົມ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ...
ໝາກຜົນວຽກງານຂົນຂວາຍປະຊາຊົນແມ່ນມີຫຼາຍຮູບແບບ, ຂະບວນການ, ການເຄື່ອນໄຫວຂອງມະຫາຊົນເຂົ້າຮ່ວມການປົກປັກຮັກສາອະທິປະໄຕຜືນແຜ່ນດິນອັນຄົບຖ້ວນ, ຄວາມໝັ້ນຄົງຊາຍແດນແຫ່ງຊາດ ໄດ້ກໍ່ສ້າງ, ພັດທະນາຢ່າງແຂງແຮງ, ຄື: ສ້າງຕັ້ງ, ຮັກສາປະສິດທິຜົນການເຄື່ອນໄຫວຂອງ 25 “ໜ່ວຍຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍເອງ”, 15 “ໜ່ວຍກຳປັ່ນ, ເຮືອຄຸ້ມຄອງຄວາມປອດໄພເອງ”, 5 “ທ່າເຮືອຄຸ້ມຄອງຄວາມປອດໄພເອງ”; ປະຊາຊົນທຸກຊັ້ນວັນນະໄດ້ຕັ້ງໜ້າໃຫ້ຂ່າວ ແລະປະນາມອາດຊະຍາກຳ, ພົບເຫັນ, ໜູນຊ່ວຍກຳລັງທະຫານຊາຍແດນຕໍ່ສູ້ກັບອາຊະຍາກຳປະເພດຕ່າງໆ, ໄພຫຍໍ້ທໍ້ສັງຄົມ, ສົມທົບການລາດຕະເວນ, ເຂົ້າຮ່ວມພ້ອມກັບກໍາລັງທະຫານຊາຍແດນໃນການຊອກຫາກູ້ຊີບກູ້ໄພ...; ເຕົ້າໂຮມ, ເສີມຂະຫຍາຍບົດບາດ ແລະກຳລັງແຮງຂອງປະຊາຊົນໃນພາລະກິດສ້າງສາ, ຄຸ້ມຄອງ, ປົກປັກຮັກສາອະທິປະໄຕຊາຍແດນແຫ່ງຊາດ, ຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ແມ່ນ້ຳ, ທະເລ, ດ່ານຊາຍແດນທາງທ່າເຮືອ.
ທ່ານພັນເອກ ໂດຫວິງທັງ, ຫົວໜ້າການເມືອງທະຫານຊາຍແດນນະຄອນໂຮ່ຈີມິນ ເນັ້ນໜັກວ່າ ການຜັນຂະຫຍາຍບັນດາມາດຕະການຕໍ່ສູ້, ຕ້ານອາດຊະຍາກຳຢ່າງຄົບຊຸດແມ່ນເພື່ອປົກປັກຮັກສາຊາຍແດນທາງທະເລ ແລະຂົນຂວາຍປະຊາຊົນ ໄດ້ປະກອບສ່ວນປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງຢູ່ເຂດທະເລ, ດ່ານຊາຍແດນທາງທ່າເຮືອ, ຊຸກຍູ້ການເຄື່ອນໄຫວມຸ່ງໄປສູ່ຊາຍແດນ, ທະເລ, ໝູ່ເກາະ, ສ້າງຕັ້ງ “ກຳແພງຊາຍແດນ” ແລະທ່າສະໜາມຮົບໃນໃຈປະຊາຊົນໃຫ້ໝັ້ນທ່ຽງຢູ່ເຂດຊາຍແດນທາງທະເລ ນະຄອນໂຮ່ຈີມິນ ໃນຕະຫຼອດຊຸມປີຜ່ານມາ.
ໂດຍ: ແສງເດືອນ