leftcenterrightdel
ບັນຍາກາດທີ່ການເຈລະຈາ. ພາບ: ກ່ຽວຈີງ

ທີ່ການເຈລະຈາ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການໂລກ, ພາກພື້ນ ແລະບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ຕີລາຄາສູງບົດບາດຂອງພາກພື້ນ ແລະກົນໄກໂດຍອາຊຽນ ນໍາພາ, ຢັ້ງຢືນພ້ອມກັນມານະພະຍາຍາມປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມທະວີ, ປັບປຸງຄວາມສາມັກຄີ, ບົດບາດໃຈກາງຂອງອາຊຽນໃນໂຄງປະກອບຄວາມໝັ້ນຄົງຂອງພາກພື້ນ. ສອງຝ່າຍກໍ່ເນັ້ນໜັກເຖິງຄວາມສຳຄັນຂອງການແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ແລກປ່ຽນກັບທ່ານພົນເອກ Sanitchanog Sangkachantra ທີ່ການເຈລະຈາ.  ພາບ: ກ່ຽວຈີງ

ທ່ານພົນໂທ ຮວ່າງຊວນຈ໊ຽນ ຢືນຢັນວ່າ ຫວຽດນາມ ປະຕິບັດແນວທາງການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ, ຫັນການພົວພັນຕ່າງປະເທດເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບຢ່າງສະເໝີຕົ້ນສະເໝີປາຍ; ຢຶດໝັ້ນນະໂຍບາຍດ້ານປ້ອງກັນຊາດ “4 ບໍ່”; ຢຶດໝັ້ນຕໍ່ສູ້ແກ້ໄຂທຸກການຂັດແຍ້ງ, ຄວາມບໍ່ລົງລອຍກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ. ກ່ຽວກັບບັນຫາທະເລຕາເວັນອອກ, ຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນບັນດາຝ່າຍທີ່ກ່ຽວຂ້ອງຄວນເຄົາລົບຮີດຄອງປະເພນີ ແລະກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982; ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ຊຸກຍູ້ການເຈລະຈາ, ລົງນາມໃນກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງແທດຈິງ ແລະມີປະສິດທິຜົນໂດຍໄວ.

leftcenterrightdel
 ທ່ານພົນເອກ Sanitchanog Sangkachantra ທີ່ການເຈລະຈາ. ພາບ: ກ່ຽວຈີງ

ໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ມານະພະຍາຍາມຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ໄທ ໃຫ້ນັບມື້ນັບພັດທະນາ, ສອດຄ່ອງກັບການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີ ຫວຽດນາມ-ໄທ. ໃນນັ້ນສຸມໃສ່ປັບປຸງການພົວພັນທີ່ໄວ້ເນື້ອເຊື່ອໃຈລະຫວ່າງກະຊວງປ້ອງກັນປະເທດ ແລະກອງທັບສອງປະເທດ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງ; ຮັກສາບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ, ໃນນັ້ນມີ ກົນໄກເຈລະຈານະໂຍບາຍດ້ານປ້ອງກັນຊາດ; ສືບຕໍ່ສົມທົບ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສຫຼາຍຝ່າຍຢູ່ພາກພື້ນ ແລະສາກົນ...

* ຕອນບ່າຍວັນທີ 18 ມີນາ, ຢູ່ສຳນັກງານນາຍົກລັດຖະມົນຕີໄທ, ທ່ານພົນໂທ ຮວ່າງຊວນຈ໊ຽນ ນໍາໜ້າຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຢ້ຽມຂໍ່ານັບທ່ານ Phumtham Wechayachai, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄທ.

ໂດຍ: ເຈິ່ນຮວ່ຽນ