ຕາມແຈ້ງການຂອງກະຊວງການຄ້າ ອາເມລິກາ ແລ້ວ, ການກະທຳດັ່ງກ່າວແນໃສ່ 80 ອົງການຂອງຫຼາຍປະເທດ, ໃນນັ້ນມີ ອີຣານ ແລະ ສະຫະລັດ ອາຣັບ ເອມມີເລດ (UAE). ກະຊວງການຄ້າ ອາເມລິກາ ໄດ້ຊີ້ແຈ້ງວ່າ ນີ້ແມ່ນບັນດາອົງການທີ່ຖືກກ່າວຫາວ່າ ມີບັນດາການເຄື່ອນໄຫວກໍ່ຜົນເສຍຫາຍຕໍ່ຄວາມໝັ້ນຄົງແຫ່ງຊາດ ແລະໄປຝືນກັບນະໂຍບາຍການຕ່າງປະເທດຂອງອາເມລິກາ. ບັນດາອົງການດັ່ງກ່າວຈະບໍ່ສາມາດເຂົ້າເຖິງເຕັກໂນໂລຢີ ແລະສິນຄ້າ ອາເມລິກາ ໄດ້ຖ້າຫາກວ່າ ບໍ່ມີການອະນຸຍາດຂອງລັດຖະບານ.
ແຫຼ່ງຄັດຈາກ: vovworld.vn
Type the code from the image