ຍິນດີຕ້ອນຮັບຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ, ທ່ານ ຟ້າມຫວຽດຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ໄທ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການດ້ານການເມືອງ, ການຕ່າງປະເທດ, ເສດຖະກິດ-ສັງຄົມຂອງໄທ, ຊີວິດການເປັນຢູ່ຂອງປະຊາຄົມຊາວຫວຽດນາມ ຢູ່ທີ່ນີ້ ແລະໝາກຜົນການປະຕິບັດໜ້າທີ່ຂອງສະຖານທູດໃນໄລຍະຜ່ານມາ.

leftcenterrightdel
ທ່ານ ຟ້າມຫວຽດຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ໄທ ແຈ້ງໃຫ້ທ່ານພົນໂທ ຮວ່າງຊວນຈ໊ຽນ ຮັບຊາບກ່ຽວກັບສະພາບການດ້ານການເມືອງ, ການຕ່າງປະເທດ, ເສດຖະກິດ-ສັງຄົມຂອງໄທ. ພາບ: ກ່ຽວຈີງ

ທ່ານພົນໂທ ຮວ່າງຊວນຈ໊ຽນ ຕີລາຄາສູງຕໍ່ການປະກອບສ່ວນຂອງສະຖານທູດໃນການຊຸກຍູ້ການພົວພັນ ຫວຽດນາມ-ໄທ, ພ້ອມທັງສະແດງຄວາມຂອບໃຈຕໍ່ການເອົາໃຈໃສ່, ສົມທົບກັນຢ່າງແໜ້ນແຟ້ນຂອງກະຊວງການຕ່າງປະເທດ ເວົ້າລວມ, ສະຖານທູດຫວຽດນາມ ປະຈໍາ ໄທ ເວົ້າສະເພາະ, ໃນນັ້ນມີບົດບາດຂອງທ່ານເອກອັກຄະລັດຖະທູດໃນການປັບປຸງ, ເພີ່ມທະວີການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍ.

ທ່ານພົນໂທ ຮວ່າງຊວນຈ໊ຽນ ເນັ້ນໜັກວ່າ ການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ຫວຽດນາມ-ໄທ ສືບຕໍ່ໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ, ມີປະສິດທິຜົນ, ບັນລຸໄດ້ໝາກຜົນພົ້ນເດັ່ນຫຼາຍຢ່າງໃນບັນດາຂົງເຂດ, ຄື: ແລກປ່ຽນຄະນະຜູ້ແທນທຸກຂັ້ນ; ການຮ່ວມມືລະຫວ່າງເຫຼົ່າທັບ, ເຫຼົ່າຮົບ; ການສຶກສາ, ບໍາລຸງສ້າງ; ການຄຸ້ມຄອງ ແລະປົກປັກຮັກສາຊາຍແດນ; ສະກັດກັ້ນ, ຕ້ານການຕົວະຕົ້ມ, ຫຼອກລວງຂ້າມຊາດ, ອາດຊະຍາກຳຂ້າມຊາດ; ແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດ, ໝາກມິນບໍ່ທັນແຕກທີ່ຕົກຄ້າງຫຼັງສົງຄາມ; ສົມທົບ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາກົນໄກ,  ເວທີປາໄສຫຼາຍຝ່າຍໂດຍອາຊຽນ ນໍາພາ...

leftcenterrightdel
ຜູ້ແທນຖ່າຍຮູບລວມ. ພາບ: ກ່ຽວຈີງ

ທ່ານພົນໂທ ຮວ່າງຊວນຈ໊ຽນ ຫວັງວ່າ ຈະສືບຕໍ່ໄດ້ຮັບການສະໜັບສະໜູນ, ໜູນຊ່ວຍຂອງສະຖານທູດ ກໍ່ຄືທ່ານເອກອັກຄະລັດຖະທູດ ໃນການເພີ່ມທະວີ ແລະປັບປຸງການພົວພັນຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ໄທ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ, ແທດຈິງ, ຜ່ານນັ້ນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີທີ່ພວມນັບມື້ນັບພັດທະນາຢ່າງແຂງແຮງລະຫວ່າງສອງປະເທດ.

ໂດຍ: ເຈິ່ນຮວ່ຽນ